ກອງປະຊຸມສະໄໝສາມັນ ເທື່ອທີ 3 ສະພາແຫ່ງ ຊາດຫວຽດນາມຊຸດທີ 13 ສືບຕໍເຮັດວຽກ

ກອງປະຊຸມສະໄໝສາມັນ ເທື່ອທີ 3 ສະພາແຫ່ງ ຊາດຫວຽດນາມຊຸດທີ 13 ສືບຕໍເຮັດວຽກ - ảnh 1
( ສະພາ​ແຫ່ງ​ຊາດ​ໄດ້​ປຶກສາ​ຫາລື ຢູ່​ຫໍ​ປະຊຸມ ກ່ຽວ​ກັບ​ຮ່າງ​ກົດໝາຍ​ປັບປຸງ, ​
ເພີ່ມ​ເຕີມ ບາງ​ຂໍ້​ມາດ​ຕະຂອງ​ກົດໝາຍ​ວ່າ​ດ້ວຍ​ການ​ຄຸ້ມ​ຄອງ​ອາກອນ
)

(vovworld) - ​ຕອນ​ບ່າຍ​ວັນ​ທີ 12/6, ສະພາ​ແຫ່ງ​ຊາດ​ໄດ້​ປຶກສາ​ຫາລື ຢູ່​ຫໍ​ປະຊຸມ ກ່ຽວ​ກັບ​ຮ່າງ​ກົດໝາຍ​ປັບປຸງ, ​ເພີ່ມ​ເຕີມ ບາງ​ຂໍ້​ມາດ​ຕາຂອງ​ກົດໝາຍ​ວ່າ​ດ້ວຍ​ການ​ຄຸ້ມ​ຄອງ​ອາກອນ. ຄຳ​ເຫັນ​ສ່ວນ​ຫຼາຍ ​ໄດ້​ເຫັນ​ດີ​ຕ້ອງ​ຫັນ​ລະບຽບ​ການ​ປະຕິ​ຮູບ​ບໍລິຫານ​ອາກອນ​ເປັນ​ງ່າຍດາຍກ່ວາ​ອີກ, ພິ​ເສດ​ແມ່ນ​ຫຼຸດຜ່ອນ​ບັນດາ​ແບບ​ຟອມ ເພື່ອ​ແນ​ໃສ່​ຫຼຸດຜ່ອນ​ເວລາ, ປະຢັດ​ຄ່າ​ໃຊ້​ຈ່າຍ. ​ໄປ​ຄຽ​ງຄູ່​ກັນ​ນັ້ນ, ຕ້ອງ​ຍົກ​ສູງ​ປະສິດທິ​ຜົນ​ການ​ການ​ຄຸ້ມຄອງ ອາກອນ​. ມີບາງ​ຄຳ​ເຫັນ​ສະ​ເໜີ​ຕ້ອງ ​ເພີ່ມ​ລະດັບ​ປັບ​ໄໝ ຕໍ່ ​ບັນດາ​ການ​ກະທຳ​ລະ​ເມີດ​ກົດໝາຍ ກ່ຽວ​ກັບ​ອາກອນ ຍ້ອນ ສະພາບ​ການ​ຕິດ​ໜີ້ ອາກອນ​ຄື​ປະຈຸ​ບັນຍັງ​ຫຼວງຫຼາຍຢູ່, ​ປະຕິບັດ​ບັນດາ​ມາດ​ຕະການ​ບັງຄັບ ​ເພື່ອ​ຮັບປະ​ກັບ​ຄວາມ​ສາມາດ​ເກັບ​ໜີ້​ສິນ​ຢ່າງ​ມີ​ປະສິດທິ​ຜົນ​ທີ່​ສຸດ. ທ່ານ​ນາງ Nguyen Thi Kim Be, ສະມາຊິກ​ສະພາ​ແຫ່ງ​ຊາດ​ແຂວງ ກຽນ​ຢາງ ປະກອບ​ຄຳ​ເຫັນ​ວ່າ:

“ສະພາບການ​ມີ​ວິ​ສາ​ຫະກິດ​ຫຼາຍ​ແຫ່ງຕັ້ງ​ໃຈ​ໄລ່​ລຽງ​ແບບ​ຫຼຸບ​ທຶນ,​ ຊ້ຳ​ບໍ່​ໜຳມີວິ​ສາ​ຫະກິດ​ແຈ້ງ​ຫຼຸບ​ທຶນ​ໃນ​ຫຼາຍ​ປີ ​ແຕ່​ວ່າ​ຍັງ​ຄົງ​ສືບ​ຕໍ່​ເປີ​ດກ້ວາງການ​ຜະລິດ​ດຳ​ເນີນ​ທຸລະ​ກິດ ຖືກ​ດຳ​ເນີນ​ຢ່າງ​ຫຼວງ​ຫຼາຍ ​ແຕ່​ວ່າ​ກົດໝາຍ​ປະຈຸ​ບັນ​ຍັງ​ບໍ່​ທັນ​ມີ​ຂໍ້​ກຳນົດ ​ເພື່ອ​ສະກັດ​ກັ້ນ ອັນ​ໄດ້ພາ​ໄປ​ເຖິງ​ບັນດາ​ວິ​ສາ​ຫະກິດ​ສວຍ​ໃຊ້​​ໂອກາດ​ເພື່ອໜີ້​ພາສີ, ​ເຮັດ​ໃຫ້​ສູນ​ເສຍ​ແຫຼ່ງລາຍ​ຮັບງົບປະມານ​ແຫ່ງ​ລັດ. ດັ່ງ​ນັ້ນ, ຂ້າພະ​ເຈົ້າ​ເຫັນ​ດີ​ເລື່ອງ​ເພີ່ມ​ເຕີມ​ເນື້ອ​ໃນ​ກ່ຽວຂ້ອງ​ເຖິງ​ກົນ​ໄກ​ຕົກລົງ​ລ່ວງ​ໜ້າ ກ່ຽວ​ກັບ​ວິທີ​ກຳນົດ​ການ​ຄິດໄລ່​ອາກອນ, ​ແນ​ໃສ່​ປະກອບສ່ວນ​ສະກັດ​ກັ້ນ​ປະກົດ​ການ​ຫຍໍ້​ທໍ້ ພວມ​​ເກີດ​ຂຶ້ນ​ຄື​ປະຈຸ​ບັນ”

ກອງປະຊຸມສະໄໝສາມັນ ເທື່ອທີ 3 ສະພາແຫ່ງ ຊາດຫວຽດນາມຊຸດທີ 13 ສືບຕໍເຮັດວຽກ - ảnh 2
(ພາບ:ketoan.org)

ແລະກໍໃນຕອນ​ເຊົ້າວັນ​ດຽວກັນ, ສະພາ​ແຫ່ງ​ຊາດ​ປຶກສາ​ຫາລື​ຢູ່​ຫໍ​ປະຊຸມກ່ຽວ​ກັບ​ຮ່າງ​ມະຕິ​ບັນດາ​ມາດ​ຕະການ​ດ້ານອາກອນ ​ເພື່ອ​ແນ​ໃສ່​ແກ້​ໄຂ​ຄວາມ​ຫຍຸ້​ງຍາກ​ໃຫ້​ແກ່​ວິ​ສາ​ຫະກິດ ​ແລະ ສ່ວນ​ບຸກຄົນ​ໃນ​ປີ 2012.

    ຕໍ່ໜ້າ​ສະພາບ​ເສດຖະກິດ​ປະສົບ​ກັບ​ຄວາມ​ຫຍຸ້​ງຍາກ​​ໃນ​ປະຈຸ​ບັນ, ລັດຖະບານ​ໄດ້​ຍື່ນ​ສະ​ເໜີຮ່າງ​ມະຕິ​ບັນດາ​ມາດ​ຕະການ​ດ້ານອາກອນ ​ເພື່ອ​ແນ​ໃສ່​ແກ້​ໄຂ​ຄວາມ​ຫຍຸ້​ງຍາກ​ໃຫ້​ແກ່​ວິ​ສາ​ຫະກິດ, ໜູນ​ຊ່ວຍ​ຕະຫຼາດ​ຄື: ຫລຸດ 30% ອາກອນທີ່​ວິ​ສາ​ຫະກິດ​ຕ້ອງ​ເສຍ​ໃນ​ປີ 2012 ​ໃຫ້​ບາງ​ເປົ້າໝາຍວິ​ສາ​ຫະກິດ ຊື່​ງລວມມີ: ຕ່ຳ​ແຜ່ນ​ຕັດຫຍີບ, ​ເກີບ​ໜັງ, ກໍ່ສ້າງ​ບັນດາ​ກິດຈະກຳ​ພື້ນຖານ​ໂຄງ​ລ່າງ​ເສດຖະກິດ, ສັງຄົມ….​ຍົກ​ເວັ້ນອາກອນ​ມູນ​ຄ່າ​ເພີ່ມ, ອາກອນລາຍ​ຮັບສ່ວນ​ບຸກຄົນ, ວິ​ສາ​ຫະກິດ​ສຳລັບ​ຜູ້​ໃຫ້​ເຊົ່າ​ເຮືອນ​ຢູ່ ​ແລະ ສຳລັບ​ກຳມະກອນ, ຜູ້​ອອກ​ແຮງ​ງານ, ນັກຮຽນ, ນັກ​ສຶກສາ….

   ຄຳ​ເຫັນ​ຂອງ​ສະມາຊິກ​ສະພາ​ແຫ່ງ​ຊາດ​ຫຼາຍ​ທ່ານ ​ໄດ້​ເຫັນ​ດີ​ກັບ​ເລື່ອງ​ຫລຸດ​ອາກອນ​ວິ​ສາ​ຫະກິດ​ໃຫ້​ບາງ​ເປົາໝາຍ​ຈາກ 25% ລົງ​ເຫຼືອ​ພຽງ 20%; ສະໜັບສະໜູນ​ການ​ຫຼຸດ​ອັດຕາ​ດອກ​ເບັ້ຍ​ເງິນ​ກູ້​ຢືມ. ບາງ​ຄຳ​ເຫັນ​ສະ​ເໜີ​ຫລຸດ 50% ອັດຕາພາສີ​ສົ່ງ​ອອກ, ອາກອນ​ມູນ​ຄ່າ​ເພີ່ມ​ສຳລັບ​ບາງ​ປະ​ເພດ​ສິນຄ້າທີ່​ຈຳ​ເປັນ ​ເພື່ອ​ແນ​ໃສ່​​ເຮັດ​ໃຫ້ລາຄາ​ເປັນ​ປົກກະຕິ, ປະກອບສ່ວນ​ແກ້​ໄຂ​ຄວາມ​ຫຍູ້​ງຍາກ​ໃຫ້​ແກ່​ວິ​ສາ​ຫະກິດ ​ແລະ ໜູນ​ຊ່ວຍ​ຜູ້​ອຸປະ​ໂພ​ກບໍລິ​ໂພ​ກ. ທ່ານ Nguyen Van Binh ສະມາຊິກ​ສະພາ​ແຫ່ງ​ຊາດນະຄອນ Hai Phong ມີ​ຄຳ​ເຫັນ​ວ່າ:

   “ຂ້າພະ​ເຈົ້າມີ​ຂໍ້ສະ​ເໜີ​ທີ 1 ​ແມ່ນ: ຕ້ອງ​ເພີ່ມ​ເຕີມ​ການ​ຍົກ​ເວັ້ນອາກອນ​ລາຍ​ຮັບ​ສ່ວນ​ບຸກຄົນ​ໃນ​ຂັ້ນຕ່າງໆ ​ໃນ​ຂະນະ​ທີ່​ລໍຖ້າການ​ປັບປຸງ​ກົດໝາຍ​ວ່າ​ດ້ວຍລາຍ​ຮັບສ່ວນ​ບຸກຄົນ ຊື່​ງອາດ​ຈະ​ໜູນ​ຊ່ວຍ​ການຈຳໜ່າຍ, ກະຕຸກ​ຊຸກຍູ້​ການ​ໃຊ້​ສອຍ. ທີ 2 ​ແມ່ນ​ຕ້ອງ​ໜູນ​ຊ່ວຍ​ການ​ສົ່ງ​ເສີມ​ການ​ຄ້າ​ທັງ​ຢູ່​ພາຍ​ໃນ ​ແລະ ຕ່າງປະ​ເທດ, ​ໂດຍ​ສະ​ເພາະ​ແມ່ນ​ສິນຄ້າ​ຜະລິດ​ຢູ່​ພາຍ​ໃນ​ປະ​ເທດ. ນະ​ໂຍບາຍ​ເງິນ​ຕາ​ຄວນ​ສືບ​ຕໍ່​ມີ​ໄຫວ​ພິບ ​ແລະ ສືບ​ຕໍ່​ຫລຸດ​ອັດຕາ​ດອກ​ເບັ້ຍ​ເງິນ​ກູ້​ຢືມ​ເພື່ອ​ແກ້​ໄຂ​ຄວາມ​ຫຍູ້​ງຍາກ​ໃຫ້​​ແກ່ວິສາ​ຫະກິດ ​ແລະ ພື້ນຖານ​ເສດຖະກິດ .

 


ຂ່າວ/ບົດ​ອື່ນ