ກອງປະຊຸມສະມາຊິກສະພາແຫ່ງຊາດສະເພາະກິດ ປຶກສາຫາລືຮ່າງກົດໝາຍວ່າດ້ວຍການລົງທຶນ (ສະບັບປັບປຸງ)

ກອງປະຊຸມສະມາຊິກສະພາແຫ່ງຊາດສະເພາະກິດ ປຶກສາຫາລືຮ່າງກົດໝາຍວ່າດ້ວຍການລົງທຶນ (ສະບັບປັບປຸງ) - ảnh 1
(ກອງ​ປະຊຸມ​ສະມາຊິກ​ສະພາ​ແຫ່ງ​ຊາດ​ສະ​ເພາະ​ກິດ)

(vovworld) – ​ໂດຍ​ສືບ​ຕໍ່​ລາຍການ​ກອງ​ປະຊຸມ​ສະມາຊິກ​ສະພາ​ແຫ່ງ​ຊາດ​ສະ​ເພາະ​ກິດ, ຕອນ​ເຊົ້າ​ວັນ​ທີ 09/09, ບັນດາ​ສະມາຊິກ​ສະພາ​ແຫ່ງ​ຊາດ​ໄດ້​ປຶກສາ​ຫາລື​ກ່ຽວ​ກັບ​ບາງ​ບັນຫາ​ຂອງ​ຮ່າງ​ກົດໝາຍ​ວ່າ​ດ້ວຍ​ການ​ລົງທຶນ (ສະບັບ​ປັບປ​ຸງ), ພິ​ເສດ​ແມ່ນ​ເນື້ອ​ໃນ​ຄື: ບັນຊີ​ລາຍ​ຊື່​ຂະ​ແໜງ​ຫ້າມ​ລົງທຶນ, ດຳ​ເນີນ​ທຸລະ​ກິດ ​ແລະ ລົງທຶນ, ດຳ​ເນີນ​ທຸລະ​ກິດ​ໂດຍ​ມີ​ເງື່ອນ​ໄຂ. ຕາມໝ​າກຜົນ​ການສຳ​ຫຼວດ​ກວດກາ, ປະຈຸ​ບັນ​ມີ 51 ຂົງ​ເຂດ, ຂະ​ແໜງ​ສິນຄ້າ, ບໍລິການ​ຫ້າມ​ລົງທຶນ, ດຳ​ເນີນ​ທຸລະ​ກິດ​ ​ແລະ 386 ຂະ​ແໜງ​ອາ​ຊີບ​ດຳ​ເນີນ​ທຸລະ​ກິດ​ໂດຍ​ມີ​ເງື່ອນ​ໄຂ. ພາຍ​ຫຼັງພິຈາລະນາ, ຊັ່ງຊາ, ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ​ໄດ້​ຕົກລົງ​ກຳນົດ 11 ຂະ​ແໜງ, ອາຊີ​ບຫ້າມ​ລົງທຶນ, ດຳ​ເນີນ​ທຸລະ​ກິດ ​ແລະ 362 ຂະ​ແໜງ​ອາຊີ​ບລົງທຶນ, ດຳ​ເນີນ​ທຸລະ​ກິດ​ໂດຍ​ມີ​ເງື່ອນ​ໄຂ​ໃນ​ຮ່າງ​ກົດໝາຍ.

        ຜ່າ​ນການປຶກສາ​ຫາລື, ບັນດາ​ສະມາຊິກ​ສະພາ​ແຫ່ງ​ຊາດ​ສະ​ເໜີ​ວ່າ ​ໃນ 11 ຂະ​ແໜງ​ອາຊີບ​ຫ້າມ​ລົງທຶນ, ດຳ​ເນີນ​ທຸລະ​ກິດ​ຕ້ອງ​ກວດກາ​ຄືນ, ຊັ່ງຊາ ຫັນປ່ຽນ​ບາງ​ຂະ​ແໜງ​ອາຊີ​ບ​ໄປ​ຍັງ​ບັນຊີລາຍ​ຊື່​ດຳ​ເນີນ​ທຸລະ​ກິດ​ໂດຍ​ມີ​ເງື່ອນ​ໄຂ.

ຂ່າວ/ບົດ​ອື່ນ