ກອງ​ປະ​ຊຸມ​ສະ​ມາ​ຊິກ​ລັດ​ຖະ​ສະ​ພາ​ຍິງ AIPA ຮັບ​ຮອງ​ເອົາ ມະ​ຕິ 3 ສະ​ບັບ

(VOVWORLD) -ບັນດາຂໍ້ສະເໜີສ່ວນຫຼາຍ ຂອງສະພາໄດ້ຮັບການຕົກລົງເຫັນດີ ແລະ ນຳເຂົ້າມະຕິສະບັບສຸດທ້າຍຂອງກອງປະຊຸມສະມາຊິກລັດຖະສະພາຍິງ. ບົນພື້ນຖານນັ້ນ, ບັນດາປະເທດສະມາຊິກ AIPA ທີ່ເຂົ້າຮ່ວມກອງປະຊຸມກໍ່ໄດ້ເຫັນດີເປັນເອກະພາບຮັບຮອງເອົາຮ່າງມະຕິ 3 ສະບັບດັ່ງກ່າວ.
ກອງ​ປະ​ຊຸມ​ສະ​ມາ​ຊິກ​ລັດ​ຖະ​ສະ​ພາ​ຍິງ AIPA ຮັບ​ຮອງ​ເອົາ ມະ​ຕິ 3 ສະ​ບັບ - ảnh 1ບັນດາສະມາຊິກລັດຖະສະພາຍິງ AIPA(ພາບ: daibieunhandan.vn)

ຕອນບ່າຍວັນທີ 21 ພະຈິກ, ຢູ່ນະຄອນຫຼວງ ພະນົມເປັນ, ລາຊະອານາຈັກກຳປູເຈຍ, ໃນຂອບເຂດກອງປະຊຸມສະມັດຊາໃຫຍ່ ລັດຖະສະພາລະຫວ່າງຊາດ ອາຊີຕາເວັນອອກສ່ຽງໃຕ້ ຄັ້ງທີ 43 (AIPA - 43), ໄດ້ດຳເນີນກອງປະຊຸມສະມາຊິກລັດຖະສະພາຍິງ AIPA (WAIPA). ຄະນະຜູ້ແທນ ຫວຽດນາມ ໂດຍທ່ານນາງ ເລທູຮ່າ ກຳມະການຜູ້ປະຈຳການກຳມາທິການ ການຕ່າງປະເທດ ນຳໜ້າເຂົ້າຮ່ວມກອງປະຊຸມ. ນີ້ແມ່ນຄັ້ງທີ 2 ກອງປະຊຸມສະມາຊິກລັດຖະສະພາຍິງ AIPA ຈັດກອງປະຊຸມ ແລະ ປຶກສາຫາລືກ່ຽວກັບ 2 ຫົວຂໍ້: ຄວາມສະເໝີພາບລະຫວ່າງຍິງ - ຊາຍ ແລະ ການມອບສິດໃຫ້ແກ່ແມ່ຍິງ ເພື່ອການຟື້ນຟູ ຫຼັງໂຄວິດ - 19ແບບກວມລວມ, ຊຸກຍູ້ບົດບາດຂອງສະມາຊິກລັດຖະສະພາຍິງ ໃນການຊຸກຍູ້ໂຄງການດຳເນີນງານເພື່ອຄວາມໝັ້ນຄົງ, ສັນຕິພາບ ແລະ ແມ່ຍິງ. ກອງປະຊຸມໄດ້ພິຈາລະນາ ຮ່າງມະຕິ 3 ສະບັບ. ທີໜຶ່ງແມ່ນຮ່າງມະຕິກ່ຽວກັບການຮັບຮອງເອົາບົດລາຍງານຂອງກອປະຊຸມກຳມະທິການປະສານງານສະມາຊິກລັດຖະສະພາຍິງ AIPA. ທີສອງແມ່ນ, ຮ່າງມະຕິວ່າດ້ວຍຄວາມສະເໝີພາບລະຫວ່າງຍິງ - ຊາຍ ແລະ ການມອບສິດໃຫ້ແກ່ແມ່ຍິງເພື່ອການຟື້ນຟູຫຼັງໂຄວິດ - 19 ແບບກວມລວມ. ທີສາມແມ່ນ ມະຕິວ່າດ້ວຍ ການຊຸກຍູ້ບົດບາດຂອງສະມາຊິກລັດຖະສະພາຍິງໃນການຊຸກຍູ້ໂຄງການດຳເນີນງານ ເພື່ອຄວາມໝັ້ນຄົງ, ສັນຕິພາບ ແລະ ແມ່ຍິງ. ບັນດາຂໍ້ສະເໜີສ່ວນຫຼາຍ ຂອງສະພາໄດ້ຮັບການຕົກລົງເຫັນດີ ແລະ ນຳເຂົ້າມະຕິສະບັບສຸດທ້າຍຂອງກອງປະຊຸມສະມາຊິກລັດຖະສະພາຍິງ. ບົນພື້ນຖານນັ້ນ, ບັນດາປະເທດສະມາຊິກ AIPA ທີ່ເຂົ້າຮ່ວມກອງປະຊຸມກໍ່ໄດ້ເຫັນດີເປັນເອກະພາບຮັບຮອງເອົາຮ່າງມະຕິ 3 ສະບັບດັ່ງກ່າວ.

ຕອບກັບ

ຂ່າວ/ບົດ​ອື່ນ