ກອງ​ປະ​ຊຸມສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ສະ​ເພາະ​ກິດ ປະ​ກອບ​ຄຳ​ເຫັນ​​ໃສ່ຮ່າງ​ກົດ​ໝາຍ 4 ສະ​ບັບ

(VOVWORLD) -ກອງປະຊຸມໄດ້ປຶກສາຫາລື, ປະກອບຄຳເຫັນໃສ່ຮ່າງກົດໝາຍ 4 ສະບັບ, ເຊິ່ງລວມມີ ຮ່າງກົດໝາຍວ່າດ້ວຍການປັບປຸງ, ເພີ່ມເຕີມບາງມາດຕາຂອງກົດໝາຍວ່າດ້ວຍຊັບສິນທາງປັນຍາ; ຮ່າງກົດໝາຍວ່າດ້ວຍການແຂ່ງຂັນ, ມອບລາງວັນ (ສະບັບປັບປຸງ); ຮ່າງກົດໝາຍວ່າດ້ວຍ ຮູບເງົາ (ສະບັບປັບປຸງ); ຮ່າງກົດໝາຍວ່າດ້ວຍການດຳເນີນທຸລະກິດປະກັນໄພ (ສະບັບປັບປຸງ). 
ກອງ​ປະ​ຊຸມສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ສະ​ເພາະ​ກິດ ປະ​ກອບ​ຄຳ​ເຫັນ​​ໃສ່ຮ່າງ​ກົດ​ໝາຍ 4 ສະ​ບັບ - ảnh 1ບັນດາສະມາຊິກສະພາແຫ່ງຊາດສະເພາະກິດ ຢູ່ຫໍສະພາແຫ່ງຊາດ (ພາບປະກອບ: ສະພາແຫ່ງຊາດ)

ໃນລະຫວ່າງວັນທີ 28 – 29 ມີນາ, ຢູ່ຮ່າໂນ້ຍ, ໄດ້ດຳເນີນກອງປະຊຸມສະມາຊິກສະພາແຫ່ງຊາດສະເພາະກິດ. ກອງປະຊຸມໄດ້ປຶກສາຫາລື, ປະກອບຄຳເຫັນໃສ່ຮ່າງກົດໝາຍ 4 ສະບັບ, ເຊິ່ງລວມມີ ຮ່າງກົດໝາຍວ່າດ້ວຍການປັບປຸງ, ເພີ່ມເຕີມບາງມາດຕາຂອງກົດໝາຍວ່າດ້ວຍຊັບສິນທາງປັນຍາ; ຮ່າງກົດໝາຍວ່າດ້ວຍການແຂ່ງຂັນ, ມອບລາງວັນ (ສະບັບປັບປຸງ); ຮ່າງກົດໝາຍວ່າດ້ວຍ ຮູບເງົາ (ສະບັບປັບປຸງ); ຮ່າງກົດໝາຍວ່າດ້ວຍການດຳເນີນທຸລະກິດປະກັນໄພ (ສະບັບປັບປຸງ). ຮ່າງກົດໝາຍສະບັບເຫຼົ່ານີ້ ຈະຍື່ນສະເໜີຕໍ່ສະພາແຫ່ງຊາດໃນກອງປະຊຸມສະໄໝສາມັນເທື່ອທີ 3, ສະພາແຫ່ງຊາດຊຸດທີ XV.

ຕອບກັບ

ຂ່າວ/ບົດ​ອື່ນ