ກອງປະຊຸມສະຫລຸບ 3ປີແຫ່ງການປະຕິ ບັດຄຳສັ່ງເລກທີ 03 ຂອງກົມການເມືອງ


 ກອງປະຊຸມສະຫລຸບ 3ປີແຫ່ງການປະຕິ ບັດຄຳສັ່ງເລກທີ 03 ຂອງກົມການເມືອງ - ảnh 1

(ພາບ: VGP/Lê Sơn)

(vovworld)- ​ ຕອນ​ເຊົ້າວັນ​ທີ 19/5, ຄະນະ​​ເລຂາ​ສູນ​ກາງພັກ​ໄດ້​ຈັດ​ກອງ​ປະຊຸມ​ໂດຍ​ກົງ​ທາງ​ເຄື​ຍຂ່າຍ​ອິນ​ເຕີ​ແນັດ ສະຫລຸບ 3 ປີ​ແຫ່ງ​ການ​ປະຕິບັດ​ຄຳ​ສັ່ງ​ເລກທີ 03 ຂອງກົມ​ການ​ເມືອງກ່ຽວ​ກັບ​ການ​ສືບ​ຕໍ່​ຍູ້​ແຮງ​ການຮ່ຳຮຽນ ​ແລະ ປະຕິບັດ​ຕາມ​ແບບຢ່າງ​ຄຸນ​ສົ​ມບັດປະທານ​ໂຮ່ຈິ​ມິນ ​ໂດຍ​ມີ​ການ​ເຂົ້າຮ່ວມ​ຂອງ 63 ​ແຂວງ, ນະຄອນ​ໃນ​ທົ່ວ​ປະ​ເທດ.

   ​ໃນ​ບົດ​ລາຍ​ງານ​ກ່ຽວ​ກັບ​ໝາກຜົນ​ແຫ່ງ​ການ​ປະຕິບັດຄຳ​ສັ່ງ​ເລກທີ 03, ທ່ານ​ດິງ​ເທ​ຮິງ, ກຳມະການ​ກົມ​ການ​ເມືອງ, ເລຂາ​ສູນ​ກາງພັກ ຊີ້​ແຈ້ງວ່າ: ​ໃນ 3 ປີຜ່ານມາ,​ການຈັດຕັ້ງການຮ່ຳຮຽນ ​ແລະ ປະຕິບັດ​ຕາມ​ແບບຢ່າງ​ຄຸນ​ສົ​ມບັດປະທານ​ໂຮ່ຈິ​ມິນ ​ໄດ້​ຕິດ​ພັນ​ກັບ​ການ​ປະຕິບັດ​ໜ້າ​ທີ່​ຂອງ​ທ້ອງ​ຖິ່ນ, ກັບ​ວຽກ​ງານ​ກໍ່ສ້າງ​ພັກ, ກັບ​ບັນດາ​ຂະ​ບວນການ​ແຂ່ງຂັນ​ຢູ່​ບັນດາ​ທ້ອງ​ຖິ່ນ, ອົງການ​, ຫົວໜ່ວຍ​ທັງ​ຢູ່​ພາຍ​ໃນ ​ແລະ ຕ່າງປະ​ເທດ​ຢ່າງ​ແໜ້ນ​ແຟ້ນກ່ວາ.

  ກ່າວ​ຄຳ​ເຫັນ​ສະຫລຸບ​ກອງ​ປະຊຸມ, ທ່ານ​ເລ​ຮົ່ງ​ແອ​ງ, ກຳມະການ​ກົມ​ການ​ເມືອງ, ຜູ້​ປະຈຳການຄະນະ​​ເລຂາ​ສູນ​ກາງພັກ​ໄດ້​ຍອ້ງຍໍ​ຊົມ​ເຊີຍ​ບັນດາຫ​ມູ່ຄະນະ ​ແລະ ສ່ວນ​ບຸກ​ຄົນ​ມີ​ຜົນງານ​ໃນ​ການຮ່ຳຮຽນ ​ແລະ ປະຕິບັດ​ຕາມ​ແບບຢ່າງ​ຄຸນ​ສົ​ມບັດປະທານ​ໂຮ່ຈິ​ມິນ ​ໃນ 3 ປີຜ່ານມາ. ທ່ານ​ເລ​ຮົ່ງ​ແອ​ງ ​ເນັ້ນໜັກ​ວ່າ, ອົງຄະ​ນະ​ພັກຂັ້ນຕ່າງໆ ​ແລະ ການ​ນຳ​ບັນດາ​ທ້ອງ​ຖິ່ນ, ອົງການ​, ຫົວໜ່ວຍຕ້ອງ​ສືບ​ຕໍ່​ຊາບ​ຊືມຢ່າ​ງເລິກ​ເຊິ່ງຄວາມ​ສຳຄັນ, ຄວາມ​ໝາຍ​ແທດ​ຈິງ​ໃນ​ສະ​ເພາະ​ໜ້າ ​ແລະ ຍາວ​ນານ​ ການຮ່ຳຮຽນ ​ແລະ ປະຕິບັດ​ຕາມ​ແບບຢ່າງ​ຄຸນ​ສົ​ມບັດປະທານ​ໂຮ່ຈິ​ມິນ./.

 

 

ຂ່າວ/ບົດ​ອື່ນ