ກອງປະຊຸມສະຫຼຸບ 10 ປີແຫ່ງການປະຕິບັດບັ້ນຂົນຂວາຍຊາວຫວຽດນາມບຸລິມະສິດຊົມໃຊ້ສິນຄ້າຫວຽດນາມ

(VOVWORLD) -ຕອນເຊົ້າວັນທີ 02 ສິງຫາ, ຢູ່ຮ່າໂນ້ຍ, ຄະນະຊີ້ນຳສູນກາງບັ້ນຂົນຂວາຍ “ຊາວຫວຽດນາມ ບຸລິມະສິດຊົມໃຊ້ສິນຄ້າຫວຽດນາມ” ໄດ້ຈັດກອງປະຊຸມສະຫຼຸບ 10 ປີແຫ່ງການປະຕິບັດບັ້ນຂົນຂວາຍ “ຊາວຫວຽດນາມບຸລິມະສິດນຳໃຊ້ສິນຄ້າ ຫວຽດນາມ”.

ກອງປະຊຸມສະຫຼຸບ 10 ປີແຫ່ງການປະຕິບັດບັ້ນຂົນຂວາຍຊາວຫວຽດນາມບຸລິມະສິດຊົມໃຊ້ສິນຄ້າຫວຽດນາມ - ảnh 1 ທ່ານ ເຈິ່ນກວ໊ກເວື້ອງ, ກຳມະການກົມການເມືອງ, ຜູ້ປະຈຳການຄະນະເລຂາສູນກາງພັກ

(ພາບ: VGP)

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ເຈິ່ນກວ໊ກເວື້ອງ, ກຳມະການກົມການເມືອງ, ຜູ້ປະຈຳການຄະນະເລຂາສູນກາງພັກ ໄດ້ຕີລາຄາສູງຕໍ່ຄະນະຊີ້ນຳບັ້ນຂົນຂວາຍ, ອຳນາດການປົກຄອງ, ແນວໂຮມປະເທດຊາດ ແລະ ອົງການຈັດຕັ້ງມະຫາຊົນທຸກຂັ້ນໄດ້ຕັ້ງໜ້າ, ເປັນເຈົ້າການຊາບຊຶມ, ຂົນຂວາຍປະຊາຊົນທຸກຊັ້ນວັນນະຜັນຂະຫຍາຍປະຕິບັດບັ້ນຂົນຂວາຍນີ້ຢ່າງມີປະສິດທິຜົນ. ທ່ານ ເຈິ່ນກວ໊ກເວືອງ, ຊີ້ແຈ້ງວ່າ.

        “ເພື່ອໃຫ້ຜູ້ບໍລິໂພກພາຍໃນປະເທດມີຄວາມໄວ້ເນື້ອເຊື່ອໃຈຕໍ່ການຊົມໃຊ້ສິນຄ້າຫວຽດນາມ, ບັນດາວິສາຫະກິດ, ຜູ້ຜະລິດຕ້ອງມີການປ່ຽນແປງໃໝ່ຢ່າງບໍ່ຢຸດຢັ້ງ, ນຳໃຊ້ວິທະຍາສາດ - ເຕັກໂນໂລຊີຢ່າງສຸດຂີດ, ກຳລັງປະດິດຄິດສ້າງ… ຂອງຊາວຫວຽດນາມ ເຂົ້າໃນການຜະລິດດຳເນີນທຸລະກິດ, ສູ້ຊົນໃຫ້ສິນຄ້າຫຽດນາມ ຕ້ອງຮັບປະກັນບັນດາເງື່ອນໄຂກ່ຽວກັບການປົກປັກຮັກສາສິ່ງແວດລ້ອມ, ປອດໄພ, ມີຄຸນນະພາບສູງ, ມີກຳລັງແກ່ງແຍ້ງ, ຄອງຕະຫຼາດຢູ່ພາຍໃນປະເທດ ແລະ ແຊກຊຶມເຂົ້າຕະຫຼາດສາກົນຢ່າງເລິກເຊິ່ງ”.

ຕອບກັບ

ຂ່າວ/ບົດ​ອື່ນ