ກອງ​ປະ​ຊຸມ​ສາ​ກົນ ກ່ຽວ​ກັບ​ແມ່​ຍິງ, ສັນ​ຕິ​ພາບ ແລະ ຄວາມ​ໝັ້ນ​ຄົງ ຜ່ານ “ຄຳ​ໝັ້ນ​ສັນ​ຍາ​ການ​ກະ​ທຳ​ຮ່າ​ໂນ້ຍ”

(VOVWORLD) -ທ່ານ ເລຮ່ວາຍຈຸງ ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຊີ້ແຈ້ງວ່າ: ກອງປະຊຸມໄດ້ສືບຕໍ່ຢັ້ງຢືນຄວາມຕັດສິນໃຈ, ຄວາມມານະພະຍາຍາມຢ່າງແຮງເພື່ອປະຕິບັດ 4 ເສົາຄ້ຳຫຼັກຂອງໂຄງການດຳເນີນງານທົ່ວໂລກກ່ຽວກັບແມ່ຍິງ, ສັນຕິພາບ ແລະ ຄວາມໝັ້ນຄົງ
ກອງ​ປະ​ຊຸມ​ສາ​ກົນ ກ່ຽວ​ກັບ​ແມ່​ຍິງ, ສັນ​ຕິ​ພາບ ແລະ ຄວາມ​ໝັ້ນ​ຄົງ ຜ່ານ “ຄຳ​ໝັ້ນ​ສັນ​ຍາ​ການ​ກະ​ທຳ​ຮ່າ​ໂນ້ຍ” - ảnh 1 ທ່ານ ເລຮ່ວາຍຈຸງ ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມກ່າວຄຳເຫັນທີ່ກອງປະຊຸມ (ພາບ: Baoquocte.vn)

ກອງປະຊຸມສາກົນກ່ຽວກັບການເພີ່ມທະວີບົດບາດຂອງແມ່ຍິງໃນການສ້າງ ແລະ ປັບປຸງສັນຕິພາບໂດຍ ຫວຽດນາມ ສົມທົບກັບສປຊ ຈັດຂຶ້ນເປັນເວລາ 3 ວັນກໍ່ໄດ້ອັດລົງໃນຕອນຄ່ຳວັນທີ 9 ທັນວາ. ກອງປະຊຸມໄດ້ຮັບຮອງເອົາ “ຄຳໝັ້ນສັນຍາການກະທຳ ຮ່າໂນ້ຍ”, ເພື່ອແນໃສ່ເພີ່ມທະວີການເຂົ້າຮ່ວມຂອງແມ່ຍິງໃນການສ້າງສັນຕິພາບ, ຊຸກຍູ້ການມອບສິດ ເສດຖະກິດໃຫ້ແກ່ແມ່ຍິງ, ກໍ່ຄືຮັບຮູ້ບົດບາດຂອງແມ່ຍິງໃນການແກ້ໄຂບັນດາສິ່ງທ້າທາຍທີ່ຫາກໍ່ພົ້ນເດັ່ນຂຶ້ນ. ເອກະສານສະບັບນີ້ຈະແນະນຳໃນວົງກ້ວາງເພື່ອໃຫ້ບັນດາປະເທດສະມາຊິກ ສປຊ ຮ່ວມອຸປະຖຳໃນໄລຍະຈະມາເຖິງ.

ກ່າວຄຳເຫັນອັດພິທີ, ທ່ານ ເລຮ່ວາຍຈຸງ ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຊີ້ແຈ້ງວ່າ: ກອງປະຊຸມໄດ້ສືບຕໍ່ຢັ້ງຢືນຄວາມຕັດສິນໃຈ, ຄວາມມານະພະຍາຍາມຢ່າງແຮງເພື່ອປະຕິບັດ 4 ເສົາຄ້ຳຫຼັກຂອງໂຄງການດຳເນີນງານທົ່ວໂລກກ່ຽວກັບແມ່ຍິງ, ສັນຕິພາບ ແລະ ຄວາມໝັ້ນຄົງ ນັ້ນແມ່ນ: ຮັບປະກັນໃຫ້ ແມ່ຍິງໄດ້ເຂົ້າຮ່ວມໃນຂັ້ນຕອນການຕັດສິນຢ່າງຄົບຖ້ວນ ແລະ ມີຄວາມສະເໝີພາບລະຫວ່າງຍິງ - ຊາຍ, ສົມທົບທັດສະນະທາງເພດ ແລະ ການເຂົ້າຮ່ວມຂອງແມ່ຍິງໃນການສະກັດກັ້ນ ແລະ ແກ້ໄຂກົກເຄົ້າການປະທະກັນ, ປົກປ້ອງ, ຊຸກຍູ້ສິດຂອງແມ່ຍິງ, ເດັກຍິງໃນການປະທະກັນ ແລະ ຕອບສະໜອງ ບັນດາຄວາມຕ້ອງການຢ່າງລະອຽດຂອງແມ່ຍິງ ແລະ ເດັກຍິງ, ເພີ່ມທະວີບົດບາດຂອງແມ່ຍິງໃນວຽກງານກູ້ໄພກູ້ຊີບ, ຟື້ນຟູໃນໄລຍະເກີດ ແລະ ຫຼັງເກີດການປະທະກັນ.

ຕອບກັບ

ຂ່າວ/ບົດ​ອື່ນ