ກອງປະຊຸມສະໄໝສາມັນເທື່ອທີ 6 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 13

ກອງປະຊຸມສະໄໝສາມັນເທື່ອທີ 6 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 13 - ảnh 1
ເຂື່ອນ​ໄຟຟ້າ​ນ້ຳຕົກ
(ພາບປະກອບ)


(vovworld) - ​ຕ້ອງ​ລາຍ​ງານ​ບັນດາ​ໂຄງການ​ເຂື່ອນ​ໄຟຟ້າ​ນ້ຳຕົກທັງ​ໝົດ​ຕໍ່​ນາຍົກລັດຖະມົນຕີ ກອນ​ການ​ລົງທຶນ, ນີ້​ແມ່ນ​ຄຳ​ຢືນຢັນຂອງ​ທ່ານ​ລັດຖະມົນຕີ​ການ​ຊວງ​ອຸດສາຫະກຳ​ການ​ຄ້າ​ຫວຽດນາມ ຫວູຮຸຍ​ຮ່ວາງ ທີ່​ກອງ​ປະຊຸມ​ສະພາ​ແຫ່ງ​ຊາດ​ໃນ​ຕອນ​ບ່າຍ​ວັນ​ທີ 13/11 ​ເມື່ອ​ບັນດາສະມາຊິກ​ສະພາ​ແຫ່ງ​ຊາດ (ສສຊ) ປຶກສາ​ຫາລື​ກ່ຽວ​ກັບ​ການວາງ​ແຜນກຳນົດເຂື່ອນ​ໄຟຟ້າ​ນ້ຳຕົກ. ​ເຊິ່ງຕາມ​ນັ້ນ​ແລ້ວ, ໂຄງການ ​ເຂື່ອນ​ໄຟຟ້າ​ນ້ຳຕົກທັງໝົດ, ບໍ່​ຈຳ​ແນ​ກຂອບ​ຂະໜາດ, ກໍ່ລ້ວນ​ແຕ່ຕ້ອງ​ໄດ້​ຮັບ​​ຄວາມ​ເຫັນ​ດີ​ຈາກ​ນາຍົກລັດຖະມົນຕີຈຶ່ງ​ໄດ້​ຮັບ​ການ​ລົງມື​ກໍ່ສ້າງ. ມາດ​ຕະການ​ແກ້​ໄຂ​ດັ່ງກ່າວ​ເພື່ອ​ແນ​ໃສ່​ຊ່ວຍ​ໃຫ້​ລັດຖະບານ​ຄຸ້ມ​ຄອງ, ເລື່ອງ​ກໍ່ສ້າງ​ບັນດາ​ໂຄງການ​ເຂື່ອນ​ໄຟຟ້າ​ນ້ຳຕົກ​ໃນ​ທົ່ວ​ປະ​ເທດ​ຢ່າງ​ແໜ້ນ​ແຟ້ນ​ ​ແລະ ເປັນ​ເອກະ​ພາບ.

        ກໍ່​ທີ່​ກອງ​ປະຊຸມ​ປຶກສາ​ຫາລື, ບັນດາສສຊ ​ໄດ້​ຕີ​ລາຄາ​ສູງ​ເລື່ອງ​ລັດຖະບານ​ກວດກາ​ຄືນ​ບັນດາ​ໂຄງການ​ເຂື່ອນ​ໄຟຟ​້ານ້ຳຕົກ​ໃນ​ທົ່ວ​ປະ​ເທດ. ນີ້​ແມ່ນ​ວຽກ​ງານ​ທີ່​ຈຳ​ເປັນ, ສະກັດ​ກັ້ນ​ໄພ​ຊຸດ​ໂຊມ​ສິ່ງ​ແວດ​ລ້ອມ ​ໂດຍ​ສະ​ເພາະ​ແມ່ນ​ສະກັດ​ກັ້ນ​ເລື່ອງ​ສ້າງ​ເຂື່ອນ​ໄຟຟ້າ​ນ້ຳຕົກ​ເພື່ອ​ທຳລາຍ​ປ່າ. ບັນດາ​ສສຊ ກໍ່​ຖື​ວ່າ, ຢູ່​ຫວຽດນາມ ພະລັງງານ​ໄຟ​ຟ້າ​ຈາກ ເຂື່ອນ​ໄຟຟ້າ​ນ້ຳຕົກ​​ແມ່ນ​ທ່າ​ແຮງ, ​ແມ່ນ​ຄວາມ​ສາມາດ​ບົມຊ້ອນ​ເພື່ອ​ຮັບ​ໃຊ້​ການ​ພັດທະນາ​ເສດຖະກິດ​ສັງຄົ​ມ, ​ແຕ່​ວ່າ ​ໃນ​ໄລຍະ​ຜ່ານ​ມາ ​ການ​ພັດທະນາໄຟຟ້າ​ນ້ຳຕົກ​​ສະ​ແດງ​ໃຫ້​ເຫັນ​ຫຼາຍ​ບັນຫາ​ທີ່​ຂາດ​ລັກສະນະ​ໝັ້ນຄົງ, ​ແລະ ຄວາມ​ບໍ່​ເຖິງ​ຖອງ​ໃນ​ການ​ຄຸ້ມ​ຄອງ, ກໍ່ສ້າງ​ ​ແລະ ​ເຄື່ອນ​ໄຫວ, ​ເຮັດ​ໃຫ້​ຊີວິດການ​ເປັນ​ຢູ່​ຂອງ​ປະຊາຊົນຢູ່​ເຂດ​ຕັ້ງ​ຖິ່ນ​ຖານ​ຄົງ​ທີ່​ຄືນ​ໃໝ່​ປະສົບ​ກັບ​ຄວາມ​ຫຍຸ້ງຍາກຫຼາຍ​ຢ່າງ. ທ່ານ ​ແຢງ​ອູດ, ສສຊ ​ແຂວງ​ກຽນ​ຢາງ ສະ​ເໜີ​ວ່າ.

        “ລັດຖະບານຄວນ​ສືບ​ຕໍ່​ກວດກາ​ນຄືນ​ບັນດາ​ໂຄງການ​ເຂື່ອນ​ໄຟຟ້າ​ນ້ຳຕົກທີ່​ຍັງ​ເຫຼືອ ​ແລະ ​ໄຈ້​​ແຍກ​ເຫດຜົນ, ໜ້າ​ທີ່​ຮັບຜິດຊອບ​ຂອງ​ອົງການ​ຄຸ້ມ​ຄອງ​ທຸກ​ຂັ້ນ ​ໃນ​ການ​ອະນຸຍາດ​ໃຫ້​ແກ່​ການ​ລົງທຶນ ​ກໍ່ໃຫ້​ເກີດຫຼາຍ​ບັນຫາ, ທຳລາຍ​ຄວາມ​ດູ​ນດຽງ​ດ້ານ​ຊີວະ​ພາບ, ສົ່ງ​ຜົນ​ສະທ້ອນ​ເຖິງ​ຊີວິດ​ຂອງ​ປະຊາຊົນ. ລັດຖະບານ​ຕ້ອງ​ປະກາດ​ກົນ​ໄກ, ນະ​ໂຍບາຍພິ​ເສດ​ສະ​ເພາະ​ ກ່ຽວ​ກັບ​ມາດ​ຕະການ​ແກ້​ໄຂ​ພາຍຫຼັງ​ການ​ສ້າງ​​ເຂດ​ຕັ້ງ​ຖິ່ນ​ຖານ​ຄົງ​ທີ່​ຄືນ​ໃໝ່ ​ເພື່ອ​ໃຫ້​ປະຊາຊົນ​ມີ​ຊີວິດ​ເປ​ັນປົກກະຕິ. ສຳລັບ​ສະພາ​ແຫ່ງ​ຊາດ, ສະພາ​ແຫ່ງ​ຊາດຄວນ​ປະກາດ​ມະຕິ​ກ່ຽວ​ກັບການວາງ​ແຜນກຳນົດການ​ລົງທຶນ, ກໍ່ສ້າງ, ​ເຄື່ອນ​ໄຫວ, ຂຸດ​ຄົ້ນ​ບັນດາ​ກິດຈະກຳເຂື່ອນ​ໄຟຟ້າ​ນ້ຳຕົກ​​”.

        ຄາດ​ວ່າ, ມະຕິ​ສັງ​ລວມກ່ຽວ​ກັບເຂື່ອນ​ໄຟຟ້າ​ນ້ຳຕົກ​ ​ຈະ​ໄດ້​ຮັບ​ການ​ຮັບ​ຮອງ​ເອົາ​ຈາກ​ສະພາ​ແຫ່ງ​ຊາດ​ໃນ​ຊຸມ​ມື້​ຈະ​ມາ​ເຖິງ.

        ​ແລະ​ກໍ່​ໃນ​ຕອນ​ບ່າຍ​ວັນ​ດຽກັນ, ບັນດາສສຊ ​ເຫັນ​ດີ​ກັບ​ບາງ​ເນື້ອ​ໃນ​ເຊິ່ງ​ໄດ້​ຮັບ​ການ​ປັບປຸງ​ໃນ​ມະຕິ​ຂອງ​ສະພາ​ແຫ່ງ​ຊາດ ກ່ຽວ​ກັບ​ແຜນ​ນະ​ໂຍບາຍ​ລົງທຶນກໍ່ສ້າງ​ເສັ້ນທາງ​ໂຮ່ຈິ​ມິນ.

ຂ່າວ/ບົດ​ອື່ນ