ກອງປະຊຸມສະໄໝສາມັນປະຈໍາເດືອນທັນວາຂອງລັດຖະບານ: GDP ປີ 2018 ເພີ່ມຂຶ້ນລະດັບສະຖິຕິ 7,08%

(VOVWORLD) -ນັບແຕ່ໃດໆມາ ຍັງບໍ່ທັນມີປີໃດ ຫວຽດນາມ ບັນລຸລະດັບສົ່ງອອກສິນຄ້າກວ່າ 7 ຕື້ USD ຄືປີີນີ້
ກອງປະຊຸມສະໄໝສາມັນປະຈໍາເດືອນທັນວາຂອງລັດຖະບານ: GDP ປີ 2018 ເພີ່ມຂຶ້ນລະດັບສະຖິຕິ 7,08% - ảnh 1 ທ່ານນາຍົກລັດຖະມົນຕີກ່າວຄໍາເຫັນທີ່ກອງປະຊຸມສະໄໝສາມັນປະຈໍາເດືອນທັນວາຂອງລັດຖະບານ (ພາບ: chinhphu.vn)

ຕອນບ່າຍວັນທີ 27 ທັນວາ, ຢູ່ກອງປະຊຸມສະໄໝສາມັນປະຈໍາເດືອນ ທັນວາຂອງລັດຖະບານ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ, ໃຫ້ຮູ້ວ່າ ປີ 2018 ພື້ນຖານເສດຖະກິດຫວຽດນາມ ບັນລຸຄາດໝາຍເຕີບໂຕ GDP ແມ່ນ 7,08%. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ກໍຊີ້ແຈ້ງວ່າ ນັບແຕ່ໃດໆມາ ຍັງບໍ່ທັນມີປີໃດ ຫວຽດນາມ ບັນລຸລະດັບສົ່ງອອກສິນຄ້າກວ່າ 7 ຕື້ USD ຄືປີີນີ້. ບັນດາຂົງເຂດອື່ນຂອງພື້ນຖານເສດຖະກິດ ກໍບັນລຸໝາກຜົນດີຄື: ການປ່ຽນແປງຮູບແບບການເຕີບໂຕ, ລະດັບເຕີບໂຕສິນເຊື່ອຕໍ່າ 15 – 16% ໃນສະພາບທີ່ການຂຸດຄົ້ນນໍ້າມັນອາຍແກັດຫຼຸດໜ້ອຍລົງ, ຈໍານວນວິສາຫະກິດສ້າງຕັ້ງໃໝ່ໃນປີນີ້ ສູງກວ່າ ເມື່ອທຽບໃສ່ກັບທຸກໆປີ.

        ທີ່ກອງປະຊຸມ, ລັດຖະບານໄດ້ຮັບຟັງ, ປຶກສາຫາລືກ່ຽວກັບບັນດາບົດລາຍງານ ກ່ຽວກັບການສະເໜີການສ້າງ ຮ່າງກົດໝາຍບາງສະບັບ ເຊັ່ນ: ກົດໝາຍວ່່າດ້ວຍຊາວຜູ້ອອກແຮງງານຫວຽດນາມ ໄປເຮັດວຽກຢູ່ຕ່າງປະເທດ (ສະບັບປັບປຸງ), ກົດໝາຍປັບປຸງ, ເພີ່ມເຕີ່ມບາງມາດຕາ ຂອງກົດໝາຍວ່າດ້ວຍການແກ້ໄຂການລະເມີດການບໍລິຫານ..... ແລະ ອື່ນໆ

ຕອບກັບ

ຂ່າວ/ບົດ​ອື່ນ