ກອງປະຊຸມສາກົນ ຢູ່ Berlin ຊອກຫາ ກາລະໂອກາດສ້າງສັນຕິພາບ ຢູ່ ລີບີ

(VOVWORLD) -ສິ້ນສຸດກອງປະຊຸມ, ທ່ານ ນາງນາຍົກລັດຖະມົນຕີ ເຢຍລະມັນ Angela Merkel ໄດ້ຊີ້ແຈ້ງວ່າ ກອງປະຊຸມຢູ່ Berlin ບໍ່ສາມາດແກ້ໄຂທຸກໆບັນຫາຢູ່ ລີບີ ໄດ້ຢ່າງທັນທີ, ແຕ່ວ່າ ນີ້ກໍ່ແມ່ນບາດກ້າວອຳທິດທີ່ມຸ່ງໄປສູ່ການສ້າງສັນຕິພາບໃຫ້ແກ່ປະຊາຊົນຢູ່ທີ່ນີ້.

ກອງປະຊຸມສາກົນ ຢູ່ Berlin ຊອກຫາ ກາລະໂອກາດສ້າງສັນຕິພາບ ຢູ່ ລີບີ - ảnh 1ທ່ານນາຍພົນ Khalifa Haftar, ຜູ້ນຳກອງກຳລັງທະຫານທາງພາກຕາເວັນອອກ ອ້າງຊື່ເອງ ກອງທັບແຫ່ງຊາດ ລີບີ (LNA) ກ່າວຄຳເຫັນທີ່ກອງປະຊຸມ (ພາບ: TTXVN) 

ວັນທີ 19 ມັງກອນ, ກອງປະຊຸມສາກົນ ກ່ຽວກັບ ລີບີ ໄດ້ຈັດຂຶ້ນ ຢູ່ ນະຄອນຫຼວງ Berlin, ປະເທດເຢຍລະມັນ, ຕາມການສະເໜີຂອງທ່ານນາງນາຍົກລັດຖະມົນຕີ ເຢຍລະມັນ Angela Merkel, ດ້ວຍການເຂົ້າຮ່ວມຂອງ ການນຳສູງສຸດຂອງ ສອງຝ່າຍທີ່ ປະທະກັນ ຢູ່ ລີບີ ລວມມີ: ທ່ານ Fayez al – Sarraj, ຜູ້ນຳໜ້າລັດຖະບານສາມັກຄີ ຊາດ (GNA) ຢູ່ Tripoli, ແລະ ທ່ານນາຍພົນ Khalifa Haftar, ຜູ້ນຳກອງກຳລັງທະຫານທາງພາກຕາເວັນອອກ ອ້າງຊື່ເອງ ກອງທັບແຫ່ງຊາດ ລີບີ (LNA). ທ່ານປະທານາທິບໍດີ ບັນດາປະເທດ ລັດເຊຍ, ຕວັກກີ, ຝລັ່ງ, ພ້ອມກັບຜູ້ຕາງໜ້າຂອງ ສະຫະພາບ ເອີລົບ (EU), ສະຫະພາບອາຟຼິກກາ, ສະຫະພັນ ອາຣັບ ແລະ ທ່ານ Antonio Guterres ເລຂາທິການໃຫຍ່ ສປຊ ກໍ່ເຂົ້າຮ່ວມ.

ການພົບປະກັນຢູ່ Berlin ໄດ້ສ້າງຄວາມຕັດສິນໃຈ ຂອງບັນດາຝ່າຍທີ່ກ່ຽວຂ້ອງເພື່ອແນສູ່ມຸ່ງໄປໃສ່ບັນດາບາດກ້າວຕໍ່ໄປ, ໃນນັ້ນບັນດາຝ່າຍໄດ້ເຫັນດີເປັນເອກະພາບກ່ຽວກັບ ວິວັດທະນາການທີ່ຕິດພັນກັບຄວາມຮັບຜິດຊອບຂອງບັນດາຝ່າຍທີ່ກ່ຽວຂ້ອງໃນການມຸ່ງໄປສູ່ ແລະ ປະຕິບັດຄຳສັ່ງ ຢຸດຍິງຮອບດ້ານ.

ຕອບກັບ

ຂ່າວ/ບົດ​ອື່ນ