ກອງປະຊຸມສະໄໝສາມັນປະຈຳເດືອນ ມີນາ 2024 ຂອງລັດຖະບານ

(VOVWORLD) - ໃນເດືອນ ມີນາ ແລະ ນັບແຕ່ຕົ້ນປີມາຮອດປະຈຸບັນ, ສະພາບການເສດຖະກິດ - ສັງຄົມສືບຕໍ່ມີການຫັນປ່ຽນຢ່າງຕັ້ງໜ້າ, ຮອບດ້ານ
ກອງປະຊຸມສະໄໝສາມັນປະຈຳເດືອນ ມີນາ 2024 ຂອງລັດຖະບານ - ảnh 1(ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ)

        ວັນທີ 03 ເມສາ, ຢູ່ສຳນັກງານລັດຖະບານ, ທີ່ ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເປັນປະທານ ກອງປະຊຸມສະໄໝສາມັນປະຈຳເດືອນ ມີນາ 2024 ຂອງລັດຖະບານ ແລະ ກອງປະຊຸມທາງໄກລະຫວ່າງລັດຖະບານ ກັບ 63 ທ້ອງຖິ່ນ. ກອງປະຊຸມໄດ້ສຸມໃສ່ປຶກສາຫາລື, ຕີລາຄາສະພາບການເສດຖະກິດ - ສັງຄົມຂອງເດືອນ ມີນາ ແລະ ໄຕມາດທີ 1 ປີ 2024, ສະພາບການປ່ອຍເງິນລົງທຶນສາທາລະນະ ແລະ 3 ໂຄງການເປົ້າໝາຍແຫ່ງຊາດ; ສະພາບການຜັນຂະຫຍາຍມະຕິເລກ 01 ປີ 2024 ຂອງລັດຖະບານ, ວຽກງານຊີ້ນຳ, ບໍລິຫານຂອງລັດຖະບານໃນເດືອນ ມີນາ ແລະ ໄຕມາດທີ 1 ປີ 2024; ບົດລາຍງານເພີ່ມເຕີມໝາກຜົນການປະຕິບັດແຜນການພັດທະນາເສດຖະກິດ - ສັງຄົມປີ 2023; ພ້ອມກັບເນື້ອໃນສຳຄັນອີກຈຳນວນໜຶ່ງ.

        ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເນັ້ນໜັກວ່າ, ໃນໄລຍະຈະມາເຖິງ ຍັງມີສິ່ງທ້າທາຍຫຼາຍຢ່າງທີ່ຈະຕ້ອງຜ່ານຜ່າ. ສະນັ້ນ, ເພື່ອບັນລຸໄດ້ເປົ້າໝາຍເຕີບໂຕ 6,5% ໃນປີ 2024, ທ່ານນາຍົກລັດຖະມົນຕີຮຽກຮ້ອງໃຫ້ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ຕ້ອງມີຄວາມຕັດສິນໃຈໃນການແກ້ໄຂຄວາມຫຍຸ້ງຍາກ, ປັບປຸງສະພາບແວດລ້ອມແຫ່ງການລົງທຶນ, ດຳເນີນທຸລະກິດ. ພິເສດ, ທ່ານນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ສຸມໃສ່ປະຕິບັດການຍູ້ແຮງການເຕີບໂຕເສດຖະກິດໃນທຸກຂົງເຂດ, ຊຸກຍູ້ການຫັນປ່ຽນເສດຖະກິດຕາມທິດຫັນເປັນສີຂຽວ, ພັດທະນາເສດຖະກິດດີຈີຕອນ, ເສດຖະກິດໝູນວຽນ; ຍູ້ແຮງການລະດົມທຸກແຫຼ່ງກຳລັງສັງຄົມເຂົ້າໃນການພັດທະນາ; ຍູ້ແຮງການພົວພັນຕ່າງປະເທດ, ເຊື່ອມໂຍງເຂົ້າກັບສາກົນ ແລະ ຍູ້ແຮງການນຳໃຊ້ວິທະຍາສາດ, ເຕັກໂນໂລຊີ, ນະວັດຕະກຳ…

        ຕາມບັນດາບົດລາຍງານແລ້ວ, ໃນເດືອນ ມີນາ ແລະ ນັບແຕ່ຕົ້ນປີມາຮອດປະຈຸບັນ, ສະພາບການເສດຖະກິດ - ສັງຄົມສືບຕໍ່ມີການຫັນປ່ຽນຢ່າງຕັ້ງໜ້າ, ຮອບດ້ານ; ໝາກຜົນຂອງເດືອນ ມີນາ ສູງກວ່າເດືອນ ມັງກອນ ແລະ ກຸມພາ, ສະພາບການໃນໄຕມາດທີ 1 ປີ 2024 ແມ່ນເຕີບໂຕດີກວ່າໄຕມາດທີ 1 ປີ 2023 ໃນຂົງເຂດເກືອບທັງໝົດ. ການເຕີບໂຕ GDP ໃນໄຕມາດທີ 1 ບັນລຸ 5,66% ລື່ນກາຍແຜນການທີ່ໄດ້ວາງອອກໃນມະຕິເລກທີ 01 ປີ 2024 ຂອງລັດຖະບານ ແລະ ສູງທີ່ສຸດເມື່ອທຽບໃສ່ໄລຍະດຽວກັນນັບແຕ່ປີ 2020; ຮັບປະກັນເສດຖະກິດມະຫາພາກເປັນປົກກະຕິ; ໄພເງິນເຟີ້ໄດ້ຮັບການຄວບຄຸ້ມ; ບັນດາຄວາມດຸ່ນດ່ຽງໃຫຍ່ໄດ້ຮັບປະກັນ. ຄຽງຂ້າງບັນດາຜົນງານທີ່ບັນລຸໄດ້ນັ້ນ, ຫວຽດນາມ ຍັງປະສົບກັບຄວາມຫຍຸ້ງຍາກ, ສິ່ງທ້າທາຍຫຼາຍຢ່າງຢູ່.

ຕອບກັບ

ຂ່າວ/ບົດ​ອື່ນ