​ກອງປະຊຸມສະ​ໄໝສາມັນປະ​ຈຳເດືອນ6/2015ຂອງລັດຖະບານ

​ກອງປະຊຸມສະ​ໄໝສາມັນປະ​ຈຳເດືອນ6/2015ຂອງລັດຖະບານ - ảnh 1
ທ່ານ​ນາຍົກ​ລັດຖະມົນຕີ ຫງວຽນ​ເຕີ້​ນຢຸງ ​ເປັນ​ປະທານ​​ກອງປະຊຸມສະ​ໄໝ
ສາມັນປະ​ຈຳເດືອນ6/2015ຂອງລັດຖະບານ (ພາບ: VGP/Nhật Bắc)

(vovworld)- ​ ຕອນ​ເຊົ້າ​ວັນ​ທີ 29/6, ຢູ່​ສຳ​ນັກ​ງານ​ລັດຖະບານ, ທ່ານ​ນາຍົກ​ລັດຖະມົນຕີ ຫງວຽນ​ເຕີ້​ນຢຸງ ​ເປັນ​ປະທານ​ກອງ​ປະຊຸມ​ສະ​ໄໝສາມັນ​ປະ​ຈຳ​ເດືອນ 6 ​ຜ່ານເຄືອ​ຂ່າຍ​ອິນ​ເຕີ​ແນ​ດກັບການ​ນຳ 63 ​ແຂວງ, ນະຄອນ​ໃນ​ທົ່ວ​ປະ​ເທດ ​ເພື່ອ​ແນ​ໃສ່​ຕີ​ລາຄາ​ສະພາບ​ການເສດຖະກິດ - ສັງຄົມ 6 ​ເດືອນ​ຕົ້ນ​ປີ ​ແລະ ບັນດາ​ມາດ​ຕະການສຸມ​ໃສ່​ການ​ຊີ້​ນຳ​ບໍລິຫານພື້ນຖານ​ເສດຖະກິດ​ໃນ​​ໄລຍະ​ຈະ​ມາ​ເຖິງ. ຕາມ​ຂໍ້​ມູນ​ຂ່າວຈາກ​ກອງ​ປະຊຸມ, ​ໃນ 6 ​ເດືອນ​ຕົ້ນ​ປີ​ນີ້, ການ​​ເຕີບໂຕ GDP ຂອງຫວຽ​ດນາມ ບັນລຸ​ລະດັບ 6,28%, ​​ເຊິ່ງ​ແມ່ນ​ລະດັບ​​ເຕີບ​ໂຕສູງ​ສຸດ​ໃນ 5 ປີຜ່ານມາ. ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ, ທ່ານ​ນາຍົກ​ລັດຖະມົນຕີ ຫງວຽນ​ເຕີ້​ນຢຸງໄດ້​ສະ​ເໜີ​ການ​ນຳ​ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ, ທ້ອງ​ຖິ່ນ​ຕ່າງໆຈົ່ງ​ສຸມ​ໃສ່​ເນື້ອ​ໃນ​ບົດ​ລາຍ​ງານ​ສະ​ພາບ​ເສດ​ຖະ​ກິດ-ສັງ​ຄົມ​ໃນ​ເດືອນ 6 ແລະ 6 ເດືອນ​ຕົ້ນ​ປີ 2015, ສະ​ພາບ​ການ​ຜັນ​ຂະ​ຫຍາຍ​ປະ​ຕິ​ບັດ​ມະ​ຕິ​ເລກ​ທີ 01 ຂອງ​ລັດ​ຖະ​ບານ​ກ່ຽວ​ກັບ​ບັນ​ດາ​ໜ້າ​ທີ່, ວິ​ທີ​ການ​ແກ້​ໄຂ​ຊີ້​ນຳ​ບໍ​ລິ​ຫານ​ການ​ປະ​ຕິ​ບັດ​ແຜນ​ພັດ​ທະ​ນາ​ເສດ​ຖະ​ກິດ-ສັງ​ຄົມ, ວຽກ​ງານ​ຊີ້​ນຳ, ບໍ​ລິ​ຫານ​ຂອງ​ລັດ​ຖະ​ບານ​ເພື່ອ​ປະ​ກອບ​ຄຳ​ເຫັນ, ໃນ​ນັ້ນ​ເລັ່ງ​ໃສ່​ບັນ​ດາ​ໜ້າ​ທີ່, ວິ​ທີ​ການ​ແກ້​ໄຂ, ເຮັດ​ແນວ​ໃດ​ເພື່ອ​ບັນ​ລຸ​ໝາກ​ຜົນ​ສູງກວ່າ. ທ່ານ​ນາຍົກ​ລັດຖະມົນຕີ ຫງວຽນ​ເຕີ້​ນຢຸງ ສະ​ເໜີກາ​ນ​ນຳ​ ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ, ທ້ອງ​ຖິ່ນ​ຕ່າງໆຈົ່ງ​ຕັ້ງ​ໜ້າປະ​ກອບ​ສ່ວນ​ເຂົ້າ​ໃນ​ບົດ​ລາຍ​ງານ​ທີ່​ຍື​ນ່​ສະ​ເໜີ​ຕໍ່​ລັດ​ຖະ​ບານ​ທີ່​ວາ​ລະ​ປະ​ຊຸມ​ກ່ຽວ​ຂ້ອງ​ເຖິງວຽກ​ງານ​ປະ​ຕິ​ຮູບ​ດ້ານ​ບໍ​ລິ​ຫານ, ແກ້​ໄຂ​ການ​ຮ້ອງ​ທຸກ, ຮ້ອງ​ຟ້ອງ ແລະ ການ​ຕໍ່​ສູ້​ຕ້ານ​ການ​ສໍ້ລາດ​ບັງຫຼວງ.


ຂ່າວ/ບົດ​ອື່ນ