ກອງປະຊຸມສະໄໝສາມັນ ເທື່ອທີ 6, ສະພາແຫ່ງຊາດຊຸດທີ 14 ຈະໄຂຂຶ້ນໃນ ວັນທີ 22 ຕຸລາ

(VOVWORLD) -ວາລະໄຂກອງປະຊຸມສະໄໝສາມັນເທື່ອທີ 6, ສະພາແຫ່ງຊາດຫວຽດນາມຊຸດທີ 14 ຈະໄຂຂຶ້ນຢ່າງສົມກຽດໃນຕອນເຊົ້າວັນທີ 22 ຕຸລາ, ທີ່ນະຄອນຫຼວງຮ່າໂນ້ຍ. 

ທີ່ກອງປະຊຸມຄັ້ງນີ້, ສະພາແຫ່ງຊາດ ຈະພິຈາລະນາ, ຮັບຮອງເອົາຮ່າງກົດໝາຍ 9 ສະບັບ; ຮ່າງ ມະຕິ 01 ສະບັບ ແລະ ປະກອບຄໍາເຫັນໃສ່ຮ່າງກົດໝາຍອື່ນ 6 ສະບັບ. ສິ່ງທີ່ເປັນໜ້າສົນໃຈ, ນັ້ນແມ່ນ, ສະພາແຫ່ງຊາດຈະດໍາເນີນການປ່ອນບັດເລືອກຕັ້ງປະທານປະເທດ. ນີ້ກໍເປັນຄັ້ງທໍາອິດ ສະພາແຫ່ງຊາດໄດ້ຮຽກຮ້ອງໃຫ້ລັດຖະບານລາຍງານກ່ຽວກັບໝາກຜົນ 03 ປີ ແຫ່ງການຜັນຂະຫຍາຍປະຕິບັດບັນດາມະຕິຂອງສະພາແຫ່ງຊາດ ກ່ຽວກັບແຜນການພັດທະນາໄລຍະ 5 ປີ 2016 – 2020: ພັດທະນາເສດຖະກິດ-ສັງຄົມ, ສ້າງໂຄງປະກອບເສດຖະກິດ, ງົບປະມານແຫ່ງລັດ, ການລົງທຶນສາທາລະນະໄລຍະກາງ ຄືນໃໝ່; ຕາມນັ້ນແລ້ວ ພິຈາລະນາ, ຊອກຫາສິ່ງຕິດຂັດຄ້າງຄາ, ປະກອບສ່ວນເຂົ້າໃນການປະຕິບັດສໍາເລັດເປົ້າໝາຍ 5 ປີ ຕາມມະຕິທີໄດ້ວາງໄວ້.

        ຄາດວ່າ ກອງປະຊຸມສະໄໝສາມັນຄັ້ງນີ້ ຈະມີ 15 ວາລະປະຊຸມ ໂດຍຖືກອອກອາກາດ ທາງວິທະຍຸ ແລະ ໂທລະພາບ ເພື່ອໃຫ້ຜູ້ມີສິດເລືອກຕັ້ງ ແລະ ປະຊາຊົນ ຕິດຕາມໄດ້.


ຕອບກັບ

ຂ່າວ/ບົດ​ອື່ນ