ກອງ​ປະ​ຊຸມ​ສະ​ໄໝ​ສະ​ມັນ​ເທື່ອ​ທີ 8, ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ VIX: ຍາມ​ໃດ​ກໍ່​ຍົກ​ສູງ​ສະ​ຕິ ​ລະ​ວັງ​ຕົວ ເພື່ອ​ປົກ​ປັກ​ຮັກ​ສາ​ອະ​ທິ​ປະ​ໄຕ ຫວຽດ​ນາມ ຢູ່ ທະ​ເລ​ຕາ​ເວັນ​ອອກ

(VOVWORLD) - ຫວຽດນາມ ມີແຜນນະໂບບາຍຢ່າງສະເໝີຕົ້ນສະເໝີປາຍວ່າ ສິ່ງໃດທີ່ຂຶ້ນກັບ ເອກະລາດ, ອະທິປະໄຕ, ຜືນແຜ່ນດີນອັນຄົບຖ້ວນນັ້ນ, ຫວຽດນາມຈະບໍ່ປະນີປະນອມ, ພ້ອມທັງຮັກສາສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບເພື່ອໃຫ້ປະເທດຊາດພັດທະນາ.
ກອງ​ປະ​ຊຸມ​ສະ​ໄໝ​ສະ​ມັນ​ເທື່ອ​ທີ 8, ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ VIX: ຍາມ​ໃດ​ກໍ່​ຍົກ​ສູງ​ສະ​ຕິ ​ລະ​ວັງ​ຕົວ ເພື່ອ​ປົກ​ປັກ​ຮັກ​ສາ​ອະ​ທິ​ປະ​ໄຕ ຫວຽດ​ນາມ ຢູ່ ທະ​ເລ​ຕາ​ເວັນ​ອອກ - ảnh 1ກອງປະຊຸມສະໄໝສະມັນເທື່ອທີ 8, ສະພາແຫ່ງຊາດຊຸດທີ VIX (ພາບ: Quochoi) 

ທີ່ວາລະການປຶກສາຫາລືກ່ຽວກັບສະພາບການເສດຖະກິດ - ສັງຄົມຢູ່ກອງປະຊຸມສະໄໝສະມັນເທື່ອທີ 8, ສະພາແຫ່ງຊາດຊຸດທີ VIX ເຊິ່ງໄດ້ດຳເນີນໃນວັນທີ 30 ຕຸລາ, ສະມາຊິກສະພາແຫ່ງຊາດຫຼາຍທ່ານໄດ້ປະກອບຄຳເຫັນກ່ຽວກັບສະພາບການຢູ່ທະເລຕາເວັນອອກຫວ່າງມໍ່ໆມານີ້ ມີຄວາມສັບສົນຂຶ້ນຕື່ມ, ໃນນັ້ນມີການລະເມີດບັນດາເຂດທະເລຂອງ ຫວຽດນາມ ຢ່າງຮ້າຍແຮງເຊິ່ງໄດ້ຮັບການກຳນົດຕາມກົດໝາຍສາກົນ, ໄປຝຶນກັບຖະແຫຼງການກ່ຽວກັບບັນດາຂໍ້ຕົກລົງຂັ້ນສູງ. ທ່ານເຈິ່ນວຽດຄວາ, ສະມາຊິກສະພາແຫ່ງຊາດນະຄອນຮ່າໂນ້ຍ,ຖືວ່າ: ປີ 2019, ສະພາບການຢູ່ເຂດທະເລຕາເວັນອອກມີຫຼາຍການຜັນແປທີ່ສັບສົນ, ສົ່ງຜົນກະທົບເຖິງຄວາມໝັ້ນຄົງ, ຄວາມປອດໄພຢູ່ເຂດທະເລທີ່ມີເສັ້ນທາງທະເລສຳຄັນທີ່ສຸດຂອງໂລກ. ສິ່ງນີ້ນາບຂູ່ເຖິງຄວາມໝັ້ນຄົງໃນພາກພື້ນ ແລະ ຄວາມ ໝັ້ນຄົງຂອງບັນດາປະເທດຮ່ວມທະເລຕາເວັນອອກ. ອາດຈະເວົ້າໄດ້ວ່າ ແຕ່ເດືອນພຶດສະພາ ແລະ ພິເສດແມ່ນແຕ່ຕົ້ນເດືອນກໍລະກົດ ຈົນຮອດຊຸມວັນເດືອນຕຸລາທີ່ຜ່ານມາ, ຕ່າງປະເທດໄດ້ນຳກຳລັງລ່ວງລ້ຳຢ່າງໄຮ້ເຫດຜົນ. ນີ້ແມ່ນສິ່ງທີ່ ຫວຽດນາມບໍ່ອາດຮັບຮູ້ໄດ້.

        ທ່ານ ເຈິ່ນວຽດຄວາ ເນັ້ນໜັກວ່າ ການສ້າງສາປະເທດຊາດໄປຄຽງຄູ່ກັບການຮັກສາປະເທດຊາດແມ່ນກົດເກນຄົງຕົວຂອງປະເທດຊາດ ຫວຽດນາມ, ປັດຈຸບັນກົດເກນນີ້ ໄດ້ສະແດງໃຫ້ເຫັນຜ່ານ 2 ໜ້າທີ່ ຢ່າງຈະແຈ້ງແມ່ນ: ສ້າງສາສັງຄົມນິຍົມ ແລະ ປົກປັກຮັກສາປະເທດ ຫວຽດນາມ ສັງຄົມນິຍົມ ຢ່າງໝັ້ນຄົງ. ໃນສະພາບການປັດຈຸບັນ, ດ້ວຍບັນດາຈຸດພິເສດ, ບັນດາປັດໄຈທີ່ສົ່ງຜົນກະທົບເຖິງພາລະກິດປົກປັກຮັກສາປະເທດຊາດຮຽກຮ້ອງໃຫ້ພວກເຮົາຕ້ອງມີບັນດາວິທີການແກ້ໄຂຢ່າງເໝາະສົມເພື່ອຕໍ່ສູ້ໃນເງື່ອນໄຂຮັກສາສະພາບການສັນຕິພາບ, ເອກະລາດເພື່ອ ພັດທະນາ.ປະເທດຊາດ.

        ບັນດາສະມາຊິກສະພາແຫ່ງຊາດຢັ້ງຢືນວ່າ: ຫວຽດນາມ ມີແຜນນະໂບບາຍຢ່າງສະເໝີຕົ້ນສະເໝີປາຍວ່າ ສິ່ງໃດທີ່ຂຶ້ນກັບ ເອກະລາດ, ອະທິປະໄຕ, ຜືນແຜ່ນດີນອັນຄົບຖ້ວນນັ້ນ, ຫວຽດນາມຈະບໍ່ປະນີປະນອມ, ພ້ອມທັງຮັກສາສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບເພື່ອໃຫ້ປະເທດຊາດພັດທະນາ.

ຕອບກັບ

ຂ່າວ/ບົດ​ອື່ນ