ກອງປະຊຸມສະຫຼຸບ ວຽກງານ ປີ 2011 ຂອງຄະນະບໍລິຫານ ງານສະມາຄົມ ມິດຕະພາບ ຫວຽດນາມ - ລາວ

ກອງປະຊຸມສະຫຼຸບ ວຽກງານ ປີ 2011 ຂອງຄະນະບໍລິຫານ ງານສະມາຄົມ ມິດຕະພາບ ຫວຽດນາມ - ລາວ - ảnh 1

ຕອນ​ເຊົ້າ​ວັນ​ທີ 29/11 ຢູ່​ຮ່າ​ໂນ້ຍ, ຄະນະ​ບໍລິຫານ​ງານສະມາຄົມ​ມິດຕະພາບຫວຽດນາມ - ລາວ ​ໄດ້​ຈັດ​ຕັ້ງ​ກອງ​ປະຊຸມ​ສະຫຼຸບ​ວຽກ​ງານ​ປີ 2011. ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ມີ​ທ່ານ ຫວູຈ້ອງ​ກິມ, ກຳມະການ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ, ປະທານ​ສະມາຄົມ​ມິດຕະພາບ​ຫວຽດນາມ - ລາວ. ບົດ​ລາຍ​ງານ​ທີ່​ກອງ​ປະຊຸມ​ສະຫຼຸບ​ໃຫ້​ຮູ້​ວ່າ: ​ໃນ​ປີ​ທີ່​ຜ່ານ​ມາ, ສະ​ມາ​ຄົມ​ມິ​ດຕະພາບ​ຫວຽດນາມ - ລາວ ​ໄດ້​ດຳ​ເນີນ​ການ​ເຄື່ອນ​ໄຫວ​ຫຼາຍ​ຢ່າງ ທີ່​ອຸດົມສົມ​ບຸນ, ປະກອບສ່ວນ​ສຳຄັນ​ເຂົ້າ​ໃນ​ການ​ປັບປຸງ ​ແລະ ພັດທະນາ​ສາຍ​ພົວພັນ​ມິດ​ຕະພາບ​ແບບ​ພິ​ເສດ ​ແລະ ການ​ຮ່ວມ​ມີ​ຢ່າງຮອບ​ດ້ານ ລະຫວ່າງຫວຽດນາມ - ລາວ  ຢ່າງ​ບໍ່​ຢຸດ​ຢັ້ງ. ກ່ຽວ​ກັບ​​ທິດທາງ​ການ​ເຄື່ອນ​ໄຫວ​ຂອງ​ສະມາຄົມ​ໃນ​ປີ 2012, ທ່ານ ດ່ວານ​ມິນ​ເຈົາ, ປະທານ​ສະມາຄົມ​ມິດຕະພາບ​ຫວຽດນາມ - ລາວ ຂອງ​ນະຄອນຫຼວງ​ຮ່າ​ໂນ້ຍ​ໃຫ້​ຮູ້​ວ່າ:“ປີ 2012, ຫວຽດນມ ​ແລະ ລາວ ຈະ​ພ້ອມ​ກັນ​ສະ​ເຫຼີ​ມສະຫຼອງ 50 ປີ ​ແຫ່ງ​ວັນ​ ສ້າງຕັ້ງສາຍ​ພົວພັນ​ທາງ​ການ​ທູດ​ລະຫວ່າງ 2 ປະ​ເທດ ​ແລະ 35 ປີ ​ແຫ່​ງວັນ​ເຊັນ​ສົນທິສັນຍາ​ມິດຕະພາບ ​ແລະ ຮ່ວມ​ມື​ຫວຽດນາມ - ລາວ. ການ​ນຳ​ຂັ້ນ​ສູງ 2 ປະ​ເທດ ​ໄດ້​ເຫັນ​ດີ​ກຳນົດ​ວ່າປີ 2012 ​ແມ່ນ ປີ​ແຫ່ງ​ຄວາມ​ສາມັກຄີ​ມິດຕະພາບ​ລະຫວ່າງ​ຫວຽດນາມ - ລາວ. ສະມາຄົມ​ມິດ​ຕະພາບ​ຫວຽດນາມ - ລາວ ຄວນ​ຕັ້ງໜ້າ​ຕອບສະໜອງ​ດ້ວຍ​ການ​ເຄື່ອນ​ໄຫວອັນ​ລະອຽດ, ​ແທ​ດຈິງຕ່າງໆຄື: ສົມທົບ​ກັບ​ກະຊວງ​ການ​ຕ່າງປະ​ເທດ, ຄະນະ​ພົວພັນ​ການຕ່າງປະ​ເທດ​ສູນ​ກາງ​ພັກ, ຄະນະ​ກຳມະການ ປຊຊ ນະຄອນ ຮ່າ​ໂນ້ຍ ​ແລະ ບັນດາ​ຫົວໜ່ວຍ​ທີ່​ກ່ຽວຂ້ອງ​ຈັດ​ຕັ້ງງານ​ໂຮມ​ຊຸມນຸມລະດັບ​ຊາດ, ​ເປັນ​ເຈົ້າພາບ​ຈັດ​ຕັ້ງ​ງານ​ມະ​ໂຫລານ​ມິດຕະພາບ ປຊຊ ຫວຽ​ດນາມ - ລາວຄັ້ງ​ທີ 3, ຈັດ​ຕັ້ງ​ການ​ເຄື່ອນ​ໄຫວ​ສະ​ເຫຼີ​ມສະຫຼອງ​ວັນ​ສະຖາ​ປານາ ສປປ ລາວ ​ແລະ ບຸນປີ​ໃໝ່.​..”

        ພາຍຫຼັງ​ກອງ​ປະຊຸມ​ສະຫຼຸບ ກໍ່​ໄດ້​ດຳ​ເນີນ​ການ​ພົບ​ປະ​ມິດຕະພາບ ​ເພື່ອ​ສະ​ເຫຼີ​ມ ສະຫຼອງ 36 ປີ ​ແຫ່ງ​ວັນ ສະຖາ​ປາ​ນາ​ ສປປ ລາວ.

 

ຂ່າວ/ບົດ​ອື່ນ