ກອງປະຊຸມສະໄໝສາມັນເທື່ອທີ 5, ສະແຫ່ງຊາດ ຫວຽດນາມ ຊຸດທີ XV ສືບຕໍ່ເຮັດວຽກ

(VOVWORLD) - ຕາມບົດລາຍງານຂອງບັນດາກະຊວງ, ຂະແໜງການ, ທ້ອງຖິ່ນແລ້ວ, ຈຳນວນຄ່າໃຊ້ຈ່າຍ, ທຶນຂອງລັດທີ່ປະຢັດໄດ້ໃນປີ 2022 ແມ່ນປະມານ 2,3 ຕື້ USD.
ກອງປະຊຸມສະໄໝສາມັນເທື່ອທີ 5, ສະແຫ່ງຊາດ ຫວຽດນາມ ຊຸດທີ XV ສືບຕໍ່ເຮັດວຽກ - ảnh 1ທ່ານລັດຖະມົນຕີກະຊວງການເງິນ ໂຮ່ດຶກເຟິກ
(ພາບ: quochoi.vn)

        ຕອນເຊົ້າວັນທີ 23 ພຶດສະພາ, ຢູ່ຫໍສະພາແຫ່ງຊາດ, ໃນຂອບເຂດ ກອງປະຊຸມສະໄໝສາມັນເທື່ອທີ 5, ສະແຫ່ງຊາດ ຫວຽດນາມ ຊຸດທີ XV, ບັນດາສະມາຊິກສະພາແຫ່ງຊາດ ໄດ້ຮັບຟັງບົດລາຍງານກ່ຽວກັບວຽກງານປະຕິບັດການປະຢັດ, ຕ້ານການຟູມເຟືອຍປີ 2022 ແລະ ບົດລາຍງານການກວດກາກ່ຽວກັບເນື້ອໃນດັ່ງກ່າວ.

        ເມື່ອລາຍງານກ່ຽວກັບວຽກງານປະຕິບັດການປະຢັດ, ຕ້ານການຟູມເຟືອຍປີ 2022, ທ່ານລັດຖະມົນຕີກະຊວງການເງິນ ໂຮ່ດຶກເຟິກ, ໃຫ້ຮູ້ວ່າ ຕາມບົດລາຍງານຂອງບັນດາກະຊວງ, ຂະແໜງການ, ທ້ອງຖິ່ນແລ້ວ, ຈຳນວນຄ່າໃຊ້ຈ່າຍ, ທຶນຂອງລັດທີ່ປະຢັດໄດ້ໃນປີ 2022 ແມ່ນປະມານ 2,3 ຕື້ USD.

        ກ່ຽວກັບໜ້າທີ່, ມາດຕະການປະຕິບັດການປະຢັດ, ຕ້ານການຟູມເຟືອຍປີ 2023, ນາຍົກລັດຖະມົນຕີ ໄດ້ປະກາດໃຊ້ໂຄງການສັງລວມກ່ຽວກັບການປະຕິບັດການປະຢັດ, ຕ້ານການຟູມເຟືອຍ ດ້ວຍ 8 ໜ້າທີ່ຈຸດສຸມ ແລະ 4 ໝວດມາດຕະການແກ້ໄຂເພື່ອປະຕິບັດ. ກ່ຽວກັບແຜນການປີ 2023, ກຳມາທິການ ການເງິນ, ງົບປະມານຂອງສະພາແຫ່ງຊາດ ສະເໜີໃຫ້ບັນດາສະມາຊິກສະພາແຫ່ງຊາດປະກອບຄຳເຫັນກ່ຽວກັບການປະຕິບັດການປະຢັດ, ຕ້ານການຟູມເຟືອຍໃນການຄຸ້ມຄອງ, ນຳໃຊ້ງົບປະມານຂອງລັດ, ການລົງທຶນສາທາລະນະ, ປະຕິບັດການປະຢັດ, ຕ້ານການຟູມເຟືອຍ ໃນການຄຸ້ມຄອງການນຳໃຊ້ທີ່ດິນ, ແຫຼ່ງຊັບພະຍາກອນ, ບໍ່ແຮ່; ວຽກງານປະຕິຮູບການບໍລິຫານ… ວາລະປຶກສາຫາລືກ່ຽວກັບເນື້ອໃນດັ່ງກ່າວຈະຈັດຂຶ້ນໃນວັນທີ 25 ພຶດສະພາ ຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ