ກອງປະຊຸມສະມາຊິກສະພາແຫ່ງຊາດສະເພາະກິດປຶກສາຫາລືກ່ຽວກັບຮ່າງກົດໝາຍໜູນຊ່ວຍວິສາຫະກິດຂະໜາດກາງແລະນ້ອຍ

ກອງປະຊຸມສະມາຊິກສະພາແຫ່ງຊາດສະເພາະກິດປຶກສາຫາລືກ່ຽວກັບຮ່າງກົດໝາຍໜູນຊ່ວຍວິສາຫະກິດຂະໜາດກາງແລະນ້ອຍ - ảnh 1
ທີ່ກອງ​ປະ​ຊຸມ​
(ພາບ: TTXVN)

(vovworld) - ​ໃນ​ກອງ​ປະ​ຊຸມ​ຕອນ​ເຊົ້າ​ວັນ​ທີ 05/04, ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ໄດ້​ເປັນ​ເອ​ກະ​ພາບ​ໂດຍ​ພື້ນ​ຖານ​ສຳ​ລັບ​ຂອບ​ເຂດ​ປັບ​ປຸງ​ຂອງ​ຮ່າງ​ກົດ​ໝາຍໜູນ​ຊ​່ວຍ​ວິ​ສາ​ຫະ​ກິດ​ຂະ​ໜາດ​ກາງ ແລະ ນ້ອຍ; ເຫັນ​ດີ​ເປັນ​ເອ​ກະ​ພາບ​ໂດ​ຍ​ຖື​ວ່າ ຮ່າງ​ກົດ​ໝາຍໜູນ​ຊ່ວຍ​ວິ​ສາ​ຫະ​ກິດ​ຂະ​ໜາດ​ກາງ ແລະ ນ້ອຍ ແມ່ນ​ກົດ​ໝາຍ​ລວ​ມ​ ແຕ່ກ​ໍ​ຕ້ອງ​ມີ​ບັນ​ດາ​ຈຸດ​ລະ​ອ​ຽດ​ເຊິ່ງໄດ​້​ກຳ​ນົ​ດ ເພື່ອ​ໃຫ້​ບັນ​ດາ​ວິ​ສາ​ຫະ​ກິດ​ຂະ​ໜາດ​ກາງ ແລະ ນ້​ອຍ ອຸ່ນ​ອ່ຽນ​ໃຈ​ພັດ​ທະ​ນາ. ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ລ​້ວນ​ແຕ່​ມີ​ທັດ​ສະ​ນະ​ລວມ ແມ່ນ​ຕ້ອງ​ປັ​ບ​ປຸງ​ກົດ​ໝາຍ​ບາ​ງ​ສະ​ບັບ​ຄື: ກົດ​ໝາຍ​ວ່າ​ດ້ວຍ​ພາ​ສີ, ກົດ​ໝາຍ​ວ່າ​ດ້ວຍ​ທີ່​ດິນ, ກົດ​ໝາຍ​ວ່າ​ດ້ວຍ​ບັນ​ດາ​ອົງ​ການ​ສິນ​ເຊື່ອ, ເພື່ອ​ເໝາະ​ສົມ​ກັບ​ກົດ​ໝາຍ​ໜູນ​ຊ່ວຍ​ວິ​ສາ​ຫະ​ກິດ​ຂະ​ໜາດ​ກາງ ແລະ ນ້ອຍ. ກ່ຽວ​ກັບ​ມາດ​ຕະ​ຖານ​ກຳ​ນົດ​ວິ​ສາ​ຫະ​ກິດ​ຂະ​ໜາດ​ກາງ ແລະ ນ້ອຍ, ຮ່າງ​ກົດ​ໝາຍ​ໜູ​ນ​ຊ່ວຍ​ວິ​ສາ​ຫະ​ກິດ​ຂະ​ໜາດ​ກາງ ແລະ ນ້ອຍ​ໄດ້​ຮັບ​ການ​ຮັບ​ຮອງ, ປັບ​ປຸງ​ຕາມ​ທິດ​ກຳ​ນົດມາດ​ຕະ​ຖານ​​ເພ​ດານ ເພື່ອ​ກຳ​ນົດ​ວິ​ສາ​ຫະ​ກິດຂະ​ໜາດນ້ອຍ ແລະ ​ຂະ​ໜາດ​ກາງ.

        ຕອນ​ບ່າຍ​ວັນ​ດຽວ​ກັນ, ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ໄດ້​ປຶກ​ສາ​ຫາ​ລື​ຮ່າງ​ກົດ​ໝາຍກ່ຽວ​ກັບ​ການ​ວາງ​ແຜນ​ຜັງ.

ຕອບກັບ

ຂ່າວ/ບົດ​ອື່ນ