ກອງປະຊຸມສະຫຼຸບກົດໝາຍວ່າດ້ວຍ ເຮືອນຢູ່ ແລະ ກົດໝາຍວ່າດ້ວຍ ການດຳເນີນທຸລະກິດອະສັງຫະລິມະຊັບ

ກອງປະຊຸມສະຫຼຸບກົດໝາຍວ່າດ້ວຍ ເຮືອນຢູ່ ແລະ ກົດໝາຍວ່າດ້ວຍ ການດຳເນີນທຸລະກິດອະສັງຫະລິມະຊັບ - ảnh 1
ກອງ​ປະຊຸມ​ສະຫຼຸບ​ກົດໝາຍວ່າ​ດ້ວຍ​ເຮືອນ​ຢູ່, ກົດໝາຍ​ວ່າ​ດ້ວຍ​ການ​ດຳ​ເນີນ​ທຸລະ​ກິດອະສັງຫະລິມະ​ຊັບ
(ພາບ: baodautu.vn)

(vovworld) – ຕອນ​ເຊົ້າ​ວັນ​ທີ 23/5, ຢູ່​ຮ່າ​ໂນ້ຍ, ກະຊວງ​ກໍ່ສ້າງ​ໄດ້​ຈັດ​ຕັ້ງກອງ​ປະຊຸມ​ສະຫຼຸບ​ກົດໝາຍວ່າ​ດ້ວຍ​ເຮືອນ​ຢູ່, ກົດໝາຍ​ວ່າ​ດ້ວຍ​ການ​ດຳ​ເນີນ​ທຸລະ​ກິດອະສັງຫະລິມະ​ຊັບ ​ແລະ ມະຕິ​ຂອງ​ສະພາ​ແຫ່ງ​ຊາດ​ກ່ຽວ​ກັບ​ເລື່ອງ​ອະນຸຍາດໃຫ້​ອົງການ, ສ່ວນ​ບຸກຄົນ​ຊາວ​ຕ່າງປະ​ເທດໄດ້​ຊື້ ​ແລະ ກຳມະສິດ​ເຮືອນ​ຢູ່ ຢູ່​ຫວຽດນາມ. ຕາມ​ກະຊວງ​ກໍ່ສ້າງ​ແລ້ວ, ນັບ​ແຕ່​ມີ​ກົດໝາຍ​ວ່າ​ດ້ວຍ​ເຮືອນ​ຢູ່ ​ເມື່ອ​ປີ 2005  ​ແລະ ກົດໝາຍ​ດຳ​ເນີນ​ທຸລະ​ກິດ​ອະສັງ​ຫະລິ​ມະ​ຊັບ ​ເມື່ອ​ປີ 1999, ມາ​ຮອດ​ປະຈຸ​ບັນ ​ເນື້ອ​ທີ່​ເຮືອນ​ຢູ່​ໃນ​ທົ່ວ​ປະ​ເທດ​ໄດ້​ເພີ່ມ​ຂຶ້ນ​ທົບ 2 ​ເທົ່າ. ​ເຖິງ​ຢ່າງ​ໃດ​ກໍ່ຕາມ, ກົດໝາຍ​ທັງ​ສອງ​ນີ້​ຍັງ​ມີ​ຫຼາຍ​ບັນຫາ​​ຍັງ​ຄົງ​ຄ້າງ ຕ້ອງ​ໄດ້​ຮັບ​ການ​ປັບປຸງ.

ລັດຖະບານ​ໄດ້​ມອບ​ໃຫ້​ກະຊວງ​ກໍ່ສ້າງຄົ້ນ​ຄ້ວາ, ສ້າງ​ຮ່າງ​ກົດໝາຍວ່າ​ດ້ວຍ​ເຮືອນ​ຢູ່, ກົດໝາຍ​ວ່າ​ດ້ວຍ​ການ​ດຳ​ເນີນ​ທຸລະ​ກິດອະສັງຫະລິມະ​ຊັບ (ສະບັບ​ປັບປຸງ) ​ເພື່ອ​ສະ​ເໜີ​ຕໍ່​ສະພາ​ແຫ່ງ​ຊາດ​ຮັບຮອງ​ເອົາ. ຄາດ​ວ່າ​ປີ 2014, ສະພາ​ແຫ່ງ​ຊາດ​ຈະ​ພິຈາລະນາ ​ແລະ ຮັບຮອງ​ເອົາ​ກົດໝາຍ​ສອງ​ສະບັບ​ນີ້ ​ແລະ ຮອດ​ປີ 2015 ຈະ​ມີ​ຜົນ​ສັກສິດ. ​ເລື່ອງ​ປັບປຸງກົດໝາຍວ່າ​ດ້ວຍ​ເຮືອນ​ຢູ່, ກົດໝາຍ​ວ່າ​ດ້ວຍ​ການ​ດຳ​ເນີນ​ທຸລະ​ກິດອະສັງຫະລິມະ​ຊັບ ​ຖືກ​ດຳ​ເນີນ​ບົນ​ພື້ນຖານ​ເໝາະ​ສົມ​ກັບ​ຍຸດ​ທະ​ສາດ​ພັດທະນາ​ເຮື່ອ​ນຢູ່ ​ເຊິ່ງທ່ານ​ນາຍົກລັດຖະມົນຕີ​ໄດ້​ເຊັນ​ອະນຸມັດ, ພ້ອມ​ທັງ​ຮັບປະກັນ​ລັກສະນະ​ເປັນ​ເອກະ​ພາບ ​ແລະ ຄົບ​ຊຸດ​ກັບ​ບັນດາ​ກົດໝາຍ​ທີ່​ກ່ຽວຂ້ອງ.

 

ຂ່າວ/ບົດ​ອື່ນ