ກອງປະຊຸມສະໄໝສາມັນເທື່ອທີ 9, ສະພາແຫ່ງຊາດຊຸດທີ XIV ເລີ່ມເຮັດວຽກຢູ່ຫໍສະພາແຫ່ງຊາດ

(VOVWORLD) - ໂດຍສືບຕໍ່ລາຍການກອງປະຊຸມສະໄໝສາເທື່ອທີ 9, ສະພາແຫ່ງຊາດຊຸດທີ XIV, ແຕ່ວັນທີ 8 – 13 ມິຖຸນາ, ສະພາແຫ່ງຊາດຈະຈັດການປະຊຸມຢູ່ຫໍສະພາແຫ່ງຊາດ.
ກອງປະຊຸມສະໄໝສາມັນເທື່ອທີ 9, ສະພາແຫ່ງຊາດຊຸດທີ XIV ເລີ່ມເຮັດວຽກຢູ່ຫໍສະພາແຫ່ງຊາດ - ảnh 1ກອງປະຊຸມສະໄໝສາມັນເທື່ອທີ 9, ສະພາແຫ່ງຊາດຊຸດທີ XIV (ພາບ: Quochoi.vn)

ໃນອາທິດເຮັດວຽກນີ້, ສະພາແຫ່ງຊາດຈະພິຈາລະນາ, ຕັດສິນໃຈຫຼາຍເນື້ອໃນທີ່ສຳຄັນ. ຕາມລາຍການແລ້ວ, ສະພາແຫ່ງຊາດຈະລົງຄະແນນສຽງ ໃຫ້ສັດຕະຍາບັນສັນຍາການຄ້າເສລີລະຫວ່າງ ສສ.ຫວຽດນາມ ແລະ ສະຫະພາບເອີລົບ (EVFTA), ມະຕິວ່າດ້ວຍການໃຫ້ສັດຕະຍາບັນສັນຍາອາລັກຂາການລົງທຶນລະຫວ່າງຝ່າຍ ຫວຽດນາມ ແລະ ຝ່າຍ EU ແລະ ບັນດາປະເທດສະມາຊິກ ສະຫະພາບເອີລົບ (EVIPA), ມະຕິໃຫ້ສັດຕະຍາບັນການເຂົ້າຮ່ວມສົນທິສັນຍາເລກທີ 105 ຂອງອົງການແຮງງານສາກົນ ກ່ຽວກັບການລົບລ້າງແຮງງານແບບບັງຄັບ… ສະພາແຫ່ງຊາດກໍ່ໄດ້ດຳເນີນຂັ້ນຕອນຄັດເລືອກປະທານສະພາເລືອກຕັ້ງແຫ່ງຊາດ, ປະຕິບັດວຽກງານນິຕິກຳ ແລະ ຕັດສິນບາງບັນຫາສຳຄັນຕ່າງໆ.

ຕອບກັບ

ຂ່າວ/ບົດ​ອື່ນ