ກອງປະຊຸມສະຫລຸບ 3 ປີກ່ຽວກັບການ ປ່ຽນໃໝ່ການ ຄຸ້ມຄອງການສຶກສາ

 ກອງປະຊຸມສະຫລຸບ 3 ປີກ່ຽວກັບການ ປ່ຽນໃໝ່ການ ຄຸ້ມຄອງການສຶກສາ - ảnh 1

(ພາບ: ppa.edu.vn)

(vovworld)-​​​​ ​ ຕອນ​ເຊົ້າວັນ​ທີ 11/9, ຢູ່​ຮ່າ​ໂນ້ຍ, ກະຊວງ​ສຶກສາ ​ແລະ ບຳລຸງ​ສ້າງ​ຫວຽດນາມ ​ໄດ້​ຈັດກອງ​ປະຊຸມ​ສະຫລຸບ 3 ປີ​​ແຫ່ງ​ການ​ປະຕິບັດ​ຄຳ​ສັ່ງ​ເລກທີ 296 ຂອງ​ນາຍົກລັດຖະມົນຕີກ່ຽວ​ກັບ​ການ​ປ່ຽນ​ໃໝ່​ການຄຸ້ມ​ຄອງ​ການ​ສຶກສາຂັ້ນມະຫາ ວິທະຍາ​ໄລ ​ໄລຍະ 2010-2012. ພາ​ຍຫຼັງ​ປະຕິບັດຄຳ​ສັ່ງ​ເລກທີ 296, ຂະ​ແໜງ​ສຶກສາ ​ແລະ ບຳລຸງ​ສ້າງ​ໄດ້​ເປັນ​ເຈົ້າການ​ສ້າງ​ໂຄງການ​ດຳ​ເນີນ​ງານ​ກ່ຽວ​ກັບ​ການ ຄຸ້ມ​ຄອງ​ການ​ສຶກສາ ​ເພື່ອ​ແນ​ໃສ່​ປະຕິ​ຮູບ ​ແລະ ຍົກ​ສູງ​ຄຸນ​ນະພາ​ບ, ປະສິດທິ​ຜົນ​ວຽກ​ງານ​ຄຸ້ມ​ຄອງ​ບຳລຸງ​ສ້າງ. ທ່ານ​ບຸ່ຍ​ວັນ​ກາ ຮອງ​ລັດຖະມົນຕີກະຊວງ​ສຶກສາ ​ແລະ ບຳລຸງ​ສ້າງ​ຫວຽດນາມ ​ໃຫ້​ຮູ້​ວ່າ:

   “​ເພື່ອ​ຍົກ​ສູງ​ຄຸນ​ນະພາ​ບການ​ສຶກສາ​ຕອບ​ສະໜອງ​ຄວາມ​ຕ້ອງການ​ດ້ານ ຊັບພະຍາກອນ​ມະນຸດ ຮັບ​ໃຊ້​ພາລະ​ກິດ​ຫັນ​ປະ​ເທດ​ຊາດ​ເປັນ​ປະ​ເທດ​ອຸດສາຫະກຳ ​ແລະ ທັນ​ສະ​ໄໝ​ໃນ​ໄລຍະ​ຈະ​ມາ​ເຖິງ, ທົ່ວ​ຂະ​ແໜງ​ສຸມ​ໃສ່​ປະຕິບັດ​ບາງ​ໜ້າ​ທີ່​ຈຸດ​ສຸມ​ຄື: ສືບຕໍ່ປ່ຽນ​ໃໝ່​ວຽກ​ງານ​ຄຸ້ມ​ຄອງ ​ເພື່ອ​ແນ​ໃສ່​ຍົກ​ສູງ​ຄຸນ​ນະພາ​ບການ​ບຳລຸງ​ສ້າງ; ​ເພີ່ມ​ທະວີ​ວຽກ​ງານ​ກວດກາ ກວດກາ​ນ, ສ້າງ​ລະບົບ​ເອກະສານ​ແນະນຳ​ການ​ປະຕິບັດ​ກົດໝາຍ​ວ່າ​ດ້ວຍ​ການ​ສຶກສາຂັ້ນມະຫາວິທະຍາ​ໄລ, ສ້າງ​ແຜນ​ຮ່າງ​ປ່ຽນ​ໃໝ່​ໂດຍ​ພື້ນ​ຖານ ​ແລະ ຮອບດ້ານ​ກາ​ນສຶກ​ສາ​ບຳລຸງ​ສ້າງ​ເປັນສົມ​ບູນ​ແບບ​ເພື່ອ​ຍື່ນ​ສະ​ເໜີ​ຕໍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ ຄັ້ງຈະ​ມາ​ເຖິງ“

 

ຂ່າວ/ບົດ​ອື່ນ