ກອງປະຊຸມສະມາຊິກສະພາແຫ່ງຊາດ ສະເພາະກິດປຶກສາຫາລືຮ່າງກົດໝາຍ 5 ສະບັບທີ່ກອງປະຊຸມສະໄໝສາມັນເທື່ອທີ 3

ກອງປະຊຸມສະມາຊິກສະພາແຫ່ງຊາດ ສະເພາະກິດປຶກສາຫາລືຮ່າງກົດໝາຍ 5 ສະບັບທີ່ກອງປະຊຸມສະໄໝສາມັນເທື່ອທີ 3	 - ảnh 1
ກອງ​ປະ​ຊຸມ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດສະ​ເພາະ​ກິດ ຈັດ​ຕັ້ງ​ໃນ​ຕອນ​ເຊົ້າ​ວັນ​ທີ 3/4
(ພາບ: ຈ້ອງ​ດຶກ/TTXVN)

(vovworld) – ຕອນ​ເຊົ້າ​ວັນ​ທີ 3/4, ທີ່​ສຳ​ນັກ​ງານ​ສະ​ພາ​ແຫ່ງ​ຊາດ, ໄດ້​ໄຂ​ກອງ​ປະ​ຊຸມ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ (ສ​ສ​ຊ) ສະ​ເພາະ​ກິດ. ທີ່ກອງ​ປະ​ຊຸມ, ບັນ​ດາ ສ​ສ​ຊ ສະ​ເພາະ​ກິດໄດ້​ປະ​ກອບ​ຄຳ​ເຫັນ​ກ່ຽວ​ກັບ​ບັນ​ດາ​ຮ່າງ​ກົດ​ໝາຍ​ສຳ​ຄັນ, ລວມ​ມີ: ຮ່າງ​ກົດ​ໝາຍ​ປັບ​ປຸງ, ເພີ່ມ​ເຕີມ​ບາງ​ມາດ​ຕາ​ຂອງ​ປະ​ມວນ​ກົດ​ໝາຍ​ອາ​ຍາ ປີ 2015; ກົດ​ໝາຍ​ວ່າ​ດ້ວຍ​ການ​ຄຸ້ມ​ຄອງ, ນຳ​ໃຊ້​ຊັບ​ສິນ​ຂອງ​ລັດ (ສະ​ບັບ​ປັບ​ປຸງ); ກົດ​ໝາຍ​ວ່າ​ດ້ວ​ຍ​ຄວາມ​ຮັບ​ຜິດ​ຊອບ​ຊົດ​ເຊີຍ​ຂອງ​ລັດ (ສະ​ບັບ​ປັບ​ປຸງ); ກົດ​ໝາຍ​ວ່າ​ດ້ວຍ​ການ​ໜູນ​ຊ່ວຍ​ວິ​ສ​າ​ຫະ​ກິດ​ຂະ​ໜາດ​ກາງ ແລະ ນ້ອຍ; ກົດ​ໝາຍ​ວ່າ​ດ້ວຍ​ການ​ວາງ​ແຜນ​ຜັງ…

        ກອງ​ປະ​ຊຸມ​ຈະ​ສະ​ຫງວນ​ມື້​ໜຶ່ງ​ເພື່ອ​ປຶກ​ສາ​ຫາ​ລື​ຮ່າງ​ກົດ​ໝາຍ​ປັບ​ປຸງ, ເພີ່ມ​ເຕີມ​ບາງ​ມາດ​ຕາ​ຂອງ​ປະ​ມວນ​ກົດ​ໝາຍ​ອາ​ຍາ ປີ 2015. ກ່ອນ​ໜ້ານັ້ນ, ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ 13 ​ໄດ້ຮັບ​ຮອງ​ເອົາ​ປະ​ມວນ​ກົດ​ໝາຍ​ອາ​ຍາ 2015 ທີ່ກອງ​ປະ​ຊຸມ​ຄັ້ງ​ທີ 10 ແລະ ມີ​ຜົນ​ສັກ​ສິດ​ນັບ​ແຕ່​ວັນ​ທີ 1/7/2016 ເປັນ​ຕົ້ນ​ໄປ. ເຖິງ​ຢ່າງ​ໃດ​ກໍ່​ຕາມ, ໃນ​ວິ​ວັ​ດ​ຜັນ​ຂະ​ຫຍາຍການ​ປະ​ຕິ​ບັດ​ປະ​ມວນ​ກົດ​ໝາຍ ແລະ ມະ​ຕິ​ຂອງ​ສະ​ພາ​ແຫ່ງ​ຊາດ ກ່ຽວ​ກັບ​ການ​ປະ​ຕິ​ບັດ​ປະ​ມວນ​ກົດ​ໝາຍ​ອາ​ຍາ​ປີ 2015 ໄດ້​ພົບ​ເຫັນ​ບາງ​ຂໍ້​ຜິດເຂວ. ດັ່ງ​ນັ້ນ, ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ 13 ໄດ້​ປະ​ກາດ​ໃຊ້​ມະ​ຕິ​ກ່ຽວ​ກັບ​ການ​ໂຈະ​ຜົ​ນ​ສັກ​ສິດ​ຂອງ​ປະ​ມວນ​ກົດ​ໝາຍ​ອາ​ຍາ​ປີ 2015 ໄວ້, ປະ​ມວນ​ກົດ​ໝາຍ​ດຳ​ເນີນ​ຄະ​ດີ​ອາ​ຍາ, ກົດ​ໝາຍ​ວ່າ​ດ້ວຍ​ອົງ​ການ​ສືບ​ສວນ​ອາ​ຍາ ແລະ ກົ​ດ​ໝາຍ​ວ່າ​ດ້ວຍ​ການ​ກັກ​ຂັງ​ຊົ່ວ​ຄາວ; ພ້ອມ​ທັງ​ເພີ່ມ​ເຕີມ​ຮ່າງ​ກົດ​ໝາຍ​ປັບ​ປຸງ, ເພີ່ມ​ເຕີມ​ບາງ​ມາດ​ຕາ​ຂອງປະ​ມວນ​ກົດ​ໝາຍ​ອາ​ຍາ​ປີ 2015 ເຂົ້າ​ໃນໂຄງ​ການ​ສ້າງ​ກົດ​ໝາຍ, ລັດ​ຖະ​ດຳ​ລັດ​ປີ 2016 ເພື່ອ​ຍື່ນ​ສະ​ເໜີ​ຕໍ່​ສະ​ພາ​ແຫ່ງ​ຊາດ​ຊ​ຸດ​ທີ 14 ປຶກ​ສາ​ຫາ​ລື ແລະ ພິ​ຈາ​ລະ​ນາ​ຮັບ​ຮອງ​ເອົາ.


ຂ່າວ/ບົດ​ອື່ນ