ກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​ເທື່ອ​ທີ 7, ສະ​ພາ​ແຫ່ງ​ຊ​າດ​ຊຸດ​ທີ XV ເລືອກ​ເອົາ 4 ໝວດບັນ​ຫາ​ເພື່ອ​ຊັກ​ຖາມ

(VOVWORLD) - 4 ໝວດຂົງເຂດ ທີ່ສະພາແຫ່ງຊາດ ຫວຽດນາມ ໄດ້ຄັດເລືອກເພື່ອນຳມາຊັກຖາມ, ລວມມີ: ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ; ການກວດສອບບັນຊີ ອຸດສາຫະກຳ ແລະ ການຄ້າ; ວັດທະນະທຳ, ກິລາ ແລະ ທ່ອງທ່ຽວ.
ກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​ເທື່ອ​ທີ 7, ສະ​ພາ​ແຫ່ງ​ຊ​າດ​ຊຸດ​ທີ XV ເລືອກ​ເອົາ 4 ໝວດບັນ​ຫາ​ເພື່ອ​ຊັກ​ຖາມ - ảnh 1ກອງປະຊຸມສະໄໝສາມັນເທື່ອທີ 7 ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV  ໃນວັນທີ 24 ພຶດສະພາ (ພາບ: quochoi.vn)

ກອງປະຊຸມສະໄໝສາມັນເທື່ອທີ 7 ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV  ຈະສະຫງວນເວລາ 2 ມື້ເຄິ່ງ ເພື່ອການເຄື່ອນໄຫວຊັກຖາມ ແລະ ຕອບຄຳຊັກຖາມ, ໂດຍເລີ່ມແຕ່ຕອນເຊົ້າວັນທີ 4 ມິຖຸນາ ຮອດຕອນເຊົ້າວັນທີ 6 ມິຖຸນາ. ນີ້ແມ່ນຂໍ້ມູນໂດຍຫ້ອງວ່າການສະພາແຫ່ງຊາດໄດ້ຍົກອອກມາໃນວັນທີ 23 ພຶດສະພາ, ຕາມນັ້ນແລ້ວ, 4 ໝວດຂົງເຂດ ທີ່ສະພາແຫ່ງຊາດ ຫວຽດນາມ ໄດ້ຄັດເລືອກເພື່ອນຳມາຊັກຖາມ, ລວມມີ: ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ; ການກວດສອບບັນຊີ ອຸດສາຫະກຳ ແລະ ການຄ້າ; ວັດທະນະທຳ, ກິລາ ແລະ ທ່ອງທ່ຽວ.

              ບັນດາສະມາຊິກລັດຖະບານ, ຫົວໜ້າຂະແໜງການທີ່ກ່ຽວຂ້ອງເຖິງ 4 ຂົງເຂດດັ່ງກ່າວ ຈະຕອບຄຳຊັກຖາມຕໍ່ສະມາຊິກສະພາແຫ່ງຊາດ. ໃນຕອນທ້າຍຂອງວາລະຊັກຖາມ, ທ່ານນາຍົກລັດຖະມົນຕີ ຫຼື ຮອງນາຍົກລັດຖະມົນຕີ ທີ່ໄດ້ຮັບການມອບສິດ, ຈະສືບຕໍ່ເຮັດແຈ້ງບັນດາບັນຫາ ເຊິ່ງສະມາຊິກສະພາແຫ່ງຊາດ ມີຄວາມສົນໃຈຊັກຖາມ.

ຕອບກັບ

ຂ່າວ/ບົດ​ອື່ນ