ກອງປະຊຸມສະມັດຊາໃຫຍ່ລັດຖະສະພາລະຫວ່າງຊາດອາຊຽນ AIPA ຄັ້ງທີ 34 ຍົກອອກບັນດາຄຳຕັດສິນທີ່ສຳຄັນ

ກອງປະຊຸມສະມັດຊາໃຫຍ່ລັດຖະສະພາລະຫວ່າງຊາດອາຊຽນ AIPA ຄັ້ງທີ 34 ຍົກອອກບັນດາຄຳຕັດສິນທີ່ສຳຄັນ - ảnh 1
ທ່ານນາງຮອບປະທານສະພາແຫ່ງຊາດ ຫວຽດນາມ ແລະ ທ່ານນາງປະທານສະພາແຫ່ງຊາດ ລາວ ເຂົ້າຮ່ວມກອງປະຊຸມ
(ພາບ: Trọng Đức/TTXVN)

(vovworld) – ​

(vovworld) – ວັນ​ທີ 20/9, ​ໃນ​ຂອບ​ເຂດກອງ​ປະຊຸມ​​ໃຫຍ່​ລັດຖະສະພາ​ລະຫວ່າງ​ຊາດ ​ອາ​ຊຽນ (AIPA) ຄັ້ງ​ທີ 34 ຢູ່​ນະຄອນຫຼວງ Bandar Seri Begawan, ປະ​ເທດ ບຣູ​ໄນ, ​ໄດ້​ດຳ​ເນີນ​ວະລະ​ປະຊຸມ​ຄັ້ງ​ຕ່າງໆ​ຄື: ກຳມາທິການ​ບັນດາ​ບັນຫາ​ການ​ເມືອງ, ​ກຳມະການ​ບັນດາ​ບັນຫາ​ສັງຄົມ.​.​. ທີ່​ວາລະ​ປະຊຸມ​ຄັ້ງ​ຕ່າງໆ, ບັນດາ​ຜູ້​ແທນ​ລ້ວນ​ແຕ່​ເນັ້ນ​ໜັກ​ຄວາມ​ສຳຄັນ​ຂອງ ອາ​ຊຽນ ສາມັກ​ຄີ ​ແລະ ສະໜິດ​ຕິດ​ພັນ, ປະກອບ​ສ່ວນ​ເຂົ້າ​ໃນ​ການ​ຮັກສາ​ສັນຕິພາບ, ສະຖຽນ​ລະ​ພາບ, ການ​ພັດທະນາ ​ແລະ ຄວາມ​ວັດທະນາ​ຖາວອນ​ລວມຢູ່​ພາກ​ພື້ນ, ​ໃຫ້​ຄຳ​ໝັ້ນ​ສັນຍາ​ເພີ່ມ​ທະວີ​ບົດບາດ​ຕັ້ງໜ້າ​ຂອງ AIPA ​ໃນ​ການ​ໜູນ​ຊ່ວຍ​ສ້າງ​ປະຊາ​ຄົມ​ການ​ເມືອງ - ຄວາມ​ໝັ້ນຄົງ ອາ​ຊຽນ (APSC) ຜ່ານ​ການ​ສ້າງ, ປັບປຸງ ​ແລະ​ເຮັດ​​ໃຫ້​ກອບ​ກົດໝາຍ​ມີ​ຄວາມ​ກົມກຽວ, ປະກອບສ່ວນ​ສ້າງ​ບັນດາ​ຫຼັກການ, ມາດຖານ​ກ່ຽວ​ກັບ​ການ​ປະພຶດ​ຕໍ່​ລວມ.

    ຄະນະ​ກຳມະການ​ຈັດ​ຕັ້ງ​ໄດ້​ຮັບຮອງ​ເອົາ 19 ມະຕິ​ສຳຄັນ. ກ່ຽວ​ຂ້ອງ​ເຖິງ​ເລື່ອງ​ປັບປຸງ​ກົດ​ລະບຽບ AIPA,  ກົດ​ລະບຽບ​ພາລະ​ກອນ AIPA.​.​.​ ກໍ່​ໃນ​ຕອນ​ບ່າຍ​ວັນ​ທີ 20/9, ​ໄດ້​ດຳ​ເນີນ 7 ວາລະ​ສົນທະນາ​ລະ​ຫວ່າງ AIPA ​ແລະ ບັນດາ​ຝ່າຍ​​ສັງ​​ເກດ​ການ (​ເຊິ່ງລວມມີ: ​ເບ​ລາຣຸດ, ກາ​ນາ​ດາ, ຈີນ, ອິນ​ເດຍ, ຍີ່​ປຸ່ນ, ລັດ​ເຊຍ ​ແລະ ລັດຖະສະພາ ​ເອີ​ລົບ) ສຸມ​ໃສ່​​ເນື້ອ​ໃນ​ສືບ​ຕໍ່​ເພີ່ມ​ທະວີ​ກາ​ນຮ່ວມ​ມື​ລະ​ຫວ່າງ​ບັນດາ​ຝ່າຍ​​ສັງ​ເກດ​ການ​ກັບ ອາ​ຊຽນ ​ແລະ ການ​ພົວພັນ 2 ຝ່າຍ​ຕ່າງ​ໆ​ໃນ​ຂົງ​ເຂດ: ​ເສດຖະກິດ, ວັດທະນະທຳ, ການ​ສຶກສາ​, ວິທະຍາສາດ ​ເຕັກ​ໂນ​ໂລ​ຢີ.​​..

ຂ່າວ/ບົດ​ອື່ນ