ກອງປະ​ຊຸມສະ​ມັດ​ຊາ​ໃຫຍ່ ສ​ປ​ຊ ຊຸດ​ທີ 75 ຮັບ​ຮອງ​ເອົາ​ມະ​ຕິ​ວ່າ​ດ້ວຍ​ການ​ຮ່ວມ​ມື ລ​ະ​ຫວ່າງ ອາ​ຊຽນ - ສ​ປ​ຊ

(VOVWORLD) -  ວັນທີ 23 ພະຈິກ, ກອງປະຊຸມສະມັດຊາໃຫຍ່ ສປຊ ຊຸດທີ 75 ໄດ້ປຶກສາຫາລື ແລະ ຮັບຮອງເອົາມະຕິວ່າດ້ວຍການຮ່ວມມື ລະຫວ່າງ ອາຊຽນ - ສປຊ, ດ້ວຍ 110 ປະເທດປົກປ້ອງຮ່ວມ, ເຊິ່ງບັນລຸໄດ້ລະດັບສະຖິຕິກ່ຽວກັບຈຳນວນປະເທດປົກປ້ອງຮ່ວມ ນັບແຕ່ເວລາ ມະຕິວ່າດ້ວຍການຮ່ວມມືລະຫວ່າງ ອາຊຽນ - ສປຊ ໄດ້ຍົກອອກມາຄັ້ງທຳອິດ ຢູ່ກອງປະຊຸມສະມັດຊາໃຫຍ່ ສປຊ ປີ 2002. 
ກອງປະ​ຊຸມສະ​ມັດ​ຊາ​ໃຫຍ່ ສ​ປ​ຊ ຊຸດ​ທີ 75 ຮັບ​ຮອງ​ເອົາ​ມະ​ຕິ​ວ່າ​ດ້ວຍ​ການ​ຮ່ວມ​ມື ລ​ະ​ຫວ່າງ ອາ​ຊຽນ - ສ​ປ​ຊ - ảnh 1ທ່ານດັ້ງດິ່ງກຸ໊ຍ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊກ່າວຄຳເຫັນທີ່ກອງປະຊຸມ (ພາບ: baodautu.vn

ດ້ວຍບົດບາດເປັນປະທານອາຊຽນ 2020, ຫວຽດນາມ ແມ່ນປະເທດຕາງໜ້າອາຊຽນ ຮັບຜິດຊອບການຮຽບຮຽງເນື້ອໃນ ແລະ ເຈລະຈາກ່ຽວກັບມະຕິ. ມະຕິໄດ້ອັບເດດບັນດາໝາກຜົນຮ່ວມມືທີ່ພົ້ນເດັ່ນລະຫວ່າງ ສປຊ ແລະ ອາຊຽນ ນັບແຕ່ປີ 2018 ມາຮອດປັດຈຸບັນ. ບັນດາຄວາມມານະພະຍາຍາມຂອງ ອາຊຽນ ໃນການສ້າງປະຊາຄົມ ແລະ ຮັບມືກັບໂລກລະບາດໂຄວິດ - 19 ກໍ່ໄດ້ຍົກອອກຢ່າງຈະແຈ້ງ. ມີເນື້ອໃນການຮ່ວມມືຫຼາຍຢ່າງລະຫວ່າງ ສປຊ ແລະ ອາຊຽນໄດ້ເພີ່ມເຕີມຄື ເພີ່ມທະວີການພົວພັນຄູ່ຮ່ວມມື ແລະ ການຮ່ວມມືໃນການ ສ້າງສາ ແລະ ປົກປັກຮັກສາສັນຕິພາບ, ຫຼຸດຜ່ອນຄວາມສ່ຽງຈາກໄພທຳມະຊາດ ແລະ ເພີ່ມທະວີບັນດາການຮັບມືໃນບັນດາກໍລະນີສຸກເສີນ…

ທ່ານດັ້ງດິ່ງກຸ໊ຍ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ ໄດ້ຢັ້ງຢືນວ່າ ບົດບາດເປັນໃຈກາງຂອງ ອາຊຽນ ໃນການຊຸກຍູ້ຄູ່ຮ່ວມມື, ຮ່ວມມືເພື່ອສັນຕິພາບ, ສະຖຽນລະພາບ ແລະ ພັດທະນາໃນພາກພື້ນກໍ່ຄືການພົວພັນຄູ່ຮ່ວມມືຮອບດ້ານນັບມື້ນັບໄດ້ຮັບການປັບປຸງລະຫວ່າງ ອາຊຽນ ແລະ ສປຊ.     

ຕອບກັບ

ຂ່າວ/ບົດ​ອື່ນ