ກອງປະຊຸມສະຫລຸບ15ປີແຫ່ງການປະຕິບັດກົດໝາຍວ່າດ້ວຍສື່ມວນຊົນ

ກອງປະຊຸມສະຫລຸບ15ປີແຫ່ງການປະຕິບັດກົດໝາຍວ່າດ້ວຍສື່ມວນຊົນ - ảnh 1
ລັດ​ຖະ​ມົນ​ຕີ​ວ່າ​ການກະ​ຊວງ​ຖະ​ແຫຼງ​ຂ່າວ ແລະ ສື່​ສານ ຫງວຽນ​ບັກ​ຊອນ ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ
(ພ​າບ: baomoi.com)

(vovworld) - ຕອນ​ເຊົ້າ​ວັນ​ທີ 12/11, ທີ່​ຮ່າ​ໂນ້ຍ, ກະ​ຊວງ​ຖະ​ແຫຼງ​ຂ່າວ ແລະ ສື່​ສານ​ໄດ້​ຈັດ​ຕັ້ງກອງ​ປະ​ຊຸມ​ສະ​ຫລຸບ 15 ປີ​ແຫ່ງການ​ປະ​ຕິ​ບັດ​ກົດ​ໝາຍ​ວ່າ​ດ້ວຍ​ສື່​​​ມວນ​ຊົນ, ​ພາຍຫຼັງ 5 ປີ, ພື້ນ​ຖານສື່ມວນ​ຊົນ ຫວຽດ​ນາມ ໄດ້ພັດ​ທະ​ນາ​ຢ່າງ​ໄວ​ດ້ານ​ຈຳ​ນວນ​​ສື່ສິ່ງ​ພິມ​, ຊ່ອງ​ໂທ​ລະ​ພາບ, ກະ​ຈາຍ​ສຽງ, ສື່​ເອ​ເລັກ​ໂຕ​ນິກ. ນັກ​ຂ່າວເກືອບ 18.000 ຄົນ​ໄດ້​​ຮັບ​ບັດ​​ດຳ​ເນີນ​ອາ​ຊີບ. ມີນັກ​ຂ່າວຫຼາຍ​ຄົນ​ໄດ້​ປະ​ກອບ​ສ່ວນ​ຕັ້ງ​ໜ້າ​ເຂົ້າ​ໃນ​ການ​ຕໍ່​ສູ້​ຕ້ານ​ບັນ​ດາ​ສິ່ງ​ຫ​​ຍໍ້​ທໍ້​ໃນ​ສັງ​ຄົມ, ຍົກ​ສູງ​ຄວາມ​ຮັບ​ຜິດ​ຊອບ​ພົນ​ລະ​ເມືອງ​ໃນ​ການ​ເຄື່ອນ​ໄຫວ​ສື່​ມວນ​ຊົນ. ກອງ​ປະ​ຊຸມ​ໄດ້​ຍົກ​ອອກ​ມາ​ບັນ​ດາ​ທັດ​ສະ​ນະ, ປະ​ກອ​ບ​ຄຳ​ເຫັນ​ໃນ​ການ​ປະ​ກາດ​ໃຊ້​ກົດ​ໝາຍ​ວ່າ​ດ້ວຍ​ສື່​​ມວນ​ຊົນ​ສະ​ບັບ​ໃໝ່. ເປັນ​ໜ້າ​ສົນ​ໃຈ​ແມ່ນ​ບັນ​ດາ​ບັນ​ຫາ​ກ່ຽວ​ຂ້ອງ​ເຖິງ​ຮູບ​ແບບ​ການ​ເຄື່ອນ​ໄຫວ, ບຸກ​ຄະ​ລາ​ກອນ ແລະ ການ​ເຄື່ອນ​ໄຫວ​ເສດ​ຖະ​ກິດ​ການ​ສື່​​ມວນ​ຊົນ. ບັນ​ດາ​ຜູ້​ແທນ​ຖື​ວ່າ: ກົດ​ໝາຍ​ວ່າ​ດ້ວຍ​ສື່​​ມວນ​ຊົນ​ສະ​ບັບ​ໃໝ່​ຕ້ອງ​ມີ​ບັນ​ດາ​ຂໍ້​ກຳ​ນົດ​ຍົກ​ສູງ​ຄວາມ​ຮັບ​ຜິດ​ຊອບ​ສັງ​ຄົມ ແລະ ພັນ​ທະ​ຂອງ​ບັນ​ດາ​ອົງ​ການ​ສື່​​ມວນ​ຊົນ, ນັກ​ຂ່າວ, ເພີ່ມ​ເຕີມ​ກົດ​ໝາຍ​ວ່າ​ດ້ວຍ​ສື່​​ມວນ​ຊົນ​ເພື່ອ​ແນ​ໃສ່​ເພີ່ມ​ທະ​ວີ​ຜົນ​ສັກ​ສິດ​​ໃນ​ການຄຸ້ມ​ຄອງ​ຂອງ​ລັດ ແຕ່​ຍັງ​ຄົງ​ຮັບ​ປະ​ກັນ​​ສະ​ຖຽນ​ລະ​ພາບ​ໃນ​ການ​ເຄື່ອນ​ໄຫວ​ສື່​ມວນ​ຊົນ.


ຂ່າວ/ບົດ​ອື່ນ