ກອງປະຊຸມສະໄໝສາມັນເທື່ອທີ 3, ສະພາແຫ່ງຊາດຊຸດທີ XV ປະຕິບັດສຳເລັດໂຄງການດຳເນີນງານດ້ວຍຫຼາຍເນື້ອໃນສຳຄັນ

(VOVWORLD) - ຄຽງຄູ່ກັບວຽກງານນິຕິບັນຍັດ, ຕິດຕາມກວດກາ, ສະພາແຫ່ງຊາດໄດ້ປະກາດໃຊ້ຫຼາຍລັດຖະນະໂຍບາຍທີ່ສຳຄັນ
ກອງປະຊຸມສະໄໝສາມັນເທື່ອທີ 3, ສະພາແຫ່ງຊາດຊຸດທີ XV ປະຕິບັດສຳເລັດໂຄງການດຳເນີນງານດ້ວຍຫຼາຍເນື້ອໃນສຳຄັນ - ảnh 1ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ກ່າວຄຳເຫັນອັດກອງປະຊຸມ

ກອງປະຊຸມສະໄໝສາມັນເທື່ອທີ 3, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV ໄດ້ປະຕິບັດສຳເລັດໂຄງການດຳເນີນງານດ້ວຍຫຼາຍເນື້ອໃນສຳຄັນ. ຄຽງຄູ່ກັບວຽກງານນິຕິບັນຍັດ, ຕິດຕາມກວດກາ, ສະພາແຫ່ງຊາດໄດ້ປະກາດໃຊ້ຫຼາຍລັດຖະນະໂຍບາຍທີ່ສຳຄັນ, ພິເສດແມ່ນບັນດາມະຕິທີ່ກ່ຽວຂ້ອງໂດຍກົງເຖິງວິວັດການຟື້ນຟູ, ພັດທະນາເສດຖະກິດສັງຄົມ.

ທ່ານນາງ ຫງວຽນເຟືອງຖຸຍ, ສະມາຊິກສະພາແຫ່ງຊາດນະຄອນຫຼວງ ຮ່າໂນ້ຍ, ໃຫ້ຂໍ້ສັງເກດວ່າ ເພື່ອໃຫ້ບັນດາລັດຖະນະໂຍບາຍມີຜົນສັກສິດຢ່າງແທດຈິງຕ້ອງມີການຮ່ວມເດີນທາງຂອງສະພາແຫ່ງຊາດກັບລັດຖະບານ, ກະຊວງ, ຂະແໜງການ, ທ້ອງຖິ່ນໃນການຕິດຕາມກວດກາ:

        “ກອງປະຊຸມຂອງສະພາແຫ່ງຊາດຄັ້ງນີ້ໄດ້ຕັດສິນຫຼາຍໂຄງການລົງທຶນສຳຄັນມີຄວາມໝາຍອັນໃຫຍ່ຫຼວງໃນໄລຍະພັດທະນາເສດຖະກິດ - ສັງຄົມໄລຍະຕໍ່ໄປຂອງປະເທດຊາດ. ດ້ວຍຄວາມຕັດສິນໃຈສູງຂອງລັດຖະບານ, ດ້ວຍຄວາມເຫັນດີເຫັນພ້ອມ ແລະ ການສະໜັບສະໜູນຂອງສະພາແຫ່ງຊາດ, ຂ້າພະເຈົ້າຫວັງວ່າບັນດາໂຄງການນີ້ຈະໄດ້ຮັບການຜັນຂະຫຍາຍຖືກກັບຄວາມຄືບໜ້າ. ໃນໄລຍະຈະມາເຖິງ, ສະພາແຫ່ງຊາດກໍ່ຈະຕິດຕາມກວດກາເປັນປະຈຳເພື່ອໃຫ້ບັນດາໂຄງການນີ້ໄດ້ຜັນຂະຫຍາຍຢ່າງມີປະສິດທິຜົນທີ່ສຸດ.”

ຕອບກັບ

ຂ່າວ/ບົດ​ອື່ນ