ກອງປະຊຸມສະໄໝສາມັນເທື່ອທີ 3, ສະພາແຫ່ງຊາດຫວຽດນາມ ຊຸດທີ 13 ສືບຕໍ່ເຮັດວຽກ


ກອງປະຊຸມສະໄໝສາມັນເທື່ອທີ 3, ສະພາແຫ່ງຊາດຫວຽດນາມ ຊຸດທີ 13 ສືບຕໍ່ເຮັດວຽກ - ảnh 1
( ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 3, 
ສະພາ​ແຫ່ງ​ຊາດ​ຫວຽດນາມ ຊຸດ​ທີ 13 ສືບ​ຕໍ່​ເຮັດ​ວຽກ ) 

( vovworld ) -   ຕອນ​ເຊົ້າ​ວັນ​ທີ 22/5, ​​ແມ່ນ​ມື້ເຮັດ​ວຽກທີ​ສອງ​ຂອງກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 3, ສະພາ​ແຫ່ງ​ຊາດ​ຫວຽດນາມ ຊຸດ​ທີ 13, ບັນດາສະມາຊິກ​ສາ​ພາ​ແຫ່ງ​ຊາດ​ໄດ້​ປຶກສາ​ຢູ່​ຫໍ​ປະ​ຊຸມ​ກ່ຽວ​ກັບບັນດາ​ເນື້ອ​ໃນ​ທີ່​ຍັງ​ມີ​ຄວາມ​ເຫັນ​ແຕກ​ຕ່າງ​ກັນຂອງ​ບັນດາ​ຮ່າງ​ກົດໝາຍວ່າ​ດ້ວຍ​ການ​ປ້ອງ​ກັນ ​ແລະ ຕ້ານ​ຜົນ​ຮ້າຍ​ຈາກ​ຢາສູບ. ສສຊ ສ່ວນ​ຫຼາຍ​ຖື​ວ່າຄວນ​ສ້າງ​ຕັ້ງ​ກອງ​ທຶນ​ປ້ອງ​ກັນ ​ແລະ ຕ້ານ​ຢາສູບ​ເພື່ອ​ແນ​ໃສ່ຜຸ​ກມັດ​ຄວາມ​ຮັບຜິດຊອບ​ຂອງ​ວິ​ສາ​ຫະກິດ​ຜະລິດ​ຢາສູບ ​ແລະ ຜູ້ນຳ​ໃຊ້​ຢາສູບ, ສ້າງ​ເງື່ອນ​ໄຂ​​ໃຫ້​ສັງຄົມໃນ​ວຽກ​ງານ​ປ້ອງ​ກັນ​ ແລະ ຕ້ານ​ຜົນ​ຮ້າຍ​ຈາກ​ຢາສູບ.

        ກ່ອນ​ໜ້າ​ນັ້ນ,​ ຕອນ​ບ່າຍ​ວັນ​ທີ 21/5, ສະພາ​ແຫ່ງ​ຊາດ​ໄດ້​ຮັບ​ຟັງ​​ການ​ສະ​ເໜີ ​ແລະ ລາຍ​ງານ​ກ່ຽວ​ກັບ​ແຜນ​ຮ່າງ​ສັງ​ລວມສ້າງ​ໂຄງ​ປະກອບ​ພື້ນຖານ​ເສດຖະກິດ​ຄືນ​ໃໝ່. ນີ້​ແມ່ນ​ເນື້ອ​ໃນ​ທີ່​ໄດ້​ຮັບ​ຄວາມສົນໃຈ​ສູງ​ຈາກ​ບັນດາສະມາຊິກ​ສະພາ​​ແຫ່ງ​ຊາດ ​ເພາະ​ວ່າການ​ສ້າງ​ໂຄງ​ປະກອບ​ພື້ນຖານ​ເສດຖະກິດ​ຄືນ​ໃໝ່ ​ແມ່ນ​ໜ້າ​ທີ່​ທັງ​ຮີບ​ດ່ວນ ທັງ​ເປັນ​ພື້ນຖານ​ທີ່ຍາວ​ນານ, ຕ້ອງປະຕິບັດ​ໃນ​ຫຼາຍ​ປີ​ຢ່າງ​ລຽນຕິດ ດ້ວຍ​ຄວາມ​ຫຍຸ້ງຍາກ ​ແລະ ສິ່ງ​ທ້າ​ທ້າຍ​ຫຼາຍ​ຢ່າງ. ​​ໃນ​ການແລກປ່ຽນ​ກັບ​ນັກ​ຂ່າວ​ວິທະຍຸ​ກະຈາຍສຽງ​ຫວຽດນາມ ຢູ່​ນອກ​ກອງ​ປະຊຸມ​ໃນ​ຕອນ​ເຊົ້າ​ວັນ​ທີ 22/5, ທ່ານ Nguyen Duc Kien, ຮອງ​ຫົວໜ້າກຳ​ມະ​ທິການ​ເສດຖະກິດ​ສະພາ​ແຫ່ງ​ຊາດ​ໄດ້​ຖື​ວ່າ ສຳລັບໝວດ​ມາດ​ຕະການ​ທີ່​ກ່ຽວ​ຂ້ອງ​ເຖິງ​ການ​ຮັກສາ​ເສດຖະກິດ​ມະຫາ​ພາກ​ເປັນ​ປົກກະຕິ, ຄວນ​ມີ​ແຜນ​ສັງ​ລວມກ່ຽວ​ກັບ​ການສ້າງ​ໂຄງ​ປະກອບ​​ຕະ​ຫຼາດ​ການ​ເງິນ ​ແລະ ມີ​ທິດ​ທາງ​ທີ່​ເໝາະ​ສົມ. ກ່ຽວ​ກັບບ້ວງ​ເງິນໜູນ​ຊ່ວຍ​ທີ່​ມີ​ມູນ​ຄ່າ 29.000 ຕື້​ດົງ ​ເພື່ອ​ຊ່ວຍ​ເຫຼືອ​ບັນດາ​ວິ​ສາ​ຫະກິດ, ທ່ານ Nguyen Duc Kien ​ຮອງ​ຫົວໜ້າ​ກຳ​ມະ​ທິການເສດຖະກິດ​ສະພາ​ແຫ່ງ​ຊາດ​ໄດ້​ຖື​ວ່າ.

        “ ​ເບິ່ງ​ລວມ​ແລ້ວ ​ບ້ວງ​ເງິນໜູນຊ່ວຍ 29.000 ຕື້​ດົງ ​ແມ່ນ​ລັດຖະບານ​ຕ້ອງ​ຮັບ​ຜິດ​ຊອບ​ຄວາມ​ຫຍຸ້ງຍາກ, ​ແບ່ງ​ເບົາ​ຄວາມ​ລຳບາກ​ຊ່ວຍ​ວິ​ສາ​ຫະກິດ. ພວກ​ເຮົາຈະ​ໜູນ​ຊ່ວຍ​ວິ​ສາ​ຫະກິດ ​ແຕ່​ບໍ່​ແມ່ນ​ວ່າ​ຕ້ອງ​ເຮັດທຸກ​ສິ່ງ​ທຸກ​ຢ່າງ. ບັນຫາ​ຢູ່​ນີ້​ແມ່ນ​ເກີດ​ມາ​ຈາກຢູ່​ທັງ​ສອງ​ຝ່າຍ. ສ່ວນ​ລັດຖະບານ​ຈະ​ມີ​ລະບົບ​ນະ​ໂຍບາຍ ​ແລະ ​​ແຫຼ່ງງົບປະມານເພື່ອ​ປະຕິ​ບັດ​ມາດ​ຕະການ​ຊ່ວຍ​ເຫຼືອ​ຂອງ​ຕົນ. ​ແຕ່​ບັນດາ​ວິ​ສາ​ຫະກິດ​ເອງ​ກໍ​ຕ້ອງ​ປ່ຽນ​ໃໝ່​ເພື່ອ​ຮັບ​ເອົາ​ບ້ວງ​ເງິນ​ໜູນ​ຊ່ວຍ​ນີ້ ​​ແລະ ປັບປຸງສ້າງ​ພື້ນຖານ​ການ​ຜະລິດ​ຂອງ​ຕົນ​ຄືນ​ໃໝ່ ”.

    ແລະຕອນ​ບ່າຍ​ວັນ​ທີ 22/5, ສະພາ​ແຫ່ງ​ຊາດ​ປຶກສາ​ຫາລື​ກ່ຽວ​ກັບ​ຮ່າງ​ກົດໝາຍ​ວ່າ​ດ້ວຍ​ການ​ປ້ອງ​ກັນ ​ແລະ ຕ້ານ​ການຟອກ​ເງິນ, ຮ່າງ​ກົດໝາຍນີ້​ກຳນົດ​ກ່ຽວ​ກັບ​ບັນດາ​ມາດ​ຕະການ​ປ້ອງ​ກັນ​, ຄົ້ນ​ພົບ, ສະກັດ​ກັ້ນ​, ລົງ​ໂທດອົງການ, ສ່ວນ​ບຸກຄົນ ​ໃນ​ການ​ປ້ອງ​ກັນ, ຕ້ານ​ການ​ຟອກ​ເງິນ, ການ​ຮ່ວມ​ມື​ກັບ​ສາກົນ​ໃນ​ຂົງ​ເຂດປ້ອງ​ກັນ ​ແລະ ຕ້ານການ​ຟອກ​ເງິນ.

    ຕາມ​ບັນດາ​ ສສຊ ​ແລ້ວ, ຕໍ່ໜ້າ​ຄວາມ​ຮຽກຮ້ອງ​ຕ້ອງການ​ຂອງ​ພຶດຕິ​ກຳ​ຕົວ​ຈິງ ​ແລະ ການ​ເຊື່ອມ​ໂຍງກັບ​ສາກົນ, ການ​ປະກາດ​ໃຊ້ກົດໝາຍ​ວ່າ​ດ້ວຍ​ການ​ປ້ອງ​ກັນ ​ແລະ ຕ້ານ​ການຟອກ​ເງິນ ​ແມ່ນ​ມີ​ຄວາມ​ຈຳ​ເປັນ. ທ່ານ Cao Si Kiem ສສຊ ​ແຂວງ ​​ໄທ​ບິ່ງ ປະ​ກອບ​ຄຳ​ເຫັນ​ວ່າ.

     “ຂ້າພະ​ເຈົ້າ​ເຫັນ​ດີ​ຕ້ອງ​ເພີ່ມ​​ເຕີມຄຳ​ນິຍາມກ່ຽວ​ກັບ​ຊັບ​ສົ​ມບັດ ​ແລະ ການ​ຟອກ​ເງິນ, ຕ້ອງ​ນຳ​ບັນດາ​ຂໍ້​ຫ້າມ​ເຂົ້າ​ໃນ​ເນື້ອ​ໃນ​ຂອງ​ກົດໝາຍ ​ແລະ ກຳນົດ​ວ່າ ​ເມຍ, ລູກ, ​ເອື້ອຍ, ນ້ອງ​ຄີງ ​ແມ່ນ​ບັນດາ​ບຸກຄົນ​ທີ່​ມີ​ຜົນ​ສະທ້​ອນດ້ານ​ການ​ເມືອງ. ສິ່ງ​ດັ່ງກ່າວ​ແມ່ນ​ມີ​ຄວາມ​ຈຳ​ເປັນ​ທີ່​ສຸດ​ທັງ​ເໝາະ​ສົມ​ກັບ​ທຳນຽມ ​ແລະ ສົນທິສັນຍາ​ສາກົນ ທັງ​ສ່ອງ​ແສງຄວາມ​ຈິງ​ຂອງ​ປະ​ເທດ​ຊາດ. ”

ຂ່າວ/ບົດ​ອື່ນ