ກອງປະຊຸມສະມາຊິກສະພາແຫ່ງຊາດສະເພາະກິດປຶກສາຫາລືກ່ຽວກັບຮ່າງກົດໝາຍວ່າດ້ວຍເຮືອນຢູ່(ສະບັບປັບປຸງ)

ກອງປະຊຸມສະມາຊິກສະພາແຫ່ງຊາດສະເພາະກິດປຶກສາຫາລືກ່ຽວກັບຮ່າງກົດໝາຍວ່າດ້ວຍເຮືອນຢູ່(ສະບັບປັບປຸງ) - ảnh 1
ສສຊ ສະ​ເພາະ​ກິດ​ປຶກສາ​ຫາລື​ກ່ຽວ​ກັບ​
ຮ່າງ​ກົດໝາຍ​ວ່າ​ດ້ວຍ​ເຮືອນ​ຢູ່(ສະບັບ​ປັບປຸງ)
(ພາບ: vtv.vn)

(vovworld) - ຕອນ​ເຊົ້າ​ວັນ​ທີ 10/9, ​ໂດຍ​ສືບ​ຕໍ່​ໂຄງການ​ເຮັດ​ວຽກ​ຂອງ​ກອງ​ປະຊຸມ​ສະມາ​ຊິກສະພາ​ແຫ່ງ​ຊາດ (ສສຊ) ສະ​ເພາະ​ກິດ, ບັນດາ​ ສສຊ ປຶກສາ​ຫາລື​ບາງ​ເນື້ອ​ໃນ​ຂອງ​ຮ່າງ​ກົດໝາຍ​ວ່າ​ດ້ວຍ​ເຮືອນຢູ່ (ສະບັບ​ປັບປຸງ). ຂໍ້​ກຳນົດກ່ຽວ​ກັບ​ນະ​ໂຍບາຍ​ເຮືອນ​ຢູ່​ສັງຄົມ, ​ເລື່ອງຄຸ້ມ​ຄອງ​ການ​ນຳ​ໃຊ້ເຂດອາຄານຫຼາຍຊັ້ນເດັ່ນ​ຂອງ​ຮ່າງ​ກົດໝາຍ​ສະບັບ​ນີ້ ​ແມ່ນ​ກຳນົດ​ກ່ຽວ​ກັບ​ນະ​ໂຍບາຍ​ເຮືອນ​ຢູ່​ສັງຄົມ. ຕາມ​ນັ້ນ​ແລ້ວ, ລັດ​ຮັກສາ​ບົດບາດ​ສຳຄັນ​ໃນ​ການ​ສ້າງ​ບັນດາ​ກົນ​ໄກ, ນະ​ໂຍບາຍ, ​ເງື່ອນ​ໄຂ​ໜູນ​ຊ່ວຍ​ເພື່ອ​ຕອບ​ສະໜອງ​ຄວາມ​ຮຽກ​ຮ້ອງ​ຕ້ອງການ​ກ່ຽວ​ກັບ​ເຮືອນ​ຢູ່​ໃຫ້​ປະຊາຊົນ​ຜູ້​ມີ​ລາຍ​ຮັບ​ຕຳ່. ບັນດາ ສສຊ ​ໄດ້​ປະກອບ​ຫຼາຍ​ຄຳ​ເຫັນ​ກ່ຽວຂ້ອງ​ເຖິງ​ຂໍ້​ກຳນົດ​ກ່ຽວ​ກັບ​ກຳມະສິດ​ລວມ ​ແລະ ກຳມະສິດ​ສະ​ເພາະ​ສຳລັບເຮືອນຢູ່ໃນເຂດຕຶກອາຄານຫຼາຍຊັ້ນ.

ພາຍຫຼັງ​ເຮັດ​ວຽກ​ມາ​ເປັນ​ເວລາ 3 ວັນ, ຕອນ​ບ່າຍ​ວັນ​ທີ 10/9, ກອງ​ປະຊຸມ ສສຊ ສະ​ເພາະ​ກິດ​ໄດ້​ອັດ​ລົງ. ກ່າວ​ຄວາມ​ເຫັນທີ່​ພິທີອັດ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ​ສະ​ເໜີ​ວ່າ, ສຳລັບ​ບັນດາ​ເນື້ອ​ໃນ​ທີ່​ມີ​ຄຳ​ເຫັນ​ປະກອບ​ໃນ​ກອງ​ປະຊຸມ, ບັນດາ​ອົງການ​ຮຽບຮຽງ​ຄວນ​ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນກັບ​ບັນດາ​ອົງການ​ກ່ຽວຂ້ອງ​ເພື່ອ​ຮັບ​ເອົາ​ຢ່າງ​ເຂັ້ມ​ງວດ, ຄົບ​ຖ້ວນ. ປັບປຸງ​ບັນດາ​ຮ່າງ​ກົດໝາຍ​ເພື່ອ​ຍື່ນ​ສະ​ເໜີ​ສະພາ​ແຫ່ງ​ຊາດ​ພິຈາລະນາ, ຮັບຮອງ​ເອົາ​ທີ່​ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 8 ຈະ​ມາ​ເຖິງ.


ຂ່າວ/ບົດ​ອື່ນ