ກອງ​ປະຊຸມ​ສະ​ໄຫມ​ສາມັນ​ເທື່ອທີ 5 ສະພາ​ແຫ່ງ​ຊາດ​ຫວຽດນາ​ມຊຸດ​ທີ 13 ​ສືບຕໍ່ເຮັດວຽກ

ກອງ​ປະຊຸມ​ສະ​ໄຫມ​ສາມັນ​ເທື່ອທີ 5 ສະພາ​ແຫ່ງ​ຊາດ​ຫວຽດນາ​ມຊຸດ​ທີ 13 ​ສືບຕໍ່ເຮັດວຽກ - ảnh 1
(ກອງປະຊຸມສະໄໝສາມັນເທື່ອທີ 5 ສະພາແຫ່ງຊາດຫວຽດນາມ ຊຸດທີ 13)

vovworld)- ວັນທີ 22/5, ສືບຕໍ່ລາຍການເຮັດວຽກ, ກອງ​ປະຊຸມ​ສະ​ໄຫມ​ສາມັນ​ເທື່ອທີ 5 ສະພາ​ແຫ່ງ​ຊາດ​ຫວຽດນາ​ມຊຸດ​ທີ 13 ​ໄດ້​ປຶກສາ​ຫາລື​ກ່ຽວ​ກັບ​ບົດ​ລາຍ​ງານ: ຕີ​ລາຄາ​ເພີ່ມ​ເຕີມ​ໝາກຜົນ​ແຫ່​ງການ​ປະຕິບັດ​ແຜນການ​ພັດທະນາ​ເສດຖະກິດ​ສັງຄົມ ​ແລະ ງົບປະມານ​ແຫ່ງ​ລັດ​ປີ 2012,​ ການ​ຜັນ​ຂະຫຍາຍ​ການ​ປະຕິບັດ​ແຜນການ​ພັດທະນາ​ເສດຖະກິດ​ສັງຄົມ ​ແລະ ງົບປະມານ​ແຫ່ງ​ລັດ​​ໃນ​ຊຸມ​ເດືອນ​ຕົ້ນ​ປີ 2013, ສະຫລຸບ​ ງົບປະມານ​ແຫ່ງ​ລັດ​ປີ 2011.

        ບັນດາ​ຄຳ​ເຫັນ​ຂອງ​ສະມາຊິກ​ສະພາ​ແຫ່ງ​ຊາດ​ລ້ວນ​ແຕ່​ຮັບ​ຮູ້​ວ່າ: ​ໃນ​ສະພາບ​ຫຍຸ້ງຍາກ​ນີ້, ລັດຖະບານ​ໄດ້​ມານະ​ພະຍາຍາມ​ຊີ້​ນຳ​ບໍລິຫານ, ສະພາ​ແຫ່ງ​ຊາດຕິ​ດຕາມ​ຢ່າງ​ແຫນ້ນ​ແຟ້ນ, ປະຊາ​ຄົມ​ວິ​ສາ​ຫະກິດ ​ແລະ ປະຊາຊົນ​ໄດ້​ສູ້​ຊົນ​ເພື່ອ​ບັນລຸ​ໄດ້​ບັນດາ​ໝາກຜົນ​ເປັນ​ຫນ້າ​ຊື່​ນຊົມ. ​ເຖິງ​ຢ່າງ​ໃດ​ກໍ​ຕາມ ແຕ່​ນີ້​ຮອດ​ທ້າຍ​ປີ, ລັດຖະບານ​ຄວນ​ມີ​ການ​ກະທຳ​ຢ່າງ​ຂ້ຽວຂາດ​ກວ່າ​ເພື່ອ​ບັນລຸ​ບັນດາ​ຕົວ​ເລກຄາດໝາຍ​ວາງ​ອອກ. ທ່ານ ຫງວຽນ​ດືກຫຽນ, ສສຊ ​ແຂວງ ​ເຫ​ງ້ອານ ຖື​ວ່າ: ລັດຖະບານ​ຄວນ​ເອົາ​ໃຈ​ໃສ່​ເຖິງ​ການ​ລົບ​ລ້າງ​ຄວາ​ມອຶດຫິວ​ຫລຸດຜ່ອນ​ຄວາມ​ຫຍຸ້ງຍາກ​ກວ່າ ພິ​ເສດ​ຄວນ​ປະກາດ​ໃຊ້​ກົນ​ໄກ​ພິ​ເສດສະ​ເພາະ​ເພື່​ອ​ແກ້​ໄຂ​ຄວາມ​ຫຍຸ້ງຍາກ​​ໃນ​ການ​ຜະລິດ, ຊີວິດ​ການ​ເປັນ​ຢູ່​ໃຫ້​ແກ່​ປະຊາຊົນ​ຜູ້ຖືກ​ຖອນ​ທີ່​ດິນ​ເພື່ອ​ກໍ່ສ້າງ​ກິດຈະກຳ​​ເຂື່ອນໄຟຟ້າ.

ກ່ຽວ​ກັບ​ເສດຖະກິດ, ບັນດາ​ສະມາຊິກ​ສະພາ​ແຫ່ງ​ຊາ​​ດໄດ້​ຮັບ​ຮູ້​ສັນຍານ​ອັນຕັ້ງໜ້​າ​ໃນ​ການ​ບໍລິຫານ​ເສດຖະກິດ​ມະຫາ​ພາກ​​ໃນ​​​ໄລຍະ​ຜ່ານ​ມາ. ​ແຕ່​ເພື່ອ​ຮັບປະກັນ​​ໃຫ້​ເສດຖະກິດ​ຢ່າງ​ໝັ້ນຄົງ, ​ເຂັ້ມ​ແຂງ ລັດຖະບານ​ຕ້ອງ​ສຸມ​ໃສ່​ບາງ​ຈຸດ​ສຸມ. ທ່ານ ຟ້າມຮຸຍຮ່ວາງ ສະມາຊິກ​ສະພາ​ແຫ່ງ​ຊາດ​ນະຄອນ​ຮ່າ​ໂນ້ຍ, ສະ​ເໜີ​ວ່າ.

        “ພວກ​ຂ້າພະ​ເຈົ້າ​ສະ​ເໜີ​ສືບ​ຕໍ່​ພິຈາລະນາ ​ເພື່ອ​ມີ​ແຜນ​ຮ່າງສ້າງ​ເສດຖະກິດ​ຄື​ນ​ໃໝ່​ຢ່າງ​ຮອບດ້ານ​ກວ່າ, ກຳນົດ​ເປົ້າ​ໝາຍ, ​ແຜນການ, ທິດ​ທາງ​ຂອງ​ແຕ່ລະ​ເນື້ອ​ໃນຢ່າງ​ລະອຽດ ​ເພື່ອ​ດຳ​ເນີນ​ການສ້າງ​​ໂຄງ​ປະກອບ​ຄື​ນ​ໃໝ່, ​ໃນ​ນັ້ນ​ຈຸດ​ສຸມ​ແມ່ນ​ສ້າງ​ຕັ້ງ​ຄວາມ​ດູ່ນດ່ຽງມະຫາ​ພາກ, ກຳນົດ​ໜ້າ​ທີ່​ຂອງ​ແຕ່ລະ​ກະຊວງ, ຂະ​ແໜງການ ​ແລະ ທ້ອງ​ຖິ່ນ​ຢ່າງ​ລະອຽດ. ​ໄປ​ຄຽງຄູ່​ກັນ​ນັ້ນ, ລັດ​ຖະບານ ​ແລະ ບັນດາ​ກະຊວງ, ຂະ​ແໜງ​ການ ຕ້ອງ​ມີ​ມາດ​ຕະການ​ແກ້​ໄຂ​ຢ່າງ​​ດັ​ດຂາດ​ເພື່ອກະຕຸ້ນຄວາມ​ຕ້ອງການແກ້​ໄຂ​ສິ້ນ​ຄ້າ​ຄ້າງ​ສາງ, ໜີ້​​ເສຍ, ​ແກ້ໄຂ​ຕະຫຼາດອະສັງຫາລິມະ​ສັບຊົບ​ເຊົາ; ກວດກາ​ບັນດາ​ກົນ​​​ໄກ, ນະ​ໂຍບາຍ​ບໍ່​ເໝາະ​ສົມຄື​ນ​ໃໝ່ ​ເພື່ອຫຍໍ້​ໄລຍະ​ຫ່າງຈາກ​ນະ​ໂຍບາຍ​ຮອດ​ສະພາບ​ຕົວ​ຈິງ”.

        ແລະກໍ່​ທີ່​ການ​ປຶກສາ​ຫາລື, ສະມາຊິກ​ສະພາ​ແຫ່ງ​ຊາດ​ບາງ​ທ່ານກໍ​ສະ​ເໜີ​ລົງທຶນ​ມສ່ຂົງ​ເຂດກະ​ສິ​ກຳ​ຫຼາຍ​ກວ່າ ​ແລະ ​ເລີກ​ເຊິ່ງກວ່າ; ຕ້ອງ​ມີ​ກົນ​​ໄກ​ລົງທຶນ​ເພື່ອ​ຍູ້​​ແຮງ​ການພັ​​ດທະນາ​ເສດຖະກິດ​ທະ​ເລ, ປະກອບສ່ວນ​ເຂົ້າ​ໃນ​ການພັ​ດທະ​ນາ​ລວມຂອງ​ເສດຖະກິດ​ທົ່ວ​ປະ​ເທດ.

ຂ່າວ/ບົດ​ອື່ນ