ກອງປະຊຸມສະໄໝສາມັນເທື່ອທີ 8, ສະພາແຫ່ງຊາດຫວຽດນາມ ຊຸດທີ 14: ທ່າອາກາດສະຍານສາກົນ ລອງແທັ່ງ ສ້າງກໍາລັງໜູນແກ່ການພັດທະນາເສດຖະກິດ

(VOVWORLD) - ຕອນເຊົ້າວັນທີ 12 ພະຈິກ, ສະພາແຫ່ງຊາດໄດ້ປຶກສາຫາລືຢູ່ຫໍປະຊຸມກ່ຽວກັບບົດລາຍງານຄົ້ນຄວ້າຄວາມເປັນໄປໄດ້ກ່ຽວກັບໂຄງການກໍ່ສ້າງທ່າອາກາດສະຍານສາກົນລອງແທັ່ງ ໄລຍະ 1. 
ກອງປະຊຸມສະໄໝສາມັນເທື່ອທີ 8, ສະພາແຫ່ງຊາດຫວຽດນາມ ຊຸດທີ 14: ທ່າອາກາດສະຍານສາກົນ ລອງແທັ່ງ ສ້າງກໍາລັງໜູນແກ່ການພັດທະນາເສດຖະກິດ - ảnh 1(ພາບປະກອບ: TTXVN) 

ບັນດາສະມາຊິກສະພາແຫ່ງຊາດຖືວ່າ ສະໜາມບິນ ລອງແທັ່ງ ແມ່ນໂຄງການພື້ນຖານໂຄງລ່າງຄົມມະນາຄົມ ລວມທັງ 4 ປັດໄຈ: ເສດຖະກິດ, ສັງຄົມ, ເຕັກນິກ, ເຕັກໂນໂລຢີ ແລະ ມີຄວາມໝາຍສໍາຄັນເປັນພິເສດຕໍ່ຄວາມໝັ້ນຄົງດ້ານເສດຖະກິດ ກໍຄື ຄວາມສະຫງົບປອດໄພຂອງປະເທດຊາດ. ບັນດາສະມາຊິກສະພາແຫ່ງຊາດ ຖືວ່າ ໂຄງການດັ່ງກ່າວ ຕ້ອງສ້າງກໍາລັງໜູນພັດທະນາເສດຖະກິດຫວຽດນາມ. ສະນັ້ນ ຕ້ອງມີແຜນນະໂຍບາຍລະອຽດກ່ຽວກັບການລະດົມແຫຼ່ງທຶນຮອນໃຫ້ໂຄງການນີ້.

        ນອກຈາກນັ້ນ, ສະມາຊິກສະພາແຫ່ງຊາດກໍໄດ້ປຶກສາຫາລືກ່ຽວກັບແຜນນະໂຍບາຍລົງທຶນ ໂຄງການອ່າງເກັບນໍ້າ ກາເປັດ, ເມືອງ ຮ່າມທ້ວນນາມແຂວງບິ່ງທ້ວນ ແລະ ໃນຕອນບ່າຍຂອງວັນດຽວກັນ, ສະພາແຫ່ງຊາດກໍລົງປະຊາມະຕິກ່ຽວກັບແຜນງົບປະມານແຫ່ງລັດປີ 2020; ປຶກສາຫາລືກ່ຽວກັບຮ່າງກົດໝາຍປັບປຸງ, ເພີ່ມເຕີມ ບາງມາດຕາຂອງກົດໝາຍວ່າດ້ວຍການຈັດຕັ້ງສະພາແຫ່ງຊາດ. 

ຕອບກັບ

ຂ່າວ/ບົດ​ອື່ນ