ກອງ​ປະ​ຊຸມ​ສະ​ໄໝ​ສາມັ​ນ​ເທ​ື​່ອ​ທີ 8, ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ​ ຊຸດ​ທີ 14: ສະ​ພາ​ແຫ່ງ​ຊາດ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ເສດ​ຖະ​ກິດ-ສັງ​ຄົ​ມ

(VOVWORLD) -ວັນທີ 30 ຕຸລາ, ກອງປະຊຸມສະໄໝສາມັນເທື່ອທີ 8, ສະພາແຫ່ງຊາດຫວຽດນາມ ຊຸດທີ 14, ໄດ້ເລີ່ມປຶກສາຫາລືກ່ຽວກັບໝາກຜົນການປະຕິບັດແຜນການພັດທະນາເສດະກິດ - ສັງຄົມ ແລະ ງົບປະມານແຫ່ງລັດປີ 2019; ແຜນການພັດທະນາເສດຖະກິດ - ສັງຄົມ, ແຜນງົບປະມານແຫ່ງລັດ, ວິທີການຈັດແບ່ງງົບປະມານສູນກາງປີ 2020. ຄາດວ່າ, ວາລະປຶກສາຫາລືຈະດຳເນີນເປັນເວລາ 3 ວັນ.
ກອງ​ປະ​ຊຸມ​ສະ​ໄໝ​ສາມັ​ນ​ເທ​ື​່ອ​ທີ 8, ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ​ ຊຸດ​ທີ 14: ສະ​ພາ​ແຫ່ງ​ຊາດ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ເສດ​ຖະ​ກິດ-ສັງ​ຄົ​ມ - ảnh 1ທ່ານ ຫວູຕຽນໂລກ ສະມາຊິກສະພາແຫ່ງຊາດແຂວງທ໊າຍບີງ (ພາບ: Zing.vn) 

ໃນບົດລາຍງານຂອງລັດຖະບານທີ່ຍື່ນສະເໜີຕໍ່ສະພາແຫ່ງຊາດທີ່ວາລະໄຂກອງປະຊຸມ, ຄາດວ່າ, ຫວຽດນາມ ຈະປະຕິບັດສຳເລັດບັນດາເປົ້າໝາຍພັດທະນາເສດຖະກິດ - ສັງຄົມ ປີ 2019, ບັນລຸໄດ້ ແລະ ລື່ນກາຍທັງ 12 ຄາດໝາຍ. ການເຕີບໂຕດ້ານເສດຖະກິດລື່ນກາຍຄາດໝາຍທີ່ໄດ້ວາງອອກ ໃນຂະນະທີ່ຍັງຮັກສາເສດຖະກິດມະຫາພາກໃຫ້ເປັນປົກກະຕິຢ່າງໜັກແໜ້ນກວ່າ, ໄພເງິນເຟີ້ໄດ້ຮັບການຄວບຄຸມເປັນຢ່າງດີກວ່າ… ລະດັບການເຕີບໂຕ GDP ຂອງທັງປີ 2019 ຄາດວ່າຈະບັນລຸ 6,8%... ກ່ຽວກັບເປົ້າໝາຍການເຕີບໂຕ 6,8% ໃນປີ 2020ນັ້ນ, ທ່ານ ຫວູຕ໊ຽນລົກ, ສະມາຊິກສະພາແຫ່ງຊາດແຂວງທ໊າຍບິ່ງ, ຖືວ່າ.

        “ເມື່ອສັງເກດເປົ້າໝາຍການເຕີບໂຕຂອງປະເທດຊາດໃນປີ 2020ແລ້ວ, ຍັງເຫັນວ່າມີຄວາມຫຍຸ້ງຍາກຫຼາຍຢ່າງ, ໃນສະພາບທີ່ມີການຄາດຄະເນວ່າເສດຖະກິດໂລກພວມມີການຊຸດໂຊມ. ສະນັ້ນ, ລະດັບເຕີບໂຕ 6,8% ຂອງພື້ນຖານເສດຖະກິດມີລະດັບເປີດກວ້າງຢ່າງສູງໂດຍອີງໃສ່ການລົງທຶນຕ່າງປະເທດ ແລະ ການສົ່ງອອກແມ່ນຍາກທີ່ຈະເປັນໄປໄດ້. ຂ້າພະເຈົ້າສະເໜີໃຫ້ລັດຖະບານ ຄວນເປັນເຈົ້າການກະກຽມວິທີການຮັບມືກັບສະພາບການດັ່ງກ່າວ.”

        ກໍ່ທີ່ວາລະປຶກສາຫາລືໃນຕອນເຊົ້າວັນທີ 30 ຕຸລາ, ບັນດາສະມາຊິກສະພາແຫ່ງຊາດໄດ້ເຕື້ອງເຖິງຫຼາຍບັນຫາຄື: ການພັດທະນາການສຶກສາ, ການກໍ່ສ້າງເສັ້ນທາງຄວາມໄວສູງຢູ່ຫວຽດນາມ; ບັນດາຮົ້ວກີດຂວາງ ແລະ ທິດທາງໃນການພັດທະນາໃຫ້ແກ່ຂະແໜງກະສິກຳ ເພື່ອແນໃສ່ຊອກຫາທິດກ້າວເດີນໃໝ່ໃຫ້ແກ່ປະເພດສິນຄ້າຜະລິດຕະພັນກະເສດ.

ຕອບກັບ

ຂ່າວ/ບົດ​ອື່ນ