ກອງປະຊຸມສະຫຼຸບການປະຕິບັດມະຕິຂອງນາຍົກ ລັດຖະມົນຕີ ກ່ຽວກັບ ການກໍ່ສ້າງນະຄອນເກີນເທີ

ກອງປະຊຸມສະຫຼຸບການປະຕິບັດມະຕິຂອງນາຍົກ ລັດຖະມົນຕີ ກ່ຽວກັບ ການກໍ່ສ້າງນະຄອນເກີນເທີ - ảnh 1
(ກອງ​ປະຊຸມ​ສະຫຼຸບການ​ປະຕິບັດ​ມະຕິ​ຂອງນາຍົກລັດຖະມົນຕີ
ກ່ຽວ​ກັບ​ການ​ກໍ່ສ້າງ​ນະຄອນ​ເກີນ​ເທີ ​ໄລຍະ 2009 – 2015)


(vovworld) – ຕອນ​ເຊົ້າ​ວັນ​ທີ 23/12, ຢູ່​ເກີນ​ເທີ, ​ໄດ້​ຈັດກອງ​ປະຊຸມ​ສະຫຼຸບ​​ການ​ປະຕິບັດ​ມະຕິ​ຂອງນາຍົກລັດຖະມົນຕີ ກ່ຽວ​ກັບ​ການ​ກໍ່ສ້າງ​ນະຄອນ​ເກີນ​ເທີ ​ໄລຍະ 2009 – 2015.

        ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ, ທ່ານ​ຮອງ​ນາຍົກລັດຖະມົ​ນຕີ ຫວູ້ວັນ​ນິງ ຖື​ວ່າ, ນະຄອນ​ເກີນ​ເທີ ພ້ອມ​ກັບ​ບັນດາ​ກະຊວງ, ຂະ​ແໜງ​ການ​ສູ​ນກາງ ​ໄດ້ຕັ້ງ​ໜ້າ​ຜັນ​ຂະ​ຫຍາຍບັນດາ​ໂຄງການ​ເຄື່ອນ​ໄຫວ ​ແລະ ບັນລຸ​ໄດ້​ຜົນງານ​ຫຼາຍ​ຢ່າງ. ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູ້ວັນ​ນິງ ຮຽກຮ້ອງ​ໃຫ້​ນະຄອນ​ເກີນ​ເທີ ສົມທົບ​ກັບ​ບັນດາ​ກະຊວງ, ຂະ​ແໜງ​ການ​ສູນ​ກາງ ​ເພື່ອ​ປະຕິ​ບັດ​ສຳ​ເລັດ​ຄາດໝາຍ​ທີ່​ໄດ້​ວາງ​ອອກ ​ເພື່ອ​ແນ​ໃສ່​ນຳ​ນະຄອນ​ພັດທະນາ​​ໃຫ້ກາຍ​ເປັນ​​ໃຈກາງ​ຂອງ​ເຂດ​ທົ່ງພຽງ​ແມ່​ນ້ຳ​ທາງ​ພາກ​ໃຕ້​ຫວຽດນາມ.

        ທີ່​ກອງ​ປະຊຸມ, ບັນດາ​ກະຊວງ, ຂະ​ແໜງ​ການ​ສູນ​ກາງ ​ໄດ້ພ້ອມ​ກັນ​ແລກປ່ຽນ ​ແລະ ​ເຮັດ​ແຈ້ງ​ບັນດາ​ບັນຫາ​ທີ່​ຍັງ​ຄົງ​ຂ້າງ ​ໃນ​ວິວັດ​ການ​ປະຕິບັດ​ໜ້າ​ທີ່​ຂອງ​ນະຄອນ​ເກີນ​ເທີ ກ່ຽວ​ກັບ​ບັນດາ​ກົນ​ໄກນະ​ໂຍບາຍ, ລະດົມ​ແຫຼ່ງທຶນ ​ເພື່ອ​ແນ​ໃສ່​ສ້າງທ່ວງ​ທ່າ​ຊຸກຍູ້​ການ​ພັດທະນາ​ເສດຖະກິດ​ສັງຄົມ​ຂອງ​ທ້ອງ​ຖິ່ນ​ເວົ້າ​ສະ​ເພາະ ​ແລະ ຂອງ​ທົ່ວ​ເຂດ​ເວົ້າ​ລວມ.

ຂ່າວ/ບົດ​ອື່ນ