ກອງປະຊຸມສະຫຼຸບ ວຽກງານຂອງຄະນະ ຊີ້ນຳໂຄງການຈຸດໝາຍແຫ່ງຊາດກ່ຽວກັບ ການກໍ່ສ້າງຊົນນະບົດໃໝ່ປີ 2013

ກອງປະຊຸມສະຫຼຸບ ວຽກງານຂອງຄະນະ ຊີ້ນຳໂຄງການຈຸດໝາຍແຫ່ງຊາດກ່ຽວກັບ ການກໍ່ສ້າງຊົນນະບົດໃໝ່ປີ 2013  - ảnh 1
(ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູວັນ​ນິງ ຊີ້ນຳກອງປະຊຸມ)

(vovworld) - ຕອນ​ເຊົ້າ​ວັນ​ທີ 12/03, ຢູ່​ຮ່າ​ໂນ້ຍ, ກ່າວ​ຄຳ​ເຫັນທີ່ກອງ​ປະຊຸມ​ສະຫຼຸບວຽກ​ງານຂອງຄະນະ​ຊີ້​ນຳ​ໂຄງການ​ຈຸດໝາຍ​ແຫ່ງ​ຊາດ​ກ່ຽວ​ກັບ​ການກໍ່ສ້າງ​ຊົນນະບົດ​ໃໝ່​ປີ 2013, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູວັນ​ນິງ ຢືນຢັນ​ວ່າ ການ​ກໍ່ສ້າງ​ຊົນນະບົດ​ໃໝ່​ໄດ້​ກາຍ​ເປັນ​ຂະ​ບວນການ​ທົ່ວ​ໄປ, ມີ​ການ​ເຂົ້າ​ຮ່ວມ​ຂອງ​ທັງ​ລະບົບ​ການ​ເມືອງ, ປະຊາຊົນ. ຜ່ານ​ພຶດຕິ​ກຳ​ຕົວ​ຈິງ, ດ້ວຍ 144 ຕາ​​ແສງ​ບັນລຸ​ 19/19 ມາ​ດຖານ, ​ໂຄງການ​ພວມ​ຄ່ອຍໆ​ປະກົດ​ຜົນ​ເປັນ​ຈິງ. ກ່ຽວ​ກັບ​ບັນດາ​ມາດຖານ​ກໍ່ສ້າງ​ຊົນນະບົດ​ໃໝ່, ທ່ານ​ຮອງ​ນາຍົກລັດຖະມົນຕີຮຽກຮ້ອງ​ໃຫ້​ບັນດາ​ກະຊວງ, ຂະ​ແໜງການ ສືບ​ຕໍ່​ກວດກາ​ເພື່ອສະ​ເໜີ​ການ​ປັບປຸງ, ​ແນ​ະນຳ​ການ​ປະຕິບັດ​ຢ່າງ​ລະອຽດ; ກະຊວງ​ແຜນການ ​ແລະ ການ​ລົງ​ທຶນ​ກຳ​ໄດ້​ສະພາບ​ການ​ຕົວຈິງ​ກ່ຽວ​ກັບ​ການ​ລົງທຶນ ກໍ່ສ້າງ​ຊົນນະບົດ​ໃໝ່.

        ​ໃນ​ປີ 2014, ​ໃນ​ທົ່ວ​ປະ​ເທດ​ສູ້​ຊົນ​ໃຫ້​ມີ 600 – 700 ຕາ​ແສງ​ບັນລຸ​ມາດຖານ​ຊົນນະບົດ​ໃໝ່. ​ເພື່ອ​ປະຕິບັດ​ໄດ້​ຄາດໝາຍ​ດັ່ງກ່າວ, ບັນດາ​ມາດ​ຕະການ​​ຕົ້ນ​ຕໍ່​ໄດ້ຮັບ​ການ​ກຳນົດວ່າ ບັນດາ​ກະຊວງ, ຂະ​ແໜງ​ການ​ສູນ​ກາງ ສຸ​ມໃສ່​ລົງທຶນກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ​ທີ່​ຈຳ​ເປັນ​ຄື: ຄົມມະນາຄົມ, ຊົນ​ນະ​ປະທານ, ນ້ຳ​ສະອາດ; ກໍ່ສ້າງ​ທາງ​ຄົມມະນາຄົມລະຫວ່າງບ້ານ​ໃຫ້​ສຳ​ເລດພື້ນຖານ, ສ້າງ​ບາດກ້າວ​ບຸກທະລຸ​ໃນ​ການ​ພັດທະນາ​ການ​ຜະລິດ ​ແລະ ປ່ຽນ​ໃໝ່​ຮູບ​ແບບ​ຈັດ​ຕັ້ງ​ການ​ຜະລິດ, ຍູ້​ແຮງ​ການ​ພັດທະນາ​ການ​ສຶກສາ, ສາທາລະນະ​ສຸກ ​ແລະ ສ້າງ​ຊີວິດ​ວັດທະນະທຳ​ຊົນນະບົດ​ໃໝ່.

ຂ່າວ/ບົດ​ອື່ນ