ກອງປະຊຸມສະໄໝສາມັນປະຈຳເດືອນກຸມພາຂອງລັດຖະບານ

(VOVWORLD) -ໃນເດືອນກຸມພາ ແລະ 2 ເດືອນຕົ້ນປີ 2020, ສະພາບເສດຖະກິດສັງຄົມຂອງຫວຽດນາມ ມີຈຸດພົ້ນເດັ່ນຫຼາຍຢ່າງ.
ກອງປະຊຸມສະໄໝສາມັນປະຈຳເດືອນກຸມພາຂອງລັດຖະບານ - ảnh 1 (ກອງປະຊຸມສະໄໝສາມັນປະຈຳເດືອນກຸມພາຂອງລັດຖະບານ)

ນີ້ແມ່ນຄຳຢືນຢັນຂອງທ່ານ ມາຍຕ໊ຽນຢຸງ, ລັດຖະມົນຕີ, ຫົວໜ້າຫ້ອງວ່າການລັດຖະບານ, ທີ່ກອງປະຊຸມສະໄໝສາມັນປະຈຳເດືອນກຸມພາ ເຊິ່ງດຳເນີນໃນຕອນບ່າຍວັນທີ 03 ມີນາ, ຢູ່ຮ່າໂນ້ຍ. ກໍ່ທີ່ກອງປະຊຸມນີ້, ການນຳກະຊວງສາທາລະນະສຸກໄດ້ຢືນຢັນຄວາມສຳຄັນຂອງມາດຕະການແຍກຕົວໃນການປ້ອງກັນ, ຕ້ານໂລກລະບາດ Covid-19.

          ຕາມທ່ານລັດຖະມົນຕີ ມາຍຕ໊ຽນຢຸງ ແລ້ວ, ໃນເດືອນກຸມພາ ແລະ 2 ເດືອນຕົ້ນປີ 2020, ເຖິງວ່າ ສະພາບໂລກລະບາດ Covid-19, ສະພາບໄພແຫ້ງແລ້ງ, ນ້ຳເຄັມຊຶມຢູ່ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມ…ເກີດຂຶ້ນກໍ່ຕາມ, ແຕ່ເສດຖະກິດ, ສັງຄົມຂອງຫວຽດນາມ ຍັງມີມີຈຸດພົ້ນເດັ່ນຫຼາຍຢ່າງທີ່ເປັນໜ້າຊື່ນຊົມ.

          “ເສດຖະກິດມະຫາພາກມີຄວາມຕັ້ງໜ້າໂດຍພື້ນຖານ. CPI ໃນເດືອນ ກຸມພາ 2020 ຫຼຸດລົງ 0,17% ເມື່ອທຽບໃສ່ເດືອນມັງກອນ. ການສົ່ງອອກຍັງໄດ້ຮັບການເຕີບໂຕ, ການນຳເຂົ້າເກີນດຸນໄດ້ຮັບການຄວບຄຸມ. ການສົ່ງອອກຄາດວ່າບັນລຸເກືອບ 37 ຕື້ USD, ເພີ່ມຂຶ້ນ 2,4% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2019. ກະສິກຳຍັງຮັກສາສະຖຽນລະພາບ, ບັນດາຂະແໜງອຸດສາຫະກຳຍັງສືບຕໍ່ມີການເຕີບໂຕດີພໍສົມຄວນ, ຈຳນວນວິສາຫະກິດສ້າງຕັ້ງໃໝ່ ແລະ ຈຳນວນທຶນຈົດທະບຽນສືບຕໍ່ບັນລຸລະດັບສູງເມື່ອທຽບໃສ່ໄລຍະດຽວກັນຂອງປີ 2019…”

          ທີ່ກອງປະຊຸມຂ່າວ, ເມື່ອເຕື້ອງເຖິງວຽກງານສະກັດກັ້ນ, ຕ້ານໂລກລະບາດ Covid-19, ທ່ານ ຫງວຽນແທັງລອງ, ຮອງລັດຖະມົນຕີກະຊວງສາທາລະນະສຸກຫວຽດນາມ ໃຫ້ຮູ້ວ່າ, ໃນໄລຍະຜ່ານມາ, ວຽກງານດັ່ງກ່າວບັນລຸໄດ້ຜົນສຳເລັດໃນເບື້ອງຕົ້ນ, ເຊິ່ງໄດ້ຮັບການຕີລາຄາສູງຈາກສາກົນ. ທ່ານກໍ່ໃຫ້ຮູ້ວ່າ, ປະຈຸບັນ ຫວຽດນາມ ຍັງຮັບປະກັນການແຍກຕົວຢູ່ຕາມເຂດແຍກຕົວລວມ ແລະ ຍາມໃດກໍ່ກຽມພ້ອມດຳເນີນບັນດາມາດຕະການທີ່ຈຳເປັນເພື່ອສະກັດກັ້ນບໍ່ໃຫ້ໂລກພະຍາດແຜ່ລະບາດ.

ຕອບກັບ

ຂ່າວ/ບົດ​ອື່ນ