ກອງປະຊຸມສະໄໝສາມັນເທື່ອທີ 6, ສະພາແຫ່ງຊາດ ຫວຽດນາມ ຊຸດທີ 13 ໄດ້ຮັບການກະກຽມຢ່າງລອບຄອບທີ່ຖ້ວນ

ກອງປະຊຸມສະໄໝສາມັນເທື່ອທີ 6, ສະພາແຫ່ງຊາດ ຫວຽດນາມ ຊຸດທີ 13 ໄດ້ຮັບການກະກຽມຢ່າງລອບຄອບທີ່ຖ້ວນ - ảnh 1
(ພາບປະກອບ)

(vovworld) - ​​ໂດຍ​ສືບ​ຕໍ່ກອງປະ​ຊຸມຄັ້ງ​ທີ 22, ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດຫວຽດນາມ ຊຸດ​ທີ 13. ຕອນ​ເຊົ້າ​ວັນ​ທີ 14 ຕຸລາ, ຄະ​ນະ​ປະຈຳ​ສະພາ​ແຫ່ງ​ຊາດ ​ປະກອບ​ຄຳ​ເຫັນ​ກ່ຽວ​ກັບ​ການ​ກະກຽ​ມ​ໃຫ້​ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 6, ສະພາ​ແຫ່ງ​ຊາດ​ຫວຽດນາມ ຊຸດ​ທີ 13. ທ່ານ​ຫົວໜ້າ​ຫ້ອງ​ວ່າການ​ສະພາ​ແຫ່ງ​ຊາດ ຫງວຽນ​​ແຮ້ງ​ຟຸ໋ກ ​ໃຫ້​ຮູ້​ວ່າ: ກອງ​ປະຊຸມ​ຄັ້ງ​ທີ 6 ​ຈະ​ດຳ​ເນີນ​ໄປ​​ໃນ​ເວລາ 41 ວັນ, ​ແຕ່​ວັນ​ທີ 21 ຕຸລາ ຫາ 30 ພະຈິກ. ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ​ຫງວຽນ​ຊິງ​ຮຸ່ງ ເນັ້ນ​ໜັກ​ວ່າ ນີ້​ແມ່ນ​ກອງ​ປະຊຸມ​​ສຳຄັນ, ຕັດສິນ​ຫຼາຍ​ບັນຫາ​​ໃຫຍ່​ຂອງ​ປະ​ເທດ​ຊາດ​ຄື; ຮັບຮອງ​ເອົາ​ຮ່າງ​ລັດຖະທຳ​ມະນູນ​ປີ 1992 (ສະບັບ​ປັບປຸງ); ລົງມະຕິ​ຮັບຮອງ​ເອົາ​ກົດໝາຍ​ວ່າ​ດ້ວຍ​ທີ່​ດິນ (ສະບັບ​ປັບປຸງ); ​ໃຫ້​ຄຳ​ເຫັນ​ກ່ຽວ​ກັບ​ສະພາບ​ການ​ປະຕິບັດ​​ແຜນການ​ພັດທະນາ​ເສດຖະກິດ​ສັງຄົມ​ 5 ປີ​ໄລຍະ 2011 – 2015... ສະ​ນັ້ນ, ບັນດາ​ກຳມາ​ທິການ, ສະພາຂອງ​ສະພາ​ແຫ່ງ​ຊາດ ​ແລະ ບັນດາ​ຫົວໜ່ວຍ​ທີ່​ກ່ຽວຂ້ອງ ຕ້ອງ​ມີ​ການ​ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ, ​ເຮັດ​ວຽກ​ຢ່າງ​ມີ​ວິທະຍາສາດ ​ແລະ ​ເໝາະ​ສົມ​ເພື່ອ​ຮັບປະກັນ​ລະດັບ​ຄວາມ​ຄືບ​ໜ້າຂອງລາຍການ​ກອງ​ປະຊຸມ. ທີ່​ວາລະ​ເຮັດ​ວຽກຄະນະປະຈຳ​ສະພາ​ແຫ່ງ​ຊາດໄດ້ໃຫ້​ຄຳ​ເຫັນ​ກ່ຽວ​ກັບບັນດາ​ບັນຫາ​ລະອຽດກ່ຽວ​ກັບ​ການຈັດເວລາ​​ໃຫ້​ແຕ່ລະ​ເນື້ອ​ໃນຢ່າງ​ລະອຽດ; ​ເລື່ອງ​ກະກຽ​ມ​ເອກະສານ​; ​ເຕັກນິກ​ເອກະສານ; ກ່ຽວ​ກັບ​ການກະຈາຍສຽງ ​ແລະ ຖ່າ​ຍທອດ​ສົດທາງ​ໂທລະພາບ​ບັນດາ​ເນື້ອ​ໃນ​ເຮັດ​ວຽກ​ທີ່​ສຳຄັນເພື່ອ​​ໃຫ້​ຜູ້​ມີ​ສິດ​ເລືອກ​ຕັ້ງຕິ​ດຕາມ. ຄະນະ​ປະຈຳສະພາ​ແຫ່ງ​ຊາດ ກໍ່​ເຫັນ​ດີ​ຕໍ່ຂໍ້ສະ​ເໜີຂອງ​ກະຊວງ​ຖະ​ແຫຼ​ງຂ່າວ ​ແລະ ​ສື່ສານ ຈັດ​ຕັ້ງ​ງານ​ວາງສະ​ແດງ​ແຜນ​ທີ ​ແລະ ວາງສະ​ແດງ​ເອກະສານ​ດ້ວຍ​ຫົວ​ຂໍ້​ວ່າ “​ຮ່ວາງ​ຊາ, ເຈືອງ​ຊາ ຂອງ​ຫວຽດນາມ, ບັນດາ​ຫຼັກ​ຖານ​ປະຫວັດສາດ” ​ເນື່ອງ​ໃນ​ໂອກາດ​ໄຂ​ກອງປະຊຸມ​ຄັ້ງ​ທີ 6 ຢູ່ລະບຽງ​ຫໍ​ປະຊຸມ​ກະຊວງ​ປ້ອງ​ກັນ​ປະ​ເທດ.

        ​ແລະ​ກໍ່​ໃນ​ຕອນ​ເຊົ້າ​ວັນ​ດຽວ​ກັນ, ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ ກໍ່​ໃຫ້​ຄຳ​ເຫັນ​​ໃສ່​ບັນດາ​ໃບ​ສະ​ເໜີ​ຂອງ​ອົງການ​ກວດ​ສອບ​​ແຫ່ງ​ລັດ ກ່ຽວ​ກັບ​ການ​ສ້າງ​ຕັ້ງອົງການ​ກວດ​ສອບແຫ່ງ​ລັດ​ຂະ​ແໜງ​ສະ​ເພາະ​ທີ 8, ສັງກັດ​ອົງການ​ກວດ​ສອບ​ແຫ່ງ​ລັດ; ​ແຜນການ​ຈັດ​ແບ່ງ​ເງິນ​ລົງທຶນ​ໄລຍະ 2013 – 2015 ​ໃຫ້​ບັນດາ​ໂຄງການ​ສຳນັກງານ​ເຮັດ​ວຽກ​ຂອງ​ອົງການກວດ​ສອບແຫ່ງ​ລັດ...

ຂ່າວ/ບົດ​ອື່ນ