ກອງປະຊຸມສາກົນ ປະທານແນວໂຮມ 3 ປະເທດ ກຳປູເຈຍ - ລາວ - ຫວຽດນາມ

ຕາມ​ນັກ​ຂ່າວ​ວິທະຍຸ​ກະຈາຍສຽງ​ຫວຽດນາມ​ປະຈຳ ກຳປູ​ເຈຍ​ແລ້ວ, ກອງ​ປະຊຸມ​ສາກົນ​ປະທານ​ແນວ​ໂຮມ 3 ປະ​ເທດ ກຳປູ​ເຈຍ - ລາວ - ຫວຽດນາມ ຖືກ​ຈັດ​ຂຶ້ນ​​ໃນ​ຕອນ​ບ່າຍວັນ​ທີ 30/11 ຢູ່​ນະຄອນຫຼວງ ພະ​ນົມ​ເປັນ. ກ່າວ​ຄຳ​ເຫັນ​ນະ​ທີ່​ນີ້, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ ກຳປູ​ເຈຍ Xom dec Heng Xomrin, ທັງ​ເປັນປະທານ​ສະພາ​​ແນວ​ໂຮມ​ສາມັກຄີ​ສ້າງສາ​ ​ແລະ ພັດທະນາປະ​ເທດຊາດ ກຳປູ​ເຈຍ​ເວົ້າ​ວ່າ: “ການ​ພົວພັນ​ລະຫວ່າງ 3 ປະ​ເທດ​ບັນລຸ​ໄດ້ໝາກຜົນ​ອັນດີງາມ​ໃນ​ທຸກໆ​ຂົງ​ເຂດ, ຈາກ​ດ້ານ​ການ​ເມືອງ​ຕະຫຼອດ ຮອດ ​ເສດຖະກິດ, ສັງ​ຄົມ, ການທ່ອງທ່ຽວ, ວັດທະນະທຳ ​ແລະ ວິທະຍາສາດ. ການ​ພົວພັນ​ດ້ານ​ການ​ຄ້າ​ລະຫວ່າງ 3 ຝ່າຍ​ກໍ່​ໄດ້​ຮັບ​ການ​ຍູ້​ແຮງ​ຢ່າງ​ຕໍ່​ເນື່ຶອງ. ​ເລື່ອງ​ແກ້​ໄຂ​ບັນຫາ​ຊາຍ​ແດນ​ໄດ້​ດຳ​ເນີນ​ໄປ​ຢ່າງ​ແຮງ, ​ໃນ​ນັ້ນ​ຊາຍ​ແດນ​ທາງບົກ​ໄດ້ຮັບ​ການ​ແກ້​ໄຂ​​​ເກືອບ​ສຳ​ເລັດ​ແລ້ວ. ນີ້​ແມ່ນ​ບັນດາ​ປັດ​ໃຈ​ສ້າງ​ສະພາບ​ແວດ​ລ້ອມ​ທີ່ສະດວກ​ໃຫ້​ແກ່​ການ​ຮັກສາ​ສັນຕິພາບ, ສະຖຽນ​ລະ​ພາບ, ພັດທະນາ​ເສດຖະກິດ, ຫຼຸດຜ່ອນ​ຄວາມທຸກ​ຍາກ ​ແລະ ຍົກ​ສູງ​ຊີວິດ​ການ​ເປັນ​ຢູ່​ໃຫ້​ແກ່ ປຊຊ 3 ປະ​ເທດ”

ທີ່​ກອງປະຊຸມ​ຄັ້ງ​ນີ້, ຜູ້ຕາງໜ້າ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ, ​ແນວ​ໂຮມ​ສາມັກ​ຄີ​ສ້າງສາ ​ແລະ ພັດທະນາ​ປະ​ເທດ​ຊາດ ກຳ​ປູ​ເຈຍ ​ແລະ ​ແນວ​ລາວ​ສ້າງ​ຊາດ ​ໄດ້​ເຊັນ​ບົດ​ບັນທຶກ​ຊ່ວຍ​ຈຳ​ກ່ຽວ​ກັບ​ການ​ຮ່ວມ​ມື.

 

ຂ່າວ/ບົດ​ອື່ນ