ກອງປະຊຸມສະຫລຸບວຽກງານຜູ້ອາຍຸສູງປີ 2020

(VOVWORLD) - ປະຈຸບັນ, ຫວຽດນາມ ມີຜູ້ອາຍຸສູງຫຼາຍກວ່າ 11 ລ້ານຄົນ, ກວມເອົາ 12% ປະຊາກອນ.

ກ່າວຄຳເຫັນທີ່ກອງປະຊຸມສະຫລຸບວຽກງານຜູ້ອາຍຸສູງປີ 2020 ແລະ ຜັນຂະຫຍາຍໜ້າທີ່ປີ 2021 ດຳເນີນໃນຕອນເຊົ້າວັນທີ 15 ມັງກອນ, ທີ່ຮ່າໂນ້ຍ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫວູດຶກດາມ ຖືວ່າ: ໃນໄລຍະຜ່ານມາ, ການເຄື່ອນໄຫວເບິ່ງແຍງດູແລ, ການໜູນຊ່ວຍປະກັນສຸຂະພາບໃຫ້ແກ່ບັນດາເປົ້າໝາຍນະໂຍບາຍ, ຜູ້ມີຄຸນງາມຄວາມດີໄດ້ຮັບການຜັນຂະຫຍາຍເປັນຢ່າງດີໃນທົ່ວປະເທດ.

ກອງປະຊຸມສະຫລຸບວຽກງານຜູ້ອາຍຸສູງປີ 2020 - ảnh 1(ພາບປະກອບ/tuyengiao.vn)

ເຖິງຢ່າງໃດກໍ່ຕາມ ມີຜູ້ອາຍຸສູງ 5% ທີ່ຂຶ້ນກັບຄອບຄົວທຸກຍາກຍັງບໍ່ທັນໄດ້ຮັບການປະກັນສຸຂະພາບເທື່ອ. ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ຮຽກຮ້ອງວ່າ:

        “ປີ 2021 ແລະ ໜ້າທີ່ຈະມາເຖິງແມ່ນໃຫ້ສັງລວມຄືນບັນດາແຫຼ່ງກຳລັງຂອງລັດທີ່ມີຕໍ່ບັນດາເປົ້າໝາຍນະໂຍບາຍ ແລະ ໜູນຊ່ວຍສັງຄົມ. ໃນນັ້ນ ຜູ້ອາຍຸສູງ ບົນຈິດໃຈຈັດແບ່ງແຫຼ່ງກຳລັງໃຫ້ແຕ່ລະເປົ້າໝາຍຢ່າງມີປະສິດທິຜົນ, ຕາມທິດຄ່ອຍໆຫລຸດການໜູນຊ່ວຍໂດຍກົງລົງ, ເພື່ອໜູນຊ່ວຍບັນດາເປົ້າໝາຍ ສ້າງເງື່ອໄຂໃນການ ຜະລິດ ແລະ ດຳເນີນທຸລະກິດທີ່ຕິດພັນກັບບັນດາໂຄງການລົລ້າງຄວາມອຶດຫິວຫລຸດຜ່ອນຄວາທຸກຍາກ, ກໍ່ສ້າງຊົນນະບົດໃໝ່.

        ປະຈຸບັນ, ຫວຽດນາມ ມີຜູ້ອາຍຸສູງຫຼາຍກວ່າ 11 ລ້ານຄົນ, ກວມເອົາ 12% ປະຊາກອນ.

ຕອບກັບ

ຂ່າວ/ບົດ​ອື່ນ