ກອງປະຊຸມສະໄໝສາມັນປະຈຳເດືອນກຸມພາຂອງລັດຖະບານ ປຶກສາຫາລືຫຼາຍບັນຫາສຳຄັນ

(VOVWORLD) -ທີ່ກອງປະຊຸມ, ລັດຖະບານໄດ້ຕີລາຄາສະພາບການເສດຖະກິດ - ສັງຄົມຂອງເດືອນ ມີນາ ແລະ 2 ເດືອນຕົ້ນປີ 2023
ກອງປະຊຸມສະໄໝສາມັນປະຈຳເດືອນກຸມພາຂອງລັດຖະບານ ປຶກສາຫາລືຫຼາຍບັນຫາສຳຄັນ - ảnh 1ກອງປະຊຸມສະໄໝສາມັນປະຈຳເດືອນ ກຸມພາ ປີ 2023 ຂອງລັດຖະບານ
(ພາບ: TTXVN)

        ຕອນເຊົ້າວັນທີ 03 ມີນາ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈີງ ໄດ້ເປັນປະທານກອງປະຊຸມສະໄໝສາມັນປະຈຳເດືອນ ກຸມພາ ປີ 2023 ຂອງລັດຖະບານ.

        ທີ່ກອງປະຊຸມ, ລັດຖະບານໄດ້ຕີລາຄາສະພາບການເສດຖະກິດ - ສັງຄົມຂອງເດືອນ ມີນາ ແລະ 2 ເດືອນຕົ້ນປີ 2023; ສະພາບການຜັນຂະຫຍາຍໂຄງການຟຶ້ນຟູ ແລະ ພັດທະນາເສດຖະກິດ - ສັງຄົມ; ບັນດາໜ້າທີ່, ມາດຕະການແກ້ໄຂຕະຫຼາດຢູ່ພາຍໃນປະເທດ ແລະ ຊຸກຍູ້ການສົ່ງອອກໃນໄລຍະຈະມາເຖິງ…

        ທ່ານນາຍົກລັດຖະມົນຕີ ຟ້າມມິນຈີງ ສະເໜີໃຫ້ບັນດາສະມາຊິກລັດຖະບານ ໄຈ້ແຍກສະພາບການຢູ່ພາກພື້ນ, ໃນໂລກ ແລະ ບັນດາຜົນກະທົບຕໍ່ສະພາບການຢູ່ພາຍໃນປະເທດຢ່າງລະອຽດ; ຄາດຄະເນສະພາບການຂອງເດືອນ ມີນາ ແລະ ໄລຍະຈະມາເຖິງ; ຊີ້ອອກບັນດາຄວາມສະດວກ, ກາລະໂອກາດ, ໂດຍສະເພາະແມ່ນຄວາມຫຍຸ້ງຍາກ, ສິ່ງທ້າທາຍ ເພື່ອມີມາດຕະການແກ້ໄຂໃຫ້ສອດຄ່ອງ.

       ກ່າວຄຳເຫັນຊີ້ນຳກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈີງ ໄດ້ຍົກອອກບັນດາໜ້າທີ່ຈຸດສຸມໃນໄລຍະຈະມາເຖິງ, ໃນນັ້ນ, ກ່ອນອື່ນໝົດແມ່ນສຸມໃສ່ວຽກງານວາງແຜນຜັງຮັບປະກັນມີຄຸນນະພາບ, ປະສິດທິຜົນ; ຍູ້ແຮງການປ່ອຍເງິນລົງທຶນພາກລັດ, ຮີບເຮັ່ງຈັດແບ່ງລະອຽດແຜນງົບປະມານແຫ່ງລັດປີ 2023 ທັງໝົດ, ພ້ອມທັງປະຕິບັດໂຄງການຟື້ນຟູ ແລະ ພັດທະນາເສດຖະກິດ - ສັງຄົມ, ໂຄງການເປົ້າໝາຍແຫ່ງຊາດ. ທ່ານນາຍົກລັດຖະມົນຕີ ຮຽກຮ້ອງວ່າ:

        “ທະນາຄານແຫ່ງລັດ ຕ້ອງປະຕິບັດນະໂຍບາຍເງິນຕາຢ່າງແໜ້ນແຟ້ນ, ເປັນເຈົ້າການ, ມີໄຫວພິບ, ບັນລຸປະສິດທິຜົນ, ສົມທົບຢ່າງຄົບຊຸດກັບນະໂຍບາຍປີການເງິນ ແລະ ບັນດານະໂຍບາຍອື່ນ ເພື່ອຮັກສາເສດຖະກິດມະຫາພາກເປັນປົກກະຕິ. ທີ 2 ແມ່ນ, ຄົ້ນຄວ້າ ແລະ ຈັດຕັ້ງການປະຕິບັດການຊີ້ນຳ ເພື່ອຫຼຸດດອກເບ້ຍເພດານ, ຄວາມສາມາດສຳຜັດທຶນ ແລະ ການເຕີບໂຕບ້ວງສິນເຊື່ອ, ແຫຼ່ງທຶນຕ້ອງສົ່ງມາບັນດາກຳລັງໜູນການເຕີບໂຕ, ບັນດາຂົງເຂດໃຫ້ບຸລິມະສິດໄດ້ກຳນົດກ່ອນ; ແກ້ໄຂຕະຫຼາດລະຫວ່າງທະນາຄານເພື່ອຄົ້ນຄວ້າດອກເບ້ຍໃຫ້ເໝາະສົມ, ບັນລຸປະສິດທິຜົນ, ສອດຄ່ອງກັບການຄວບຄຸມໄພເງິນເຟີ້”.

        ຄຽງຂ້າງນັ້ນ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈີງ ຮຽກຮ້ອງໃຫ້ຄະນະກຳມະການປະຊາຊົນບັນດາແຂວງ, ນະຄອນ ຊີ້ນຳ, ປະຕິບັດບັນດານະໂຍບາຍໃນທຸກຂົງເຂດຢ່າງຂ້ຽວຂາດ, ບັນລຸປະສິດິຜົນ, ຄົບຊຸດ, ພິເສດແມ່ນການເບິ່ງແຍງດູແລຊີວິດການເປັນຢູ່ຂອງປະຊາຊົນ, ລົບລ້າງຄວາມອຶດຫິວ ຫຼຸດຜ່ອນຄວາມທຸກຍາກ, ບັນດາໂຄງການເປົ້າໝາຍແຫ່ງຊາດ…

        ຕາມບົດລາຍງານຂອງກະຊວງແຜນການ ແລະ ການລົງທຶນ ຫວຽດນາມ ແລ້ວ, ເສດຖະກິດມະຫາພາກໃນ 2 ເດືອນຕົ້ນປີສືບຕໍ່ໄດ້ຮັບການຮັກສາເປັນປົກກະຕິ, ໄພເງິນເຟີ້ໄດ້ຮັບການຄວບຄຸມ, ບັນດາຄວາມດຸ່ນດ່ຽງໃຫຍ່ໄດ້ຮັບການຮັບປະກັນ. ເງິນລົງທຶນໂດຍກົງຈາກຕ່າງປະເທດ (FDI) ຈົດທະບຽນໃໝ່ມີສັນຍານຕັ້ງໜ້າ; 2 ເດືອນບັນລຸ 1,76 ຕື້ USD, ສູງທົບ 2,8 ເທົ່າເມື່ອທຽບໃສ່ໄລຍະດຽວກັນຂອງປີ 2022. ດຸນການຄ້າເດືອນ ກຸມພາ ສົ່ງອອກເກີນດຸນບັນລຸ 2,3 ຕື້ USD, ໄລ່ລວມ 2 ເດືອນຕົ້ນປີການສົ່ງອອກເກີນດຸນບັນລຸ 2,82 ຕື້ USD.

ຕອບກັບ

ຂ່າວ/ບົດ​ອື່ນ