ກອງປະຊຸມສະໄໝທີ 2 ສະພາທິດສະດີ, ວິຈານວັນນະຄະດີ, ສິລະປະສູນກາງ

(VOVWORLD) - ຕອນເຊົ້າວັນທີ 21/7, ຢູ່ ຮ່າໂນ້ຍ, ສະພາທິດສະດີ, ວິຈານວັນນະຄະດີ, ສິລະປະສູນກາງ ໄດ້ຈັດຕັ້ງກອງປະຊຸມສະໄໝທີ 2 ເພື່ອແນໃສ່ຕີລາຄາຜົນແຫ່ງການເຄື່ອນໄຫວລະຫວ່າງສອງສະໄໝຂອງສະພາ ແລະ ຜັນຂະຫຍາຍແຜນການປະຕິບັດງານໃນ 6 ເດືອນທ້າຍປີ.
ກອງປະຊຸມສະໄໝທີ 2 ສະພາທິດສະດີ, ວິຈານວັນນະຄະດີ, ສິລະປະສູນກາງ - ảnh 1 (ກອງປະຊຸມສະໄໝທີ 2 ສະພາທິດສະດີ, ວິຈານວັນນະຄະດີ, ສິລະປະສູນກາງ)

ກ່າວຄວາມເຫັນທີ່ກອງປະຊຸມ, ທ່ານ ຫງວຽນເທ໋ກີ, ຜູ້ອຳນວຍການໃຫຍ່ ວິທະຍຸກະຈາຍສຽງຫວຽດນາມ, ປະທານສະພາທິດສະດີ, ວິຈານວັນນະຄະດີ, ສິລະປະສູນກາງ, ໃຫ້ຮູ້ວ່າ:

        “ປະທານ ແລະ ບັນດາຮອງປະທານ, ບັນດາຫົວໜ້າອະນຸກຳມະການ ໄດ້ເສີມຂະຫຍາຍລັກສະນະຕັ້ງໜ້າ, ເປັນເຈົ້າການ, ມີຫົວຄິດປະດິດສ້າງ, ກ້າເຮັດກ້າທຳ, ກ້າຮັບຜິດຊອບຂອງສະພາ. ທີສອງແມ່ນຕ້ອງວາງ ວັນນະຄະດີ ສິລະປະຂອງ ຫວຽດນາມ ໃນສະພາບການຂອງພາກພື້ນ ແລະ ໂລກ ເພື່ອເຫັນວ່າໂລກພວມມີທ່າອ່ຽງເຄື່ອນເໜັງຄືແນວໃດ, ທ່າອ່ຽງໃດທີ່ດີແມ່ນຈະຮັບເອົາ, ສ່ວນທ່າອ່ຽງໃດບໍ່ເໝາະສົມກັບວັດທະນະທຳ ຫວຽດນາມ ແມ່ນຕ້ອງມີວິທີຕີລາຄາ, ຍິນຍອມຢ່າງພາວະວິໄສ“.

        ນັບແຕ່ນີ້ເຖິງທ້າຍປີ, ສະພາທິດສະດີ, ວິຈານວັນນະຄະດີ, ສິລະປະສູນກາງ ສືບຕໍ່ຕິດຕາມ, ກຳແໜ້ນພຶດຕິກຳຕົວຈິງ ເພື່ອເປັນທີ່ປຶກສາໃຫ້ພັກ, ລັດຢ່າງທັນການ; ຈັດຕັ້ງການສຳມະນາກ່ຽວກັບບັນດາເນື້ອໃນທີ່ພວມເອົາໃຈໃສ່ໃນຊີວິດທາງດ້ານວັນນະຄະດີ, ສິລະປະ, ບັນດາຊຸດຝິກອົບຮົມກ່ຽວກັບວຽກງານ ທິດສະດີ, ວິຈານວັນນະຄະດີ, ສິລະປະ.

ຕອບກັບ

ຂ່າວ/ບົດ​ອື່ນ