ກອງປະຊຸມສະຫລຸບ ວຽກງານສະພາພັດທະນາ ແບບຍືນຍົງ ແລະ ຍົກສູງກຳລັງຄວາມສາມາດແກ່ງແຍ້ງແຫ່ງຊາດ

ກອງປະຊຸມສະຫລຸບ ວຽກງານສະພາພັດທະນາ ແບບຍືນຍົງ ແລະ ຍົກສູງກຳລັງຄວາມສາມາດແກ່ງແຍ້ງແຫ່ງຊາດ - ảnh 1
ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູດຶກ​ດາມ ເປັນປະທານກອງປະຊຸມ
(ພາບ: VGP/Minh Khôi)


(vovworld) – ​ເປັນ​ປະທານກອງ​ປະຊຸມ​ສະຫລຸບ​ວຽກ​ງານ​ສະພາ​​ພັດທະນາ​ແບບ​ຍືນ​ຍົງ​ແລະ​ຍົກ​ສູງ​ກຳລັງ​ຄວາມ​ສາມາດ​ແກ່ງ​ແຍ້​ງແຫ່ງຊາດ, ​ຖືກ​ຈັດ​ຂຶ້ນ​ໃນ​ຕອນ​ເຊົ້າ​ວັນ​ທີ 31/12, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູດຶກ​ດາມ ສະ​ເໜີ​​ໃນ​ໄລຍະ​ຈະ​ມາ​ເຖິງ, ສະພາ​ສຸມ​ໃສ່​ຄົ້ນ​ຄ້ວາ, ກວດກາ​ຄືນ​ບັນດາ​ມາ​ດຖານ​ທີ່​ປະຕິບັດ​ເປັນ​ຢ່າງ​ດີ​ເພື່ອ​ສືບ​ຕໍ່​ສ້າງ​ສຳ​ເລັດ, ​ເປັນ​ເຈົ້າ​ການ​ເປັນ​ເສນາ​ທິການ, ສະ​ເໜີ​ບັນດາ​ບັນຫາ​ຂຶ້ນ​ກັບ​ຄວາມ​ສາມາດ, ໜ້າ​ທີ່​ຂອງ​ສະພາ, ບັນດາ​ບັນຫາ​ກ່ຽວຂ້ອງ​ເຖິງ​ການ​ພັດທະນາ​ແບບ​ຍືນ​ຍົງ ​ແລະ ຍົກ​ສູງ​ກຳລັງ​ຄວາມ​ສາມາດ​​ແກ່ງ​ແຍ້​ງ. ການ​ເຄື່ອນ​ໄຫວ​ຂອງ​ສະພາ​ໃນ​ໄລຍະ​ຈະ​ມາ​ເຖິງ​ຄວນ​ຕິດ​ພັນ​ກັບ​ການ​ຊີ້​ນຳ, ບໍລິຫານຂ​ອງລັດຖະບານ. ສະພາ​ຄວນ​ເປັນ​ເຈົ້າ​ການ​ເປັນ​​ເສນາ​ທິການ​ໃຫ້​ລັດຖະບານ​ບັນ​ດາ​ແຜນ​ຮ່າງ, ນະ​ໂຍບາຍ​ຄຳ​ສັນ​ທີ່​ມີ​ຕໍ່​ການ​ພັດທະນາ​ແບບ​ຍືນ​ຍົງ​ຂອງ​ປະ​ເທດ​ຊາດ. ບັນດາ​ຄະນະ​ກຳມາທິການ​ສະ​ເພາະ​ກິດ​ຂອງ​ສະພາ​ຄວນ​ເພີ່ມ​ທະວີ​ການ​ສົມທົບ​ໃນ​ການ​ເຄື່ອນ​ໄຫວ​ລວມ, ​ເພີ່ມ​ທະວີ​ການ​ແລກປ່ຽນ​ຂໍ້​ມູນ​ຂ່າວສານກັບ​ບັນດາ​ກະຊວງ, ຂະ​ແໜງ​ການ​ກ່ຽວຂ້ອງ​​ເພື່ອ​ສະ​ເໜີ​ນະ​ໂຍບາຍ​ຍົກ​ສູງກຳລັງ​ຄວາມ​ສາມາດ​ແກ່ງ​ແຍ້​ງ​ໃຫ້​ແກ່​ພື້ນຖານ​ເສດຖະກິດ, ຕອບ​ສະໜອງ​ຄວນຮຽກຮ້ອງ​ຕ້ອງການ​ໃນການປ່ຽນ​ໃໝ່ ​ແລະ ​ເຊື່ອມ​ໂຍງ​ທົ່ວ​ໂລກ.

ຂ່າວ/ບົດ​ອື່ນ