ກອງປະຊຸມສະຫລຸບການເຄື່ອນໄຫວປີ 2017, ຜັນຂະຫຍາຍໜ້າທີ່ 2018 ຂະແໜງການເງິນ

(VOVWORLD) - ຕອນເຊົ້າວັນທີ 08 ມັງກອນ, ກະຊວງການເງິນ ຫວຽດນາມ ຈັດຕັ້ງກອງປະຊຸມໂດຍກົງທາງອິນເຕີແນັດສະຫລຸບວຽກງານການເງິນ - ງົບປະມານແຫ່ງລັດປີ 2017, ຜັນຂະຫຍາຍໜ້າທີ່ການເງິນ - ງົບປະມານແຫ່ງລັດປີ 2018.
ກອງປະຊຸມສະຫລຸບການເຄື່ອນໄຫວປີ 2017, ຜັນຂະຫຍາຍໜ້າທີ່ 2018 ຂະແໜງການເງິນ - ảnh 1 ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ

ເຂົ້າຮ່ວມ ແລະ ຊີ້ນຳກອງປະຊຸມມີທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ.

        ໃນປີ 2017, ກະຊວງການເງິນໄດ້ປະຕິບັດການບໍລິຫານນະໂຍບາຍປີການເງິນຢ່າງເປັນເຈົ້າການ, ແໜ້ນແຟ້ນ, ປະຢັດ; ຮັດແໜ້ນລະບຽບວິໄນ, ກົດລະບຽບຂໍ້ບັງຄັບດ້ານການເງິນ ປະກອບສ່ວນ ຮັບປະກັນຄາດໝາຍການເຕີບໂຕເສດຖະກິດ.

        ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຮຽກຮ້ອງກະຊວງການເງິນຕ້ອງຂະຫຍັນຂັນເຄື່ອນໃນການຄຸ້ມຄອງເສດຖະກິດ. ບັນດານະໂຍບາຍການເງິນ, ເຄື່ອງມືການເງິນຕ້ອງໄດ້ປະຕິບັດ ເພື່ອຊຸກຍູ້ການພັດທະນາ, ປອດໄສ, ຕ້ານການສໍ້ລາດບັງຫລວງ, ການຟຸມເຟືອຍ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ກໍ່ສະເໜີຂະແໜງສ່ວຍສາອາກອນ ເປີດກ້ວາງການເກັບພາສີໄປສູ່ຂົງເຂດທີ່ມີຄວາມສາມາດບົ່ມຊ້ອນຄື: ການຫຼີ້ນເກມ, ການບໍລິການທ່ອງທ່ຽວ, ຄ້າຂາຍຜ່ານເຄືອຂ່າຍອິນເຕີແນັດ.

ຕອບກັບ

ຂ່າວ/ບົດ​ອື່ນ