ກອງ​ປະ​ຊຸມ​ສະ​ຫະ​ພັນ​ວິ​ຊາ​ຊີບ​ວຽກ​ງານ​ສັງ​ຄົມ ອາ​ຊຽນ ຄັ້ງ​ທີ 10

(VOVWORLD) -ຕອນເຊົ້າວັນທີ 20 ກັນຍາ, ກອງປະຊຸມສະຫະພັນ ວິຊາຊີບ ວຽກງານສັງຄົມ ອາຊຽນ ຄັ້ງທີ 10 ແລະ ພິທີສະເຫຼີມສະຫຼອງ 10 ປີແຫ່ງວັນສ້າງຕັ້ງສະຫະພັນ, ໄດ້ຈັດຕັ້ງແບບໂດຍກົງ ສົມທົບທາງໄກ. 
ກອງ​ປະ​ຊຸມ​ສະ​ຫະ​ພັນ​ວິ​ຊາ​ຊີບ​ວຽກ​ງານ​ສັງ​ຄົມ ອາ​ຊຽນ ຄັ້ງ​ທີ 10 - ảnh 1ພາບປະກອບ:  danviet.vn

ນີ້ແມ່ນການເຄື່ອນໄຫວໂດຍ ກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ - ດ້ວຍບົດບາດເປັນປະທານສະຫະພັນ ວິຊາຊີບ ວຽກງານສັງຄົມ ອາຊຽນ ໄລຍະ 2020 – 2021 ຈັດຕັ້ງ.

ດ້ວຍຫົວຂໍ້ “ພະນັກງານວຽກງານສັງຄົມ ແມ່ນ ໃຈກາງຂອງ ວິວັດການຟື້ນຟູນພາຍຫຼັງໂລກລະບາດໂຄວິດ - 19”, ສະມາຄົມໄດ້ສຸມໃສ່ເຂົ້າບັນດາເນື້ອໃນຕົ້ນຕໍ່ຄື: ຕີລາຄາກ່ຽວກັບບັນດາຄວາມມານະພະຍາຍາມຂອງ ສະຫະພັນໃນໄລຍະ 10 ປີຜ່ານມາ, ພິຕາລະນາ, ຮັບຮອງເອົາວິວັດຂະບວນການປະຕິບັດ ຖະແຫຼງການຮ່າໂນ້ຍ ກ່ຽວກັບການຊຸກຍູ້ວຽກງານສັງຄົມ, ມຸ່ງໄປເຖິງປະຊາຄົມ ອາຊຽນທີ່ສະໜິດຕິດພັນ ແລະ ເປັນເຈົ້າການໃນການຮັບມື ເພື່ອຍືນສະເໜີຕໍ່ກອງປະຊຸມຂັ້ນສູງ ອາຊຽນ ຢັ້ງຢືນ ກໍ່ຄືແຜນການປະຕິບັດວິວັດຂະບວນການ, ວິທີການແກ້ໄຂເພື່ອແນໃສ່ປະຕິບັດສຳເລັດແຜນການປະຕິບັດງານ ຂອງ ສະຫະພັນ ວິຊາຊີບ ວຽກງານສັງຄົມ ອາຊຽນ ໄລຍະ 2021 – 2025 ແລະ ບັນດາການກຳນົດທິດການເຄື່ອນໄຫວຂອງສະຫະພັນໃນໄລຍະຈະມາເຖິງ.

ເຂົ້າຮ່ວມກອງປະຊຸມແບບທາງໄກ ມີບັນດາເຈົ້າໜ້າທີ່, ຜູ້ຮັບຜິດຊອບບັນດາອົງການຮ່ວມມືວິຊາສະເພາະ ຂອງອາຊຽນ ລວມມີ: ວຽກງານສັງຄົມ, ສະຫວັດດີການສັງຄົມ ແລະ ພັດທະນາ, ການແພດ, ການສຶກສາ, ຄຸ້ມຄອງໄພທຳມະຊາດ, ຄະນະກຳມະການແມ່ຍິງ ແລະ ຄະນະກຳມະການຊຸກຍູ້ ແລະ ປົກປ້ອງສິດທິແມ່ຍິງ ແລະ ເດັກ, ຄະນະເລຂາອາຊຽນ… ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ຫງວຽນວັນໂຮຍ, ຮອງເລຂາກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ, ເນັ້ນໜັ້ກວ່າ: ດ້ວຍບົດບາດເປັນປະທານສະຫະພັນ ວິຊາຊີບ ວຽກງານສັງຄົມ ອາຊຽນ ໄລຍະ 2020 – 2021, ຫວຽດນາມ ໄດ້ສົມທົບກັບບັນດາປະເທດ ສະມາຊິກ ອາຊຽນ ຢ່າງແໜ້ນແຟ້ນ, ກອງທຶນເພື່ອເດັກສປຊ ແລະ ບັນດາຄູ່ຮ່ວມມືທີ່ກ່ຽວຂ້ອງ ຊຸກຍູ້ການສ້າງ ແລະ ປະຕິບັດສຳເລັດວິວັດການປະຕິບັດ ຖະແຫຼງການຮ່າໂນ້ຍກ່ຽວກັບການຊຸກຍູ້ວຽກງານ ສັງຄົມ ມຸ່ງໄປເຖິງປະຊາຄົມ ອາຊຽນ ທີ່ມີຄວາມສະໜິດຕິດພັນ ແລະ ເປັນເຈົ້າໃນການຍືນສະເໜີຂຶ້ນ ກອງປະຊຸມຂັ້ນສູງ ອາຊຽນ ຄັ້ງທີ 38 ທີ່ຈະໄດ້ຈັດຕັ້ງໃນເດືອນ ຕຸລາຈະມາເຖິງ. ດ້ວຍ 7 ຂົງເຂດບຸລິມະສິດ ເພື່ອແນໃສ່ຫັນ 11 ຄຳໝັ້ນສັນຍາຂອງ ບັນດາການນຳ ອາຊຽນ ທີ່ໄດ້ຍົກອອກມາຢູ່ຖະແຫຼງການ ຮ່າໂນ້ຍ, ແຜນຂະບວນວິວັດການຈະຊ່ວຍເພີ່ມທະວີບົດບາດສຳຜັດກັບວຽກງານສັງຄົມໃນປະຊາຄົມ ອາຊຽນ ໃຫ້ຫຼາຍກ່ວາອີກ. ທ່ານ ຫງວຽນວັນໂຮຍ ກ່າວວ່າ:  

ຢູ່ ຫວຽດນາມ, ວິວັດການຫັນວິຊາຊີບວຽກງານສັງຄົມ ເປັນມືອາຊີບ ໄດ້ຮັບຖືວ່າແມ່ນບັນຫາສຳຄັນ, ປະກອບສ່ວນເຂົ້າໃນການແກ້ໄຂບັນດາບັນຫາສັງຄົມ ໂດຍດ້ານລົບຂອງການພັດທະນາເສດຖະກິດກໍ່ຂຶ້ນ. ທັດສະນະລຸ້ລ່ວງຂອງພັກ, ລັດ ຫວຽດນາມ ແມ່ນເພີ່ມທະວີ, ພັດທະນາເສດຖະກິດໄປຄຽງຄູ່ກັບຄວາມເອົາໃຈໃສ່, ແກ້ໄຂບັນດາບັນຫາສັງຄົມ, ໃຫ້ບຸລິມະສິດໃຫ້ແກ່ເປົ້າໝາຍຫຼຸດຜ່ອນຄວາມທຸກຍາກ, ໜຸນຊ່ວຍບັນດາເປົ້າໝາຍທີ່ມີຄວາມສ່ຽງສູງ. ລະບົບນະໂຍບາຍຮັບປະກັນຊີວິດສັງຄົມ ຢູ່ ຫວຽດນາມ ໄດ້ຮັບການປັບປຸງ ແລະ ພັດທະນາຢ່າງບໍ່ຢຸດຢັ້ງ.

ຕອບກັບ

ຂ່າວ/ບົດ​ອື່ນ