ກອງປະຊຸມສະໄໝສາມັນເທື່ອທີ 3 ສະພາແຫ່ງຊາດຫວຽດນາມຊຸດທີ 13 ສືບຕໍເຮັດວຽກ

ກອງປະຊຸມສະໄໝສາມັນເທື່ອທີ 3 ສະພາແຫ່ງຊາດຫວຽດນາມຊຸດທີ 13 ສືບຕໍເຮັດວຽກ - ảnh 1
ສະມາຊິກສະພາແຫ່ງຊາດ Tran Hoang Ngan ປຶກສາຢູ່ຕາມໜ່ວຍ
ກ່ຽວກັບກົດໝາຍວ່າດ້ວຍສະສົມແຫ່ງຊາດ
(ພາບ: sggp.org.vn)

(vovworld) - ​ຕອນ​ເຊົ້າ​ວັນ​ທີ 1/6, ບັນດາ ສະມາຊິກ​ສະພາ​ແຫ່ງ​ຊາດ (ສສຊ) ​ໄດ້​ປຶກສາ​ຫາລື​ຢູ່​ໜ່ວຍ​ກ່ຽວ​ກັບ: ຮ່າງ​ກົດໝາຍ​ວ່າ​ດ້ວຍການ​ສະ​ສົມ​ແຫ່ງ​ຊາດ; ຮ່າງ​ກົດໝາຍ​ສະບັບ​ປັບປຸງ​ເພີ່ມ​ເຕີມ​ບາງ​ຂໍ້​ມາດຕາ​ຂອງ​ກົດໝາຍ​ວ່າ​ດ້ວຍ​ການຄຸ້ມ​ຄອງ​ອາກອນ.

        ລັດຖະບັນຍັດ​ສະ​ສົມ​ແຫ່ງ​ຊາດ​ທີ່​ໄດ້​ຮັບ​ການ​ປະກາດ​ໃຊ້​ກ່ອນ​ນີ້ 8 ປີ, ປະຈຸ​ບັນ​ຖືກ​ຍົກ​ຂຶ້ນ​ເປັນ​ກົດໝາຍ​ວ່າ​ດ້ວຍ​ການສະ​ສົມ​ແຫ່ງ​ຊາດ, ​ແຕ່​ຍັງ​ຄົງ​ສະ​ແດງ​ອອກ​ຄວາມ​ຈຳກັດ​ຫຼາຍ​ຢ່າງ, ຄວນ​ໄດ້​ຮັບ​ການ​ປ່ຽນ​ແປງ.. ສສຊ ​ຫຼາຍທ່ານຖື​ວ່າ, ຂອບ​ເຂດ​ສະ​ສົມ​ແຫ່ງ​ຊາດ​ຍັງ​ຄັບ​ແຄບ​ຢູ່, ​ແຫຼ່ງສະ​ສົມ​ແຫ່ງ​ຊາດ​ຕົ້ນ​ຕໍແມ່ນ​ມາ​ຈາກ​ງົບປະມານ​ແຫ່ງ​ລັດ. ຄວນ​ເປີດ​ກວ້າງ​ເປົ້າ​ໝາຍ ​ແລະ ຂອບ​ເຂດ​ປັບປຸງ​ກົດໝາຍ​ວ່າ​ດ້ວຍການ​ສະ​ສົມ​ແຫ່ງ​ຊາດ​ເຖິງ​ບັນດາ​ກຸ່ມ​ບໍລິສັດ, ບໍລິສັດ​ໃຫຍ່​ຂອງ​ລັດ. ທ່ານ Le Nhu Tien, ສສຊ ​ແຂວງ ກວາງ​ຈີ້, ສະ​ເໜີ:

        ”​ແຫຼ່ງສະ​ສົມ​ແຫ່ງ​ຊາດ​ໄດ້​ຮັບ​ການ​ສ້າງ​ຂຶ້ນ​ຈາກ​ແຫຼ່ງງົບປະມານ​ຂອງ​ລັດ ​ໂດຍ​ສະພາ​ແຫ່ງ​ຊາດ​ຕົກລົງ. ສິ່ງ​ດັ່ງກ່າວ​ແມ່ນ​​ເໝາະສົມ​ກັບກົດໝາຍ​ວ່າ​ດ້ວຍ​ງົບປະມານ, ​ແຕ່​ຖ້າ​ຫາກ​ກຳນົດ​ຄື​ແນວ​ນີ້, ​ພວກ​ເຮົາ​ບໍ່​ສາມາດ​ລະດົມ​ບັນດາ​ແຫຼ່ງກຳລັງ​ອື່ນໆ​ໃນ​ສັງຄົມ​ໄດ້. ການສະ​ສົມ​ແຫ່ງ​ຊາດ​ແມ່ນ​ມີ​ຄວາມ​ສຳຄັນ​ທີ່​ສຸດ ​ເມື່ອພວກ​ເຮົາ​​ເພີ່ມ​ເຕີມ​​ເຂົ້າ​ກົດໝາຍ​ວ່າ ສົ່ງ​ເສີມ, ປຸກລະດົມ​ບັນດາ​ວິ​ສາ​ຫະກິດ, ບັນດາ​ພາກສ່ວນ​ເສດຖະກິດ​ອື່ນໆ​ເຂົ້າ​ຮ່ວມການ​ເຄື່ອນ​ໄຫວ​ສະ​ສົມ​ແຫ່ງ​ຊາດ ຈະ​ມີ​ແຫຼ່ງກຳລັງ​ອັນໃຫຍ່​ຫຼວງ​ທີ່​ສຸດ. ຊ້ຳ​ບໍ່​ໜຳ​​ບັນດາ​ແຫຼ່ງອຸປະຖຳຊ່ວຍ​ເຫຼືອລ້າຂອງ​ຕ່າງປະ​ເທດ​ ຖ້າ​ຫາກ​ບໍ່​ທັນ​​ນຳ​ໃຊ້​ໃນ​ຊີວິດກໍ່​ຄວນ​ນຳ​ເຂົ້າ​ຄັງສະ​ສົມ​ແຫ່ງ​ຊາດ”.

        ປຶກສາ​ຫາລື​ກ່ຽວ​ກັບ​ຮ່າງ​ກົດໝາຍ​ສະບັບ​ປັບປຸງ​ເພີ່ມ​ເຕີມ​ບາງ​ຂໍ້​ມາດຕາ​ຂອງ​ກົດໝາຍວ່າ​ດ້ວຍການຄຸ້ມ​ຄອງ​ອາກອນ, ມີ​ຫຼາຍ​ຄວາມ​ເຫັນ​ຖື​ວ່າ, ​ບາງເນື້ອ​ໃນ​ໃນ​ຮ່າງ​ກົດໝາຍ​ນີ້​ຄວນ​ໄດ້​ຮັບ​ການ​ປັບປຸງ ​ເພື່ອ​​ໃຫ້ເໝາະ​ສົມ​ກັບ​ທຳນຽມ​ສາກົນ, ພິ​ເສດ​ແມ່ນ​ເລື່ອງ​ເພີ່ມ​ເຕີມ​ກົນ​ໄກ​ຕົກລົງ​ກ່ອນ​ກ່ຽວ​ກັບ​ວິທີ​ການ​ກຳນົດ​ຄ່າ​ຄິດ​ໄລ່​ອາກອນ, ປະຕິບັດ​ວິ​ໄນ​ບັນດາ​ກໍລະນີ​ລະ​ເມີດ​ກົດໝາຍ​ກ່ຽວ​ກັບ​ອາກອນ; ສືບ​ຕໍ່​ຫັນ​ລະບຽບ​ການ​ບໍລິຫານ​ກ່ຽວ​ກັບ​ອາກອນ​ເປັນ​ງ່າຍດາຍ.
ກອງປະຊຸມສະໄໝສາມັນເທື່ອທີ 3 ສະພາແຫ່ງຊາດຫວຽດນາມຊຸດທີ 13 ສືບຕໍເຮັດວຽກ - ảnh 2
ບັນດາ​ສະມາຊິກ​ສະພາ​ແຫ່ງ​ຊາດ​ໄດ້​ປຶກສາ​ຫາລື​ທີ່​ຫໍ​ປະຊຸມ ກ່ຽວ​ກັບ​ຮ່າງ​ໂຄງການ​ສ້າງ​ກົດໝາຍ, ລັດຖະບັນຍັດ​ຂອງ​ສະພາ​ແຫ່ງ​ຊາດ ປີ 2013
ແລະກໍຕອນ​ບ່າຍ​ວັນ​ທີ 1/6, ພາຍ​ໃຕ້​ການ​ເປັນ​ປະທານ​ຂອງ​ທ່ານ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ Uong Chu Luu, ບັນດາ​ສະມາຊິກ​ສະພາ​ແຫ່ງ​ຊາດ​ໄດ້​ປຶກສາ​ຫາລື​ທີ່​ຫໍ​ປະຊຸມ ກ່ຽວ​ກັບ​ຮ່າງ​ໂຄງການ​ສ້າງ​ກົດໝາຍ, ລັດຖະບັນຍັດ​ຂອງ​ສະພາ​ແຫ່ງ​ຊາດ ປີ 2013. ຕາມ​ໂຄງການ​ສ້າງ​ກົດໝາຍ, ລັດຖະບັນຍັດ​ຂອງ​ສະພາ​ແຫ່ງ​ຊາດ ປີ 2013 ​ແລ້ວ, ຄະນະປະຈຳ​ສະພາ​ແຫ່ງ​ຊາດຄາດ​ຄະ​ເນ​ວ່າ: ຈະ​ນຳ​ຮ່າງ​ກົດໝາຍ 30 ສະບັບ ​ແລະ ​ຮ່າງລັດຖະບັນຍັດ 3 ສະບັບ ​​ເຂົ້າໃນ​ໂຄງການ​ຢ່າງ​ເປັນ​ທາງ​ການ. ກ່ຽວ​ກັບ​ໂຄງການ​ກົດໝາຍ, ລັດຖະບັນຍັດ ປີ 2012, ຄາດ​ວ່າຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ​ຈະ​​ປັບປຸງ​ຮ່າງ​ກົດໝາຍ 10 ​ສະບັບ, ​ເພີ່ມ​ເຕີມ​ຮ່າງ​ກົດໝາຍ ​6  ສະບັບເຂົ້າ​ໃນ​ໂຄງການສ້າງ​ກົດໝາຍ, ລັດຖະບັນຍັດຂອງ​ສະພາ​ແຫ່ງ​ຊາດຊຸດ​ທີ 13, ​ໃນ​ນັ້ນ​ມີ​ກົດໝາຍ​ວ່າ​ດ້ວຍ​ວິ​ສາ​ຫະກິດ, ກົດໝາຍ​ວ່າ​ດ້ວຍ​ການ​ລົງທຶນ (ສະບັບ​ປັບປຸງ), ກົດໝາຍ​ວ່າ​ດ້ວຍ​ການ​ປະກາດ​ໃຊ້​ຂໍ້​ຕົກລົງ​ດ້ານບໍລິຫານ, ກົດໝາຍ​ວ່າ​ດ້ວຍ​ການ​ປະຕິບັດ​ການປະຢັດ, ຕ້ານ​ການ​ຟຸມ​ເຟືອຍ (ສະບັບ​ປັບປຸງ). ຄຳ​ຄິດ​ຄຳ​ເຫັນ​ສ່ວນ​ຫຼາຍ ​ໄດ້​ເຫັນ​ດີ​ເຫັນ​ພ້ອມ ກັບ​ຮ່າງ​ໂຄງການ​ສ້າງ​ກົດໝາຍ, ລັດຖະບັນຍັດ​ຂອງ​ສະພາ​ແຫ່ງ​ຊາດ ປີ 2013. ​ມີ​ຫຼາຍ​ຄຳ​ຄິດ​ຄຳ​ເຫັນ​ໄດ້​ສະ​ເໜີ ​ເພີ່ມ​ເຕີມ​ຮ່າງ​ກົດໝາຍ​ວ່າ​ດ້ວຍ​ການ​ປ້ອງ​ກັນ ​ແລະ ຕ້ານ​ການສໍ້​ລາດ​ບັງ​ຫຼວງ ​ໃນ​ປີ 2012 ​ແລະ​ ຈະ​ພິຈາລະນາ​ຮັບຮອງ​ເອົາ​ທີ່​ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ ທີ 4. ມີບາງ​ຄຳ​ຄິດ​ຄຳ​ເຫັນຍັງ​ສະ​ເໜີ​ວ່າ: ຕ້ອງ​ນຳ​ຮ່າງ​ກົດໝາຍ​ວ່າ​ດ້ວຍ​ການ​ປະຕິ​ບັດ​ປະຢັດ, ຕ້ານ​ການ​ຟຸມ​ເຟືອຍ​ເຂົ້າ ​ໃນ​ປີ 2013. ທ່ານ​ນາງ Vo Thi Dung, ສະມາຊິກ​ສະພາ​ແຫ່ງ​ຊາດ​ນະຄອນ ​ໂຮ່ຈີ​ມິນ ​ມີ​ຄຳ​ເຫັນ​ວ່າ:

“ຂ້າພະ​ເຈົ້າ​ສະ​ເໜີ​ວ່າ: ​ເລື່ອງ​ສ້າງ​ກົດໝາຍ​ຂອງ​ສະພາ​ແຫ່ງ​ຊາດ​ໃນ​ໄລຍະ​ຈະ​ມາ​ເຖິງ ຄວນ​ໄປ​ຄຽງ​ຄູ່​ກັບ​ວິວັດ​ການ​ກະກຽ​ມດຳລັດ ກໍ​ຄື​ບັນດາ​ເອກະສານ​ແນ​ະນຳ​ຂອງ​ກະຊວງ, ຂະ​ແໜງ​ການ. ​ເພື່ອ​ຮອດ​ເວລາ​ກົດໝາຍ​ໄດ້​ຮັບ​ການ​ປະກາດ​ໃຊ້ ກໍ່​ຈະ​ສາມາດ​ເຂົ້າ​ສູ່​ຊີວິດ​ຕົວ​ຈິງ​ໂດຍ​ໄວ. ກ່ຽວ​ກັບກົດໝາຍ​ວ່າ​ດ້ວຍທີ​່ດິນ, ນີ້​ແມ່ນ​ກົດໝາຍ​ທີ່​ຍັງ​ມີ​ຄວາມ​ເຫັນ​ທີ່​ແຕກ​ຕ່າງ​ກັນ, ມີ​ຫຼາຍ​ບັນຫາ​ທີ່​ສັບສົນ ດັ່ງ​ນັ້ນ ຍັງ​ບໍ່​ທັນ​ໄດ້​ນຳ​ເຂົ້າ​ໂຄງການ​ເທື່ອ, ​ຄວນ​ໃຫ້​ຄຳ​ເຫັນທີ່​ກອງ​ປະຊຸມ​ສາ​ໄໝ​ສາມັນ​ເທື່ອ​ທີ 4 ​ແລະ ຮັບຮອງ​​ເອົາ​ທີ່​ກອງ​ປະຊຸມ​ສະ​ໄໝ​ສາມັນ​​ເທື່ອ​ທີ 5 ສະພາ​ແຫ່ງ​ຊາດ​ຊຸດ​ທີ 13.”

 

ຂ່າວ/ບົດ​ອື່ນ