ກອງປະຊຸມສະຫຼຸບ 5 ປີແຫ່ງການປະຕິບັດຄຳສັ່ງເລກທີ 45 ຂອງສູນກາງກ່ຽວກັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດຈະຈັດຂຶ້ນຢູ່ຮ່າໂນ້ຍ

(VOVWORLD) -ກອງປະຊຸມຈະມີບັນດາຫົວເລື່ອງຄື: ສ້າງໃຫ້ສົມບູນແບບ ແລະ ຍົກສູງປະສິດທິຜົນບັນດານະໂຍບາຍລວມທີ່ສະຫງວນໃຫ້ຊາວຫວຽດນາມ ອາໄສຢູ່ຕ່າງປະເທດ

ກອງປະຊຸມສະຫຼຸບ 5 ປີແຫ່ງການປະຕິບັດຄຳສັ່ງເລກທີ 45 ຂອງສູນກາງກ່ຽວກັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດຈະຈັດຂຶ້ນຢູ່ຮ່າໂນ້ຍ - ảnh 1 ທີ່ກອງປະຊຸມຂ່າວ

(ພາບ: qdnd.vn)

ຕອນບ່າຍວັນທີ 23 ພະຈິກ, ຢູ່ຮ່າໂນ້ຍ, ຄະນະກຳມະການແຫ່ງລັດກ່ຽວກັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ໃດ້ເປີດຂໍ້ມູນໃຫ້ບັນດາອົງການສື່ມວນຊົນກ່ຽວກັບການຈັດຕັ້ງກອງປະຊຸມສະຫຼຸບການປະຕິບັດຄຳສັ່ງເລກທີ 45 ຂອງສູນກາງກ່ຽວກັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດ        ໃນສະພາບການໃໝ່. ກອງປະຊຸມຈະດຳເນີນໃນວັນທີ 27 ພະຈິກ ຈະມາເຖິງ, ຢູ່ຮ່າໂນ້ຍ. ມີຜູ້ແທນ 400 ທ່ານເຊິ່ງແມ່ນການນຳບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ, ບັນດາຫົວໜ້າອົງການຕ່າງໜ້າຫວຽດນາມ ປະຈຳຕ່າງປະເທດອາຍຸການ 2020 – 2023, ສະມາຄົມຕິດຕໍ່, ສະມາຄົມຍາດຕິພີນ້ອງຊາວຫວຽດນາມ ອາໄສຢູ່ຕ່າງປະເທດຢູ່ບັນດາທ້ອງຖິ່ນ, ພ້ອມກັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດທີ່ດີເດັ່ນຈະເຂົ້າຮ່ວມກອງປະຊຸມ. ກອງປະຊຸມຈະມີບັນດາຫົວເລື່ອງຄື: ສ້າງໃຫ້ສົມບູນແບບ ແລະ ຍົກສູງປະສິດທິຜົນບັນດານະໂຍບາຍລວມທີ່ສະຫງວນໃຫ້ຊາວຫວຽດນາມ ອາໄສຢູ່ຕ່າງປະເທດ; ການດຶງດູດແຫຼ່ງກຳລັງຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ຮັບໃຊ້ພາລະກິດແຫ່ການສ້າງສາ, ປົກປັກຮັກສາ ແລະ ພັດທະນາປະເທດ; ເພີ່ມວີວຽກງານໂຄສະນາ, ຊຸກຍູ້ການສອນ ແລະ ຮຽນພາສາຫວຽດໃຫ້ແກ່ຊາວຫວຽດນາມ ອາໄສຢູ່ຕ່າງປະເທດ, ເພື່ອແນໃສ່ອະນຸລັກຮັກສາສີສັນວັດທະນະທຳທີ່ເປັນມູນເຊື້ອຂອງຊາດ. ທ່ານ ເລືອງແທັງງີ້, ຮອງຫົວໜ້າຄະນະກຳມະການແຫ່ງລັດກ່ຽວກັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດ, ໃຫ້ເປີຍໃຫ້ຮູ້ການເພີ່ມທະວີປະຕິບັດຄຳສັ່ງໃນໄລຍະຈະມາເຖິງວ່າ.

“ພວກຂ້າພະເຈົ້າຖືວ່າ, ຄວນສືບຕໍ່ຍົກສູງສະຕິຄວາມຮັບຮູ້, ການເຂົ້າຮ່ວມຂອງທັງລະບົບການເມືອງ, ຂອງປະຊາຊົນທຸກຄົນກ່ຽວກັບວຽກງານພົວພັນຕ່າງປະເທດສຳລັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດ. ພິເສດແມ່ນທັດສະນະຊີ້ນຳຂອງພັກ ແລະ ລັດ ແມ່ນຖືປະຊາຄົມຊາວຫວຽດນາມ ອາໄສຢູ່ຕ່າງປະເທດແມ່ນພາກສ່ວນໜຶ່ງທີ່ບໍ່ສາມາດຕັດແຍກອອກຈາກປະຊາຄົມຊາວຫວຽດນາມ ໄດ້. ປຸກລະດົມ, ສົ່ງເສີມໃຫ້ພໍ່ແມ່ປະຊາຊົນອວ່າຍເມືອໜ້າບ້ານເກີດເມືອງນອນ, ປະເທດຊາດ, ພ້ອມທັງຮັບປະກັນສິດຜົນປະໂຫຍດອັນສອບທຳຂອງພໍ່ແມ່ປະຊາຊົນເມື່ອກັບເມືອປະເທດເພື່ອລົງທຶນດຳເນີນທຸລະກິດ; ສ້າງເງື່ອນໄຂໜູນຊ່ວຍໃຫ້ແກ່ພໍ່ແມ່ປະຊາຊົນຮັກສາສີສັນວັດທະນະທຳຂອງຊາດ”.

ຕອບກັບ

ຂ່າວ/ບົດ​ອື່ນ