ກອງປະຊຸມສະຫຼຸບວຽກງານແຂ່ງຂັນ-ມອບລາງວັນ ປີ 2014 ແລະ ຜັນຂະຫຍາຍໜ້າທີ່ປີ 2015

ກອງປະຊຸມສະຫຼຸບວຽກງານແຂ່ງຂັນ-ມອບລາງວັນ ປີ 2014 ແລະ ຜັນຂະຫຍາຍໜ້າທີ່ປີ 2015  - ảnh 1
ສະ​ພາ​ແຂ່ງ​ຂັນ -ມອບ​ລາງວັນ​ສູນ​ກາງ​ໄດ້​ຈັດ​ກອງ​ປະ​ຊຸມ​ສະຫຼຸບ​ວຽກ​ງານ​ປີ 2014 ແລະ ຜັນ​ຂະ​ຫຍາຍ​ໜ້າ​ທີ່​ປີ 2015

(vovworld)- ຕອນ​ເຊົ້າ​ວັນ​ທີ 26/12, ຢູ່​ຮ່າ​ໂນ້ຍ, ສະ​ພາ​ແຂ່ງ​ຂັນ -ມອບ​ລາງວັນ​ສູນ​ກາງ​ໄດ້​ຈັດ​ກອງ​ປະ​ຊຸມ​ສະຫຼຸບ​ວຽກ​ງານ​ປີ 2014 ແລະ ຜັນ​ຂະ​ຫຍາຍ​ໜ້າ​ທີ່​ປີ 2015. ເຂົ້າ​ຮ່ວມ ກອງ​ປະ​ຊຸມມີ​ທ່ານ​ນາງ ຫງວຽນ​ທິຢ​ວານ ​ຮອງ​ປະ​ທານ​ປະ​ເທດ, ຮອງ​ປະ​ທານຜູ້​ທີ່ 1 ສະ​ພາ​ແຂ່ງ​ຂັນ-ມອບ​ລາງວັນ​ສູນ​ກາງ. ກອງ​ປະ​ຊຸມ​ໄດ້​ຊີ້​ໃຫ້​ເຫັນດ້ານ​ດີ​ໃນ​ວຽກ​ງານແຂ່ງ​ຂັນ-ມອບ​ລາງວັນ​ໃນ​ປີ 2014, ພ້ອມ​ກັນ​ນັ້ນ, ກໍ​ຍົກ​ອອກ​ບັນ​ດາ​ຂໍ້​ຄວ​າມ​ຈຳ​ກັດ, ສິ່ງ​ທີ່​ຍັງ​ຄົງ​ຄ້າງ​ຄວນ​ໄດ້​ຮັບ​ການ​ແກ້​ໄຂ. ທ່ານ​ນາງ ເຈີນ​ທິ​ຮ່າ ລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ​ການ​ກະ​ຊວງ​ພາຍ​ໃນ, ຫົວ​ໜ້າ​ຄະ​ນະແຂ່ງ​ຂັນ-ມອບ​ລາງວັນ​ສູນ​ກາງ ຊີ້​ແຈ້ງວ່າ :

   “  ປີ 2014 ໄດ້​ມີ​ການ​ຫັນ​ປ່ຽນ​ຢ່າງ​ຕັ້ງ​ໜ້າ​ໃນວຽກ​ງານ​ຍ້ອງ​ຍໍ, ມອບ​ລາງວັນ​ໃຫ້​ບັນ​ດາ​ຜູ້​ມີ​ຜົນ​ງານ​ໃນ​ການ​ຮ່ຳ​ຮຽນ, ອອກ​ແຮງ​ງານ, ປະ​ຕິ​ບັດ​ງານ. ຮູບການມອບ​ໃບ​ຍ້ອງ​ຍໍ​ຂອງ​ລັດ​ຖະ​ມົນ​ຕີ, ເຈົ້າ​ແຂວງ, ເຈົ້າ​ຄອງ​ນະ​ຄອນ​ໃຫ້​ບັນ​ດາ​ຜູ້​ມີ​ຜົນ​ງານ​ໃນ​ອອກ​ແຮງ​ງານ ແມ່ນກວມ​ເອົາ​ອັດ​ຕາ​ປະ​ມານ 50% ຂຶ້ນ​ໄປ, ແຕ່ຮູບການຍ້ອງ​ຍໍ​ຂັ້ນ​ລັດ​ດ້ວຍ​ການມອບ​ໃບ​ຍ້ອງ​ຍໍ​ໃຫ້​ຜູ້​ອອກ​ແຮງ​ງານ​ຈາກ​ຂັ້ນນາ​ຍົກ​ລັດ​ຖະ​ມົນ​ຕີຂຶ້ນ​ໄປ  ບັນ​ລຸ​ພຽງ​ກວ່າ 10%ເທົ່າ​ນັ້ນ, ເປັນ​ອັນ​ວ່າ ​ແມ່ນ​ອັດ​ຕາ​ທີ່​ຍັງບໍ່​ທັນ​ສູງ​ປານ​ໃດ”

    ໃນ​ປີ 2015, ສະ​ພາ​ແຂ່ງ​ຂັນ-ມອບ​ລາງວັນ​ສູນ​ກາງໄດ້​ວາງ​ອອກ​ໜ້າ​ທີ່​ສຳ​ຄັນ 6 ປະ​ການ, ໃນ​ນັ້ນ​ເປັນ​ໜ້າ​ສົນ​ໃຈແມ່ນ​ການ​ຈັດ​ຕັ້ງ​ບັນ​ດາ​ຂະ​ບວນ​ການ​ແຂ່ງ​ຂັນ​ຮັກ​ຊາດ​ທີ່​ແທດ​ຈິງ, ປະ​ກອບ​ສ່ວນ​ປະ​ຕິ​ບັດ​ໜ້າ​ທີ່​ພັດ​ທະ​ນາ​ເສດ​ຖະ​ກິດ-ສັງ​ຄົມ​ປີ 2015 ຢ່າງ​ມີ​ໄຊ.

ຂ່າວ/ບົດ​ອື່ນ