ກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​ເທື່ອ​ທີ 3, ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ຊຸດ​ທີ XV ຈະ​ດຳ​ເນີນ ​ໃນ​ເວ​ລາ 19 ວ​ັ​ນ

(VOVWORLD) -ກອງປະຊຸມສະໄໝສາມັນເທື່ອທີ 3, ສະພາແຫ່ງຊາດຫວຽດນາມ ຊຸດທີ XV ຈະຈັດກອງປະຊຸມກຽມ ແລະ ໄຂຂຶ້ນໃນວັນທີ 23 ພຶດສະພາ 2022, ອັດລົງໃນວັນທີ 16 ມິຖຸນາ 2022. ຕາມການຄາດຄະເນແລ້ວ, ສະພາແຫ່ງຊາດຈະເຮັດວຽກໃນເວລາ 19 ວັນ. 
ກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​ເທື່ອ​ທີ 3, ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ຊຸດ​ທີ XV ຈະ​ດຳ​ເນີນ ​ໃນ​ເວ​ລາ 19 ວ​ັ​ນ - ảnh 1ກອງປະຊຸມຂ່າວ (ພາບ: qdnd.vn)

ຕອນບ່າຍວັນທີ 20 ພຶດສະພາ, ຫ້ອງວ່າການສະພາແຫ່ງຊາດ ຫວຽດນາມ ໄດ້ຈັດກອງປະຊຸມຂ່າວກ່ຽວກັບແຜນການຈັດກອງປະຊຸມສະໄໝສາມັນເທື່ອທີ 3, ສະພາແຫ່ງຊາດຫວຽດນາມ ຊຸດທີ XV. ທ່ານເລຂາທິການສະພາແຫ່ງຊາດຫວຽດນາມ ບຸ່ຍວັນເກື່ອງ ເປັນປະທານກອງປະຊຸມຂ່າວ. ຕາມນັ້ນແລ້ວ, ກອງປະຊຸມສະໄໝສາມັນເທື່ອທີ 3, ສະພາແຫ່ງຊາດຫວຽດນາມ ຊຸດທີ XV ຈະຈັດກອງປະຊຸມກຽມ ແລະ ໄຂຂຶ້ນໃນວັນທີ 23 ພຶດສະພາ 2022, ອັດລົງໃນວັນທີ 16 ມິຖຸນາ 2022. ຕາມການຄາດຄະເນແລ້ວ, ສະພາແຫ່ງຊາດຈະເຮັດວຽກໃນເວລາ 19 ວັນ. ຕໍ່ໜ້າສະພາບການຂອງພະຍາດໂຄວິດ - 19 ໄດ້ຮັບການຄວບຄຸມ, ກອງປະຊຸມສະໄໝສາມັນຄັ້ງນີ້ ຈະໄດ້ດຳເນີນຕາມຮູບການໂຮມປະຊຸມຢູ່ຫໍສະພາແຫ່ງຊາດ. ກອງປະຊຸມສະໄໝສາມັນຄັ້ງນີ້ຈະດຳເນີນການພິຈາລະນາ, ຮັບຮອງເອົາຮ່າງກົດໝາຍ 5 ສະບັບ, ຮ່າງມະຕິ 3 ສະບັບ ແລະ ປະກອບຄຳເຫັນໃສ່ຮ່າງກົດໝາຍອື່ນອີກ 6 ສະບັບ. ກ່ຽວກັບບັນຫາເສດຖະກິດ, ສັງຄົມ, ງົບປະມານແຫ່ງລັດ, ການຕິດຕາມກວດກາ ແລະ ບັນຫາສຳຄັນອື່ນ, ທ່ານ ຫວູມິງຕວນ ຮອງຫົວໜ້າຫ້ອງວ່າການສະພາແຫ່ງຊາດ ຫວຽດນາມ ໃຫ້ຮູ້ວ່າ:

        “ສະພາແຫ່ງຊາດ ຈະພິຈາລະນາ, ຕັດສິນແຜນນະໂຍບາຍລົງທຶນ 5 ໂຄງການ: ໂຄງການກໍ່ສ້າງເສັ້ນທາງເລກ 4 ອ້ອມຕົວເມືອງນະຄອນຫຼວງ ຮ່າໂນ້ຍ; ໂຄງການກໍ່ສ້າງເສັ້ນທາງເລກທີ 3 ອ້ອມຕົວເມືອງນະຄອນ ໂຮ່ຈີມິນ; ໂຄງການກໍ່ສ້າງເສັ້ນທາງດ່ວນຕອນ ບຽນຮວ່າ - ຫວູງເຕົ່າ;  ໂຄງການກໍ່ສ້າງເສັ້ນທາງດ່ວນຕອນ ແຄ໊ງຮວ່າ - ບວນມາທວດ; ໂຄງການກໍ່ສ້າງເສັ້ນທາງດ່ວນຕອນ ເຈົາດົກ - ເກິ່ນເທີ - ຊອກຈັງ; ພິຈາລະນາການສະຫຼຸບ, ຕີລາຄາສັງລວມສະພາບການປະຕິບັດມະຕິວ່າດ້ວຍການດັດປັບບາງເນື້ອໃນ ແລະ ມາດຕະການເພື່ອແນໃສ່ສືບຕໍ່ປະຕິບັດແຜນນະໂຍບາຍລົງທຶນກໍ່ສ້າງເສັ້ນທາງ ໂຮ່ຈີມິນ ໄລຍະ 2020 2021 ແລະ ແຜນການຜັນຂະຫຍາຍໂຄງການກໍ່ສ້າງເສັ້ນທາງ ໂຮ່ຈີມິນ ໄລຍະຕໍ່ໄປ ຢ່າງມີປະສິດທິຜົນ”.

ຕອບກັບ

ຂ່າວ/ບົດ​ອື່ນ