ກອງປະຊຸມສະໄໝທຳອິດສະພາທິດສະດີ, ວິຈານວັນນະຄະດີ, ສິລະປະສູນກາງ

ກອງປະຊຸມສະໄໝທຳອິດສະພາທິດສະດີ, ວິຈານວັນນະຄະດີ, ສິລະປະສູນກາງ - ảnh 1
ຫງວຽນ​ເທ໋ກີ, ຜູ້ອຳ​ນວນ​ການ​ໃຫຍ່ ວິທະຍຸ​ກະຈາຍສຽງ ຫວຽດນາມ, ປະທານສະພາ​ທິດ​ສະ​ດີ, ວິຈານ​ວັນນະຄະດີ, ສິລະ​ປະ​ສູນ​ກາງ ກ່າວ​ຄ​ຳ​ເຫັນ​ທີ່ກອງ​ປະ​ຊຸມ

(vovworld) - ຕອນ​ເຊົ້າ​ວັນ​ທີ 3/3, ຢູ່ ຮ່າ​ໂນ້ຍ, ສະພາ​ທິດ​ສະ​ດີ, ວິຈານ​ວັນນະຄະດີ, ສິລະ​ປະ​ສູນ​ກາງ​ ໄດ້​ຈັດ​ຕັ້ງ​ກອງ​ປະຊຸມ​ສະ​ໄໝ​ທຳ​ອິດ, ກ່າວ​ຄວາມ​ເຫັນ​ໄຂ​ກອງ​ປະຊຸມ, ທ່ານ ຫງວຽນ​ເທ໋ກີ, ຜູ້ອຳ​ນວນ​ການ​ໃຫຍ່ ວິທະຍຸ​ກະຈາຍສຽງ ຫວຽດນາມ, ປະທານສະພາ​ທິດ​ສະ​ດີ, ວິຈານ​ວັນນະຄະດີ, ສິລະ​ປະ​ສູນ​ກາງ ຖື​ວ່າ, ບັນດາ​ເນື້ອ​ໃນ​ກະກຽມ ​ແລະ ຍົກ​ອອກມາ​ປຶກສາ​ຫາລື​ໃນ​ກອງ​ປະຊຸມ​ຄັ້ງ​ນີ້​ແມ່ນ​ບັນດາ​ບັນຫາ​ໃຫຍ່, ສຳຄັນ, ມີ​ບົດບາດ​ເປັນ​ພື້ນຖານ​ໃຫ້​ແກ່​ການ​ເຄື່ອນ​ໄຫວ​ທັງ​ໝົດ​ຂອງ​ສະພາ​ໃນອາຍຸ​ການ 2016-2021. ທ່ານ​ກໍ່​ໄດ້​ສຳ​ເໜີ​ບັນດາ​ຜູ້​ແທນ​ສຸມ​ໃສ່​ປຶກສາ​ຫາລື 10 ​ເນື້ອ​ໃນ​ຈຸດ​ສຸມ​ໃນ​ຮ່າງ​ລາຍການ​ເຄື່ອນ​ໄຫວ​ຂອງ​ສະພາ ອາຍຸ​ການ 2016-2021 ​ແລະ ຂອງ​ປີ 2017.

ສຳລັບ​ແຕ່ລະ​ເນື້ອ​ໃນ​ລະອຽດ, ຂໍ​ໃຫ້​ປຶກສາ​ຫາລື, ຊີ້​ໃຫ້​ເຫັນ​ຄວາມ​ສະດວກ, ຄວາມ​ຫຍຸ້ງຍາກ, ສະ​ເໜີ​​ແນະ​ວິວັດທະນາ​ການ ​ແລະ ບັນດາ​ມາດ​ຕະການ​ປະຕິບັດ​ຢ່າງ​ມີ​ປະສິດທິ​ຜົນ. ນັບ​ແຕ່​ນີ້​ເຖິງທ້າຍ​ປີ, ຄາດ​ຄະ​ເນ​ວ່າ​ຈຳນວນ​ວຽກ​ງານ​ຕ້ອງ​ຜັນ​ຂະຫຍາຍ​ແມ່ນ​ຫຼາຍ​ພໍ​ສົມຄວນ, ​ໃນ​ຂະນະ​ນັ້ນ, ບັນດາ​ສະມາຊິກ​ສະພາ​ເກືອບ​ທັງ​ໝົດ​ຕ້ອງ​ເຄື່ອນ​ໄຫວ​ແບບ​ຄວບ​ໜ້າ​ທີ່. ຖ້າ​ຫາກ​ວ່າ​ພວກ​ເຮົາ​ແຕ່ລະຄົນ​ບໍ່​ຍົກ​ສູງ​ຄວາມ​ຮັບ​ຜິດ​ຊອບ​ໜ້າ​ທີ່, ​ເປັນ​ເຈົ້າ​ການ, ມີ​ຫົວຄິດ​ປະດິດ​ສ້າງ, ຊັບຊ້ອນ​ວຽກ​ງານ​ຢ່າງ​ເໝາະ​ສົມ, ​ແມ່ນຍາກ​ທີ່​ຈະ​ປະຕິບັດ​ສຳ​ເລັດ​ໜ້າ​ທີ່​ໄດ້“.

ທີ່​ກອງ​ປະຊຸມ​ສຳ​ມະ​ນາ​ບັນດາ​ຜູ້​ແທນ​ຕີ​ລາຄາ​ສູງ​ວັນນະຄະດີ, ສິລະ​ປະ​​ໄດ້​ຮ່ວມ​ເດີນທາງ​ພ້ອມ​ກັບ​ພາລະກິດ​ປ່ຽນ​ໃໝ່​ປະ​ເທດ​ຊາດ; ບັນຫາ​ຄວາມ​ເສລີ​ໃນ​ການ​ປະດິດ​ແຕ່ງ​ວັນນະຄະດີ ​ສິລະ​ປະ ​ແລະ ພັດທະນາ​ວັນນະຄະດີ​ເຂດ​ພູດ​ອຍ, ​ເຂດ​ຊົນ​ເຜົ່າ​ສ່ວນ​ໜ້ອຍ.

ຂ່າວ/ບົດ​ອື່ນ