ກອງປະຊຸມສະໄໝສາມັນປະຈຳເດືອນເມສາ 2018 ຂອງລັດຖະບານ

(VOVWORLD) -  ບັນລຸໄດ້ໝາກຜົນຮອບດ້ານ, ເສີມຂະຫຍາຍທ່າເຕີບໂຕທ້າຍປີ 2017. ເສດຖະກິດມະຫາພາກສືບຕໍ່ໄດ້ຮັບການຮັກສາເປັນປົກກະຕິ, ໄພເງິນເຟີ້ ໄດ້ຮັບການຄວບຄຸມ. ດັດຊະນີລາຄາໃຊ້ສອຍສະເລ່ຍ 4 ເດືອນເພີ່ມຂຶ້ນພຽງແຕ່ 2,8%
ກອງປະຊຸມສະໄໝສາມັນປະຈຳເດືອນເມສາ 2018 ຂອງລັດຖະບານ - ảnh 1ກອງປະຊຸມປະຈຳເດືອນ 4 ຂອງລັດຖະບານ

ຕອນເຊົ້າວັນທີ 3 ພຶດສະພາ, ພາຍໃຕ້ການເປັນປະທານຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ, ລັດຖະບານໄດ້ຈັດກອງປະຊຸມສະໄໝສາມັນປະຈຳເດືອນເມສາ. ໄປຄຽງຄູ່ກັບການຕີລາຄາສະພາບການດ້ານເສດຖະກິດ, ສັງຄົມຂອງເດືອນ ເມສາ ແລະ 4 ເດືອນຕົ້ນປີ 2018, ກອງປະຊຸມຍັງມີເນື້ອໃນຕົ້ນຕໍແມ່ນກວດກາຄືນ, ສ້າງບັນດາຮ່າງກົດໝາຍ ແລະ ບັນດາເອກະສານຄາດຄະເນໃຫ້ສົມບູນແບບເພື່ອຍື່ນສະເໜີຕໍ່ກອງປະຊຸມສະໄໝສາມັນເທື່ອທີ 5, ສະພາແຫ່ງຊາດຊຸດທີ 14 ເຊິ່ງຈະໄຂຂຶ້ນໃນກາງເດືອນ ພຶດສະພາຈະມາເຖິງ.

        ເມື່ອຕີລາຄາລວມສະພາບການເສດຖະກິດ ສັງຄົມຂອງປະເທດຊາດ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຖືວ່າ: ບັນລຸໄດ້ໝາກຜົນຮອບດ້ານ, ເສີມຂະຫຍາຍທ່າເຕີບໂຕທ້າຍປີ 2017. ເສດຖະກິດມະຫາພາກສືບຕໍ່ໄດ້ຮັບການຮັກສາເປັນປົກກະຕິ, ໄພເງິນເຟີ້ ໄດ້ຮັບການຄວບຄຸມ. ດັດຊະນີລາຄາໃຊ້ສອຍສະເລ່ຍ 4 ເດືອນເພີ່ມຂຶ້ນພຽງແຕ່ 2,8% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ; ອັດຕາດອກເບ້ຍ, ອັດຕາແລກປ່ຽນເງິນຕາຕ່າງປະເທດເປັນປົກກະຕິ. ທ່ານນາຍົກລັດຖະມົນຕີ ໃຫ້ຮູ້ວ່າ: ຍອດຈຳນວນການສະສົມເງິນຕາຕ່າງປະເທດຂອງປະເທດຊາດບັນລຸເກືອບ 63 ຕື້ USD; ພຽງແຕ່ໃນເວລາກ່ວາ 2 ປີ, ທະນາຄານແຫ່ງລັດໄດ້ຊື້ກ່ວາ 32 ຕື້ USD, ນີ້ແມ່ນສິ່ງເປັນໜ້າປິຕິຊົມຊື່ນຂອງພື້ນຖານເສດຖະກິດ ຫວຽດນາມ ໃນສະພາບການຫັນປ່ຽນຂອງສະພາບການໂລກ.

ເມື່ອເນັ້ນໜັກເຖິງວຽກງານສະກັດກັ້ນ, ຕ້ານການສໍ້ລາດບັງຫຼວງ, ທ່ານນາຍົກລັດຖະມົນຕີ ໄດ້ຊີ້ແຈ້ງວ່າ ພາຍໃຕ້ການຊີ້ນຳຢ່າງຂ້ຽວຂາດຂອງເລຂາທິການໃຫຍ່, ຫົວໜ້າຄະນະຊີ້ນຳສູນກາງກ່ຽວກັບການປ້ອງກັນ, ຕ້ານການສໍ້ລາດບັງຫຼວງ, ດ້ວຍຖານະເປັນອົງການບໍລິຫານສູງສຸດ, ລັດຖະບານໄດ້ເຮັດຈົນສຸດຄວາມສາມາດຂອງຕົນ, ແກ້ໄຂຫຼາຍກໍລະນີສັບສົນເຊິ່ງຫາງສຽງມີຄວາມສົນໃຈ. ນີ້ແມ່ນເງື່ອນໄຂສຳຄັນ, ສ້າງບັນຍາກາດໃໝ່ ໃນການປ້ອງກັນ, ຕ້ານ ການສໍ້ລາດບັງຫຼວງ, ປັບປຸງຄວາມໄວ້ເນື້ອເຊື່ອໃຈຂອງປະຊາຊົນເຂົ້າໃນການນຳພາຂອງພັກ, ການຄຸ້ມຄອງຂອງລັດ.

ຕອບກັບ

ຂ່າວ/ບົດ​ອື່ນ