ກອງປະຊຸມສະຫຼຸບ 5 ປີ ແຫ່ງການປະຕິບັດ ແຜນຮ່າງ “ເພີ່ມທະວີການຮ່ວມມືສາກົນ ໜູນຊ່ວຍພັດທະນາເສດຖະກິດ - ສັງຄົມ ຢູ່ເຂດຊົນເຜ່ົ່າສ່ວນໜ້ອຍ”

(VOVWORLD) -ຕອນເຊົ້າວັນທີ 22 ພະຈິກ, ຢູ່ຮ່າໂນ້ຍ, ຄະນະກໍາມະການຊົນເຜົ່າ ຂອງຫວຽດນາມ ໄດ້ຈັດຕັ້ງກອງປະຊຸມສະຫຼຸບ 5 ປີ ແຫ່ງການປະຕິບັດແຜນຮ່າງ “ເພີ່ມທະວີການຮ່ວມມືສາກົນ ໜູນຊ່ວຍການພັດທະນາເສດຖະກິດ-ສັງຄົມ ເຂດຊົນເຜົ່າສ່ວນໜ້ອຍ” ຂອງນາຍົກລັດຖະມົນຕີ.

ກອງປະຊຸມສະຫຼຸບ 5 ປີ ແຫ່ງການປະຕິບັດ ແຜນຮ່າງ “ເພີ່ມທະວີການຮ່ວມມືສາກົນ ໜູນຊ່ວຍພັດທະນາເສດຖະກິດ - ສັງຄົມ ຢູ່ເຂດຊົນເຜ່ົ່າສ່ວນໜ້ອຍ” - ảnh 1ກອງປະຊຸມສະຫຼຸບ 5 ປີ ແຫ່ງການປະຕິບັດ ແຜນຮ່າງ “ເພີ່ມທະວີການຮ່ວມມືສາກົນ ໜູນຊ່ວຍພັດທະນາເສດຖະກິດ - ສັງຄົມ ຢູ່ເຂດຊົນເຜ່ົ່າສ່ວນໜ້ອຍ” (ພາບ: daibieunhandan.vn )

ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ ລ້ວນແຕ່ຢັ້ງຢືນວ່າ: ແຜນຮ່າງໄດ້ປະຕິບັດຢ່າງມີປະສິດທິຜົນ, ມີຈຸດປະສົງລະອຽດ, ແທດເໝາະກັບສະພາບການຕົວຈິງຂອງເຂດຊົນເຜົ່າສ່ວນໜ້ອຍເຂດພູດອຍ. ແຜນຮ່າງໄດ້ຮັບການຜັນຂະຫຍາຍຢູ່ບັນດາຂົງເຂດເກືອບທັງໝົດ, ມີໄລຍະເວລາປະຕິບັດແຕ່ 02 ປີ ຂຶ້ນໄປ, ອັນໄດ້ປະກອບສ່ວນເຂົ້າໃນການປັບປຸຸງ, ຍົກສູງຄຸນນະພາບຊີວິດການເປັນຢູ່ຂອງຊາວເຜົ່າສ່ວນໜ້ອຍຢູ່ເຂດພູດອຍ, ເຂດພູສູງ. ທ່ານ ຟານວັນຮຸ່ງ, ຮອງຫົວໜ້າຄະນະກໍາມະການຊົນເຜົ່າ, ໃຫ້ຮູ້ວ່າ:

        “ພາຍຫຼັງປະຕິບັດໂຄງການມາເປັນເວລາ 5 ປີ, ພວກຂ້າພະເຈົ້າບັນລຸໄດ້ໝາກຜົນ ສໍາຄັນຫຼາຍຢ່າງ ແລະ ດຶງດູດໄດ້ຫຼາຍໂຄງການ ODA ແລະ ບັນດາໂຄງການຂອງບັນດາອົງການການຈັດຕັ້ງບໍ່ຂຶ້ນກັບລັດຖະບານສາກົນ ເຂົ້າມາລົງທຶນຢູ່ເຂດຊົນເຜົ່າສ່ວນໜ້ອຍ. ບັນດາໂຄງການເຫຼົ່ານັ້ນ ໄດ້ສຸມໃສ່ຫຼຸດຜ່ອນຄວາມທຸກຍາກ, ພັດທະນາການຜະລິດ, ສາທາລະນະສຸກ, ການສຶກສາ, ສອນວິຊາຊີບ ແລະ ແກ້ໄຂວຽກເຮັດງານທໍາ. ເບິ່ງລວມແລ້ວ, ບັນດາໂຄງການໄດ້ນໍາມາເຊິ່ງການປ່ຽນແປງຫຼາຍຢ່າງໃຫ້ແກ່ເຂດຊົນເຜົ່າສ່ວນໜ້ອຍ. ພວກຂ້າພະເຈົ້າເຫັນວ່າ ຍ້ອນແຫຼ່ງທຶນຂອງບັນດາອົງການຈັດຕັ້ງສາກົນ ພ້ອມກັບການລົງທຶນຂອງລັດຖະບານ  ແລະ ຄວາມພະຍາຍາມຂອງປະຊາຊົນ, ພໍ່ແມ່ພີ່ນ້ອງຊົນເຜົ່າສ່ວນໜ້ອຍນັ້ນໄດ້ເຮັດໃຫ້ເຂດຊົນເຜົ່າ ຂອງປະເທດເຮົາບັນລຸໄດ້ໝາກຜົນສໍາຄັນຫຼາຍຢ່າງ”.

ຕອບກັບ

ຂ່າວ/ບົດ​ອື່ນ