ກອງປະຊຸມສະໄໝສາມັນເທື່ອທີ 5 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 13 ສືບຕໍ່ເຮັດວຽກ

ກອງປະຊຸມສະໄໝສາມັນເທື່ອທີ 5 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 13 ສືບຕໍ່ເຮັດວຽກ - ảnh 1
ກອງ​ປະ​ຊຸມ​ສະ​ໄຫມ​ສາ​ມັນ​ເທື່ອ​ທີ 5 ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ຊຸດ​ທີ 13 
ພາບ:internet

(vovworld)- ຕອນ​ບ່າຍວັນ​ທີ 23/5, ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 5, ສະພາ​ແຫ່ງ​ຊາດ​ຫວຽດນາມ​ຊຸດ​ທີ 13. ທ່ານ​ນາຍົກລັດຖະມົນ​ຕີ ຫງວຽນ​ເຕິ໋ຢຸງ ​ໄດ້​ອ່ານ​ບົດ​ລາຍ​ງານສະ​ເໜີ​ທ່ານ ດິງຕ໋ຽນຢຸງ, ກຳມະການ​ສູນ​ກາງ​ພັກ, ຫົວໜ້າ​ອົງການ​ກວດ​ສອບ​ແຫ່ງ​ລັດ ​ຮັບ​ດຳລົງ​ຕຳ​ແໜ໋ງ​ເປັນ​ລັດຖະມົນຕີ​ກະຊວງ​ການ​ເງິນ. ຖ້າ​ຫາກ​ສະພາ​ແຫ່ງ​ຊາດ​ເຫັນ​ດີ​ຕໍ່​ການສະ​ເໜີ​ນີ້, ສະພາ​ແຫ່ງ​ຊາດ​ຈະພົ້ນ​ຕຳ​ແໜ່​ງຫົວໜ້າ​ອົງການ​ກວດ​ສອບ​ແຫ່ງ​ລັດ, ຫຼັງ​ຈາກ​ນັ້ນ​ຈະ​ອະນຸມັດ​ຜ່ານຂໍ້​ສະ​ເໜີ​ແຕ່ງ​ຕັ້ງ​ຕຳ​ແໜ່​ງລັດຖະມົນຕີ​ການ​ເງິນ​ໃຫ້​ທ່ານ ດິງຕ໋ຽນຢຸງ ​ໃນ​ວັນ​ທີ 24/5.

ກ່ອນ​ໜ້າ​ນັ້ນ, ສະພາ​ແຫ່ງ​ຊາດ​ໄດ້​ຕົກລົງອະນຸມັດ​ຜ່ານຂໍ້​ສະ​ເໜີ​ຂອງ​ທ່ານ​ນາຍົກລັດຖະມົນຕີ ກ່ຽວ​ກັບ​ການ​ພົ້ນ​ຕຳ​ແໜ່​ງລັດຖະມົນຕີ​ການ​ເງິນ​ສຳລັບ​ທ່ານ ​ເວື​ອງດິ່ງ​ເຫວ້ (Vuong Dinh Hue).

ກ່ອນໜ້ານັ້ນ, ຕອນ​ເຊົ້າ​ວັນ​ທີ 23/5, ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສະ​ໄຫມ​ສາ​ມັນ​ເທື່ອ​ທີ 5 ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ຊຸດ​ທີ 13 ໄດ້​ຮັບ​ຟັງ​ບົດ​ລາຍ​ງານ​ຮ່າງ​ກົດ​ໝາຍ​ສະບັບປັບ​ປຸງ, ເພີ່ມ​ເຕີມ​ບາງ​ຂໍ້ມາດ​ຕາ​ຂອງ​ກົດ​ໝາຍ​ວ່າ​ດ້ວຍ​ການ​ພັກ​ອາ​ໄສ, ບົດ​ລາຍ​ງານກ່ຽວ​ກັບ​ການ​ຄາດ​ຄະ​ເນ​ໂຄງ​ການ​ສ້າງ​ກົດ​ໝາຍ, ລັດ​ຖະ​ບັນ​ຍັດ​ຂອງ​ສະ​ພາ​ແຫ່ງ​ຊາດ​ປີ 2014, ການປັບ​ປຸງ​ໂຄງ​ການ​ສ້າງ​ກົດ​ໝາຍ, ລັດ​ຖະ​ບັນ​ຍັດ​ຊຸ​ດ​ທີ 13 ແລະ ປີ 2013 ຂອງ​ສະ​ພາ​ແຫ່ງ​ຊາດ.

ຮ່າງ​ກົດ​ໝາຍ​ປັບ​ປຸງ, ເພີ່ມ​ເຕີມ​ບາງ​ຂໍ້​ມາດ​ຕາ​ຂອງ​ກົດ​ໝາຍ​ວ່າ​ດ້ວຍ​ການ​ພັກ​ອາ​ໄສ ລວມ​ມີ 2 ມາດ​ຕາ ດ້ວຍ​ເນື້ອ​ໃນ​ປັບ​ປຸງ, ເພີ່ມ​ເຕີມ​ບັນ​ດາ​ຂໍ້​ກຳ​ນົດ​ກ່ຽວ​ກັບ​ການ​ກະ​ທຳ​ຖືກ​ຫ້າມ, ກ່ຽວ​ກັບ​ເງື່ອນ​ໄຂ​ຈົດ​ທະ​ບຽນ​ພັກ​ອາ​ໄສ​ຢູ່​ນະ​ຄອນ​ທີ່​ຂຶ້ນ​ກັບ​ສູນ​ກາງ, ກ່ຽວ​ກັບ​ການ​ປ່ຽ​ນ​ແປງ​ສະ​ຖານ​ທີ່​ຈົດ​ທະ​ບຽນ​ພັກ​ອາ​ໄສ. ຕາມ​ກະ​ຊວງ​ຕຳ​ຫລວດ​ແລ້ວ, ຮ່າງ​ກົດ​ໝາຍ​ດັ່ງ​ກ່າວແນ​ໃສ່​ສ້າງ​ພື້ນ​ຖານດ​້ານ​ນິ​ຕິ​ກຳໃຫ້​ສົມ​ບູນ​ແບບ, ຮັບ​ປະ​ກັນ​ຄວາມ​ກົມ​ກຽວທາງ​ດ້ານ​ສິດ​ ​ແລະ ສິດ​ຜົນ​ປະ​ໂຫຍດ​ຖືກ​ກັບ​ກົດ​ໝາຍ​ຂອງ​​ຄົນ, ອົງ​ການ​ຈັດ​ຕັ້ງ, ພ້ອມ​ທັງ​ເພີ່ວ​ທະ​ວີ​ວຽກ​ງານ​ຄຸ້ມ​ຄອງ​ແຫ່ງ​ລັດ, ປະ​ກອບ​ສ່ວນ​ຮັກ​ສາ​ຄວາມ​ສະ​ຫງົບ​ແຫ່ງ​ຊາດ, ຮັບ​ປະ​ກັນ​ຄວາມ​ເປັນ​ລະ​ບຽບ​ຮຽບ​ຮ້ອຍ​ທາງ​ສັງ​ຄົມ​ໃນ​ສະ​ພາບ​ການ​ໃຫມ່.

ກ່ຽວ​ກັບ​ໂຄງ​ການ​ສ້າງ​ກົດ​ໝາຍ, ລັດ​ຖະ​ບັນ​ຍັດ​ຂອງ​ສະ​ພາ​ແຫ່ງ​ຊາດ​ປີ 2014, ບົດ​ລາຍ​ງານຂອງຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ​ຊີ້​ແຈງວ່າ: ໂດຍ​ອີງ​ໃສ່​ຄວາມ​ຮຽກ​ຮ້ອງ​ຕ​້ອງ​ການ​ທີ່​ວາງ​ອອກ​ສຳ​ລັບ​ວຽກ​ງານ​ສ້າງ​ກົດ​ໝາຍ, ລັດ​ຖະ​ບັນ​ຍັດ​ປີ 2014 ແລະ ບົນ​ພື້ນ​ຖານ​ບົດ​ລາຍ​ງານ​ຂອງ​ລັດ​ຖະ​ບານ, ຮຽກ​ຮ້ອງ​ໃຫ້​ບັນ​ດາ​ອົງ​ການ, ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ​ຄາດ​ຄະ​ເນ​ໂຄງ​ການ​ສ້າງ​ກົດ​ໝາຍ, ລັດ​ຖະ​ບັນ​ຍັດ​ປີ 2014. ແລະ​ກໍ່​ໃນ​ຕອນ​ເຊົ້າ​ວັນ​ດຽວ​ກັນ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູງ ອ່ານ​ບົດ​ລາຍ​ງານຂອ​ງ​ສະ​ພາ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ພົ້ນ​ຕຳ​ແຫ​ນ່ງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ເງິນ​ສຳ​ລັບ​ທ່ານ ເວືອງ​ດີງ​ເຫວ້.

ຂ່າວ/ບົດ​ອື່ນ